ສີ່ແຈຂ້າງຂະໜານ
ຮູບຮ່າງການສະແດງຜົນ
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ໃນເລຂາຄະນິດ, ສີ່ແຈຂ້າງຂະໜານ (ອັງກິດ: Parallelogram) ແມ່ນຮູບສີ່ແຈຊະນິດໜຶ່ງທີ່ມີສອງຄູ່ຂອງດ້ານກົງກັນຂ້າມຂະໜານກັນ. ໃນສະພາບການຂອງເລຂາຄະນິດແບບຢູຄລິດ, ດ້ານກົງກັນຂ້າມຂອງສີ່ແຈຂ້າງຂະໜານມີຄວາມຍາວເທົ່າກັນ ແລະ ມຸມກົງກັນຂ້າມກໍມີຂະໜາດເທົ່າກັນ. ຄວາມສົມນັບຂອງດ້ານກົງກັນຂ້າມ ແລະ ມຸມກົງກັນຂ້າມແມ່ນຜົນໂດຍກົງຈາກສັດຈະພົດເສັ້ນຂະໜານແບບຢູຄລິດ (Euclidean Parallel Postulate) ນັ້ນຄືບໍ່ມີເງື່ອນໄຂອັນໃດທີ່ສາມາດພິສູດໂດຍບໍ່ອ້າງເຖິງສັດຈະພົດເສັ້ນຂະໜານແບບຢູຄລິດ ຫຼື ບົດບັນຍັດທຽບເທົ່າ.
