Jump to content

ສາມກົ໊ກ (ນະວະນິຍາຍ)

ຈາກ ວິກິພີເດຍ

ສາມກົ໊ກ (ຈີນຕົວຫຍໍ້: 三国演义; ຈີນຕົວເຕັມ: 三國演義; ພິນອິນ: Sānguó Yǎnyì; ແປວ່າ "ບົດປະພັນສາມລັດ")[1] ແມ່ນນະວະນິຍາຍອິງປະຫວັດສາດຂອງຈີນທີ່ປະພັນໃນຄຣິສຕະສະຕະວັດທີ XIV ຖືກັນວ່າເປັນຜົນງານຂຽນຂອງທ້າວລໍ່ກວນຕົງ (羅貫中 ຫຼົວກວ້ານຈົ່ງ). ນະວະນິຍາຍມີພື້ນຫຼັງເປັນສາກໃນຍຸກສະໄໝແຫ່ງສັບສົນວຸ່ນວາຍໃນຍຸກປາຍລາຊະວົງຮັ່ນແລະຍຸກສາມກົ໊ກໃນປະຫວັດສາດຈີນ ເລີ່ມຕັ້ງແຕ່ປີ ຄ.ສ 184 ແລະສິ້ນສຸດດ້ວຍການໂຮມຜືນແຜ່ນດິນຈີນໃຫ້ເປັນເອກະພາບໃນປິ ຄ.ສ 280 ໂດຍລາຊະວົງຈິ້ນຕາເວັນຕົກ. ໂຕນະວະນິຍາຍມີພື້ນຖານຂໍ້ມູນຈາກບັນທຶກປະຫວັດສາດສາມກົ໊ກຈີ່(三國志 ຊານກົວຈື້) ທີ່ຂຽນໂດຍທ້າວຕັນຊິ່ວ (陳壽 ເສິນໂຊ້ວ) ເປັນແຫຼ່ງຂໍ້ມູນຕົ້ນຕໍ.

ເລື່ອງລາວຂອງນະວະນິຍາຍ ສາມກົ໊ກ ມີທັງສ່ວນທີ່ອີງຕາມປະຫວັດສາດແທ້ ແລະ ສ່ວນທີ່ເປັນນິຍາຍເສີມເຕີມແຕ່ງຂຶ້ນ ນຳສະເໜີເລື່ອງລາວຂອງຂຸນເສິກເຈົ້າສັກດິນາແລະຜູ້ຕິດຕາມທີ່ພະຍາຍາມຂຶ້ນຍຶດແທນຫຼືຟື້ນຟູລາຊະວົງຮັ່ນທີ່ກຳລັງເສື່ອມໂຊມແມ່ນຢູ່ວ່ານະວະນິຍາຍເລົ່າເຖິງຕົວລະຄອນຫຼາຍຮ້ອຍຄົນ ແຕຈຸດເນັ້ນຫຼັກຢູ່ທີ່ກຸ່ມອຳນາດສາມກຸ່ມທີ່ກໍ່ຕັ້ງຂຶ້ນຈາກການເສື່ອມ໔ອຍຂອງລາຊະວົງຮັ່ນ ແລະໃນທີ່ສຸດກໍກໍ່ເກີດຂຶ້ນເປັນກົ໊ກ 3 ລັດ ໄດ້ແກ່ ວຸຍກົ໊ກ(魏 ເວີ່ຍ), ຈົ໊ກກົ໊ກ(蜀 ສູ), ແລະງໍ່ກົ໊ກ (吳 ອູ). ນະວະນິຍາຍມີເນື້ອຫາກ່ຽວຂ້ອງກັບກົນລະເສິກ, ການຮົບໂຕຕໍ່ໂຕ, ການຮົບດ້ວຍກຳລັງທະຫານ, ເລ່ກົນເພທຸບາຍ ແລະການຕໍ່ສູ້ລະຫວ່າງລັດເພື່ອຊ່ວງຊີງອຳນາດໃນຊ່ວງລະຫວ່າງເວລາເກືອບ 100 ປີ.

ນະວະນິຍາຍສາມກົ໊ກໄດ້ຮັບການຍົກຍ່ອງເປັນໜຶ່ງໃນສີ່ສຸດຍອດວັນນະກຳຈີນມີຈຳນວນ 120 ຕອນ ມີຈຳນວນຄຳທັງໝົດປະມານ 800,000 ຄຳ ແລະມີຕົວລະຄອນທີ່ມີບົດບາດສຳຄັນເກືອບພັນຄົນ (ສ່ວນຫຼາຍເປັນບຸກຄົນທີ່ມີຕົວຕົນຈິງໃນປະຫວັດສາດ).[2] ສາມກົ໊ກ ເປັນໜຶ່ງໃນຜົນງານວັນນະກຳທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນອາຊີຕາເວັນອອກ ອິດທິພົນທາງວັນນະກຳໃນຂົງເຂດນີ້ທຽບໄດ້ກັບຜົນງານຂອງ ວິນລຽມ ເຊັກສະເປຍທີ່ມີຕໍ່ວັນນະກຳອັງກິດ.[3] ອາດກ່າວໄດ້ວ່າ ສາມກົ໊ກ ເປັນນະວະນິຍາຍອີງປະຫວັດສາດທີ່ມີການານແຜ່ຫຼາຍທີ່ໃນປະເທດຈີນຊ່ວງປາຍສະໄໝຈັກກະພັດແລະປະເທດຈີນສະໄໝໃໝ່.[4] ເຮີເບິດ ໄຈລສ໌ (Herbert Giles) ກ່າວວ່າໃນໝູ່ຊາວຈີນເອງນະວະນິຍາຍເລື່ອງນີ້ກໍຖືເປັນນະວະນິຍາຍຍິ່ງໃຫຍ່ທີ່ສຸດຂອງພວກຕົນ.[5]

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Roberts 1991, pg. 940
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).