ສາສະໜາປະຈຳຊາດ

ສາສະໜາປະຈຳຊາດ (ຫຼື ສາສະໜາທາງການ, ສາສະໜາປະຈຳລັດ) ແມ່ນສາສະໜາທີ່ຖືກຮັບຮອງໂດຍລັດຢ່າງເປັນທາງການ ແລະ ມີບົດບາດສຳຄັນໃນການຄຸ້ມຄອງປະເທດ. ລັດຈະສົ່ງເສີມ ແລະ ສະໜັບສະໜູນສາສະໜານີ້ຜ່ານກົດໝາຍ, ການສຶກສາ, ແລະ ພິທີການລັດ. ຢູ່ໃນຕາເວັນອອກກາງ, ລັດທີ່ມີຊາວມຸດສະລິມສ່ວນໃຫຍ່ຈະເອົາອິດສະລາມມາເປັນສາສະໜາປະຈຳຊາດ, ແຕ່ມີຂໍ້ຈຳກັດທາງສາສະໜາແຕກຕ່າງກັນ. ຕົວຢ່າງເຊັ່ນ ຜູ້ປົກຄອງຂອງປະເທດຊາອຸດິອາຣັບບີມີອໍານາດທັງທາງຄະລະວາດແລະທາງສາສະຫນາ, ໃນຂະນະທີ່ປະທານາທິບໍດີຂອງອີຣ່ານແມ່ນຂຶ້ນກັບການຕັດສິນໃຈຂອງອໍານາດການປົກສາສະຫນານັບຕັ້ງແຕ່ການປະຕິວັດອີຣ່ານ ປີ 1979.
ໃນລາວ, ຄົນສ່ວນໃຫ່ຍນັບຖືພຸດທະສາສະໜາເປັນສາສະໜາຫຼັກ ແຕ່ບໍ່ໄດ້ຖືເອົາເປັນສາສະໜາປະຈຳຊາດຢ່າງເປັນທາງການ. ລັດຍັງສົ່ງເສີມຄວາມສາມັກຄີລະຫວ່າງສາສະໜາ ແລະ ປະຕິບັດນະໂຍບາຍສາກົນລະຫວ່າງສາສະໜາ.[1] ດັ່ງນັ້ນ, ລາວຈຶ່ງບໍ່ມີສາດສະໜາປະຈຳຊາດທີ່ຊັດເຈນ, ແຕ່ພຸດທະສາດສະໜາຍັງມີອິດທິພົນຫຼາຍໃນສັງຄົມ ແລະ ວັດທະນະທຳ.
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).