Jump to content

ສິດທິຂອງກຸ່ມ LGBTQ ໃນລາວ

ຈາກ ວິກິພີເດຍ
ສິດທິຂອງກຸ່ມ LGBTQ ໃນລາວ
ສະຖານະທາງກົດໝາຍຖຶກກົດໝາຍ
ການປົກປ້ອງຈາກການແບ່ງແຍກບໍ່
ການຮັບຮູ້ສາຍພົວພັນບໍ່
ການຮັບລູກບຸນທຳບໍ່

ການຮັກຮ່ວມເພດແມ່ນຖືກຕ້ອງຕາມກົດໝາຍໃນສ.ປ.ປ ລາວ. ການສຳຫຼວດ Gallup ໃນເດືອນ ມິຖຸນາ 2024 ພົບວ່າ ປະເທດລາວເປັນປະເທດທີ່ເປັນມິດກັບກຸ່ມຄົນທີ່ຮັກເພດດຽວກັນ ແລະ 54% ຂອງຄົນລາວຄິດວ່າປະເທດຂອງຕົນເປັນບ່ອນຢູ່ທີ່ດີສຳລັບຄົນຮັກຮ່ວມເພດ. [1]

ສະຖານະທາງກົດໝາຍ

[ດັດແກ້]

ການມີເພດສຳພັນກັບເພດດຽວກັນແມ່ນຖືກຕ້ອງຕາມກົດໝາຍໃນລາວ ແລະ ເຊື່ອວ່າບໍ່ເຄີຍມີການຫ້າມທາງກົດໝາຍ. ເນື່ອງຈາກເຄີຍເປັນອານານິຄົມຂອງຝຣັ່ງ. ອາຍຸຂອງການຍິນຍອມແມ່ນ 15 ປີຂື້ນໄປ, ໂດຍບໍ່ຄໍານຶງເຖິງລົດສະນິຍົມທາງເພດ ຫຼື ລັກສະນະທາງເພດ.

ກົດໝາຍປົກປ້ອງຈາກການແບ່ງແຍກ

[ດັດແກ້]

ຕາມກົດໝາຍແມ່ນບໍ່​ມີ​ກົດທີ່​ຫ້າມ​ຄົນແບ່ງແຍກ​ຕາມລົດສະນິຍົມທາງເພດ[2], ແລະ ​ລັດ​ຖະ​ທຳ​ມະ​ນູນ​ແຫ່ງ​ຊາດ​ຂອງ​ລາວ ​ບໍ່​ໄດ້​ຊີ້​ແຈງ​ເຖິງ​ບັນ​ຫາ​ແນວ​ການຮັກຮ່ວມ​ເພດ​ [3].

ອ້າງອີງ

[ດັດແກ້]
  1. https://news.gallup.com/poll/646646/almost-half-world-sees-area-gay-friendly.aspx
  2. https://www.rfa.org/lao/daily/politics/analysis/laos-LGBT-communities-require-legal-protection-06122018074019.html
  3. http://www.axl.cefan.ulaval.ca/asie/Laos-const-2015.htm