ສັນຍາລັກອາລົມ


ສັນຍາລັກອາລົມ, ຫຼືທີ່ຮູ້ຈັກກັນດີໃນນາມ ອີໂມຕິຄອນ (ອັງກິດ: emoticon)[1], ຫຍໍ້ມາຈາກ "emotion icon" (ສັນຍາລັກຮູບອາລົມ) ຫຼືເອີ້ນສັ້ນໆວ່າ ອີໂມດ (emote)[2] ເປັນສັນຍາລັກທີ່ສະແດງເຖິງການສະແດງອອກຂອງໃບໜ້າ ຜ່ານການນໍາໃຊ້ຕົວອັກສອນເພື່ອສະແດງອາລົມ ແລະ ຄວາມຮູ້ສຶກ
ອີໂມຕິຄອນໃນຍຸກທຳອິດແມ່ນບັນພະບຸລຸດຂອງອີໂມຈິ. ອີໂມຕິຄອນຂອງ ASCII ທໍາອິດແມ່ນ :-)
ແລະ :-(
, ຂຽນຄັ້ງທໍາອິດໂດຍ ສະກັອດ ຟລໍແມນ (Scott Folman) ໃນປີ 1982, ແຕ່ຄວາມຈິງແລ້ວອີໂມຕິຄອນທໍາອິດໄດ້ມາຈາກລະບົບຄອມພິວເຕີ PLATO IV ໃນປີ 1972.[3]
ຜູ້ໃຊ້ຍີ່ປຸ່ນໄດ້ຮັບຄວາມນິຍົມຈາກການສ້າງອີໂມຕິຄອນທີ່ເອີ້ນວ່າ ເກົາໂມຈິ (kaomoji), ເຊິ່ງໃຊ້ຕົວອັກສອນຍີ່ປຸ່ນ. ຮູບແບບນີ້ໄດ້ຮັບຄວາມນິຍົມຫຼາຍໃນພາສາຍີ່ປຸ່ນ ASCII NET ຕັ້ງແຕ່ປີ 1986.
ໃນຂະນະທີ່ການສົ່ງຂໍ້ຄວາມທາງໂທລະສັບມືຖື SMS ແລະ ອິນເຕີເນັດ ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງໃນທ້າຍຊຸມປີ 1990, ອີໂມຕິຄອນໄດ້ກາຍເປັນທີ່ນິຍົມຫລາຍຂຶ້ນແລະຖືກນໍາໃຊ້ທົ່ວໄປໃນ ການສົ່ງຂໍ້ຄວາມ, ຟໍຣຳອິນເຕີເນັດ ແລະ ອີເມວ. ອີໂມຕິຄອນໄດ້ມີບົດບາດສໍາຄັນໃນການສື່ສານຜ່ານເຕັກໂນໂລຊີ, ແລະບາງອຸປະກອນແລະແອັບພລິເຄຊັນໄດ້ສະຫນອງຮູບພາບທີ່ມີສະໄຕທີ່ບໍ່ໃຊ້ເຄື່ອງຫມາຍວັກຕອນຂໍ້ຄວາມ. ອີໂມຕິຄອນຖືເປັນຕົ້ນແບບຂອງອີໂມຈິສະໄໝໃໝ່