ສົງຄາມເຢັນ

ຈາກ ວິກິພີເດຍ

ສົງຄາມເຢັນ (ອັງກິດ: Cold War, ຝຣັ່ງ: Guerre Froide) (ຄ.ສ. 1947-1991) ແມ່ນການຕໍ່ສູ້ກັນລະຫວ່າງກຸ່ມປະເທດ 2 ກຸ່ມ ທີ່ມີອຸດົມການທາງການເມືອງແລະລະບອບການເມືອງຕ່າງກັນ. ເກີດຂຶ້ນໃນຊ່ວງຫຼັງສົງຄາມໂລກຄັ້ງທີສອງ ຝ່າຍນຶ່ງແມ່ນສະຫະພາບໂຊວຽດ ເອີ້ນວ່າ ຄ່າຍຕາເວັນອອກເຊິ່ງປົກຄອງດ້ວຍຣະບອບຄອມມິວນິດ ອີກຝ່າຢນຶ່ງ ແມ່ນ ສະຫະລັດອາເມລິກາແລະກຸ່ມພັນທະມິດ ເອີ້ນວ່າ ຄ່າຍຕາເວັນຕົກ ເຊິ່ງປົກຄອງດ້ວຍຣະບອບເສລີປະຊາທິປະໄຕ ເຊິ່ງໃນຊ່ວງເວລາດັ່ງກ່າວທັງສອງຝ່າຍໄດ້ແຂ່ງຂັນໃນດ້ານການສະສົມອາວຸດ ເຕັກໂນໂລຊີອະວະກາດ ການຈາລະກຳ ເສຖະກິດ ແລະເຮັດສົງຄາມການສົງຄາມໂຕແທນ.