Jump to content

ສະໜາມບິນສາກົນສຸວັນນະພູມ

ຈາກ ວິກິພີເດຍ
ສະໜາມບິນສາກົນສຸວັນນະພູມ
ท่าอากาศยานสุวรรณภูมิ

IATA: BKKICAO: VTBS
ຂໍ້ມູນສຳຄັນ
ການໃຊ້ງານ ສາທາລະນະ
ຜູ້ດຳເນິນງານ ບໍລິສັດ ທ່າອາກາດສະຍານໄທ ມະຫາຊົນ
ພື້ນທີ່ບໍລິການ ສະໝຸດປາການ
ບາງກອກ
ບ່ອນທີ່ຕັ້ງ ຖະໜົນເທບພະລັດ ຕຳບົນລາຊາເທວະ ອຳເພີບາງພີ ຈັງຫວັດສະໝຸດປາການ ປະເທດໄທ
ເປີດໃຊ້ງານ 28 ກັນຍາ 2006; 18 ປີກ່ອນ (2006-09-28)
ຖານການບິນ Passenger

Secondary Hub

Cargo

ເມືອງສຳຄັນ *ໄຊນ່າເຊົາເທີນແອໄລ
ຄວາມສູງ 5 ຟຸດ / 2 ແມັດ
ພິກັດ 13°41′33″N 100°45′00″E / 13.69250°N 100.75000°E / 13.69250; 100.75000
ເວັບໄຊຕ໌ suvarnabhumi.airportthai.co.th
ແຜນທີ່
Location of ສະໜາມບິນສາກົນສຸວັນນະພູມ
ທາງແລ່ນ
ທິດທາງ
ຄວາມຍາວ
ພື້ນຜິວ
ຟຸດ
ແມັດ
01/19 13,123 4,000 ຢາງໝາກຕອຍ
02R/20L 12,139 3,700 ຢາງໝາກຕອຍ
02L/20R 13,123 4,000 ຢາງໝາກຕອຍ
ສະຖິຕິ (2019)
ຜູ້ໂດຍສານທັ້ງໝົດ 65,425,879 Increase3.23%
ຜູ້ໂດຍສານຕ່າງປະເທດ 52,933,212 Increase4.05%
ຜູ້ໂດຍສານໃນປະເທດ 11,967,340 Increase0.87%
ທ່ຽວບິນ 380,067 Increase2.86%

ສະໜາມບິນສາກົນສຸວັນນະພູມ (ໄທ: ท่าอากาศยานสุวรรณภูมิ, ອັງກິດ: Suvarnabhumi Airport) ຫຼື ສະໜາມບິນໜອງງູເຫົ່າ (ໄທ: สนามบินหนองงูเห่า) ແມ່ນສະໜາມບິນສາກົນຢູ່ປະເທດໄທ ຕັ້ງຢູ່ບ່ອນລະຫວ່າງຖະໜົນເທບພະລັດແລະທາງພິເສດບູລະພາວິຖີ ໃນເຂດຕຳບົນໜອງປືແລະຕຳບົນລາຊາເທວະ ຈັງຫວັດສະໝຸດປາການ ຫ່າງຈາກໃນກາງບາງກອກປະມານ 25 ກິໂລແມັດ ເປີດໃຫ້ບໍລິການເຊີງພານິດເຕັມຮູບແບບເມື່ອວັນທີ 28 ກັນຍາ ຄ.ສ. 2006 ແຕ່ມີປັນຫາທາງແລ່ນແຕກບໍ່ສາມາດໃຊ້ງານໄດ້ ຈຶງໃຊ້ງານໄດ້ຈິງໃນເດືອນກັນຍາ ຄ.ສ. 2007

ສະໜາມບິນສາກົນສຸວັນນະພູມ ແມ່ນສະໜາມບິນທີ່ໃຫຍ່ທີສຸດໃນປະເທດໄທ ໃຫ້ບໍລິການລະຫວ່າງປະເທດແລະມີສາຍການບິນຈຳນວນມາກທີ່ສຸດໃນປະເທດໄທ ໂດຍລັດຖະບານໄທໄດ້ກຳໜົດໃຫ້ເປັນສະໜາມບິນຫຼັກຂອງປະເທດແທນສະໜາມບິນສາກົນດອນເມືອງ ແລະຕັ້ງເປົ້າໃຫ້ເປັນສູນກາງການບິນໃນທະວີບອາຊີ ປັດຈຸບັນມີ ທ່ານ ກິດຕິພົງ ກິດຕິຂະຈອນ ເປັນຜູ້ອຳນວຍການສະໜາມບິນ

ປັດຈຸບັນສະໜາມບິນສາກົນສຸວັນນະພູມມີທ່ຽວບິນໃນປະເທດຈາກ ຈັງຫວັດກະບີ່, ຂອນແກ່ນ, ຊຽງຮາຍ, ຊຽງໃໝ່, ຕາດ, ພູເກັດ, ລຳປາງ, ສົງຂາ, ສຸໂຂໄທ, ສຸລາດທານີ, ອຸດອນທານີ ແລະອຸບົນລາຊະທານີ ແລະທ່ຽວບິນຕ່າງປະເທດຈາກ ປະເທດຈີນ, ບາເຣນ, ສິງກະໂປ, ກາຕາ, ຮົງກົງ, ມາເລເຊຍ, ອິນເດຍ, ໄຕ້ຫວັນ, ເນປານ, ປາກິດສະຖານ, ອາຣັບບີ ຊາອູດິດ, ດານມາກ, ສີລັງກາ, ອິນໂດເນເຊຍ, ສະວິດ, ຍີ່ປຸ່ນ, ເກົາຫຼີໃຕີ, ມາເລເຊຍ, ບັງກລາເທດ, ແບນຊິກ, ຝຣັ່ງ, ກຳປູເຈຍ, ອົດສະຕະຣາລີ, ເຢຍລະມັນ, ຟິລິບປິນ, ອິຕາລີ, ມຽນມາ, ສະຫະລາຊະອານາຈັກ, ລາວ, ໂອຕຣິດ, ຊູແອດ, ສິງກະໂປ, ນອກແວ, ນູແວນເຊລັງ, ຕວັກກີ, ຫວຽດນາມ, ອຸດສະເບກິດສະຖານ, ກູເວດ, ເຄນຍາ, ໂຮນລັງ, ໂອມານ, ພູຖານ, ຕວັກເມນິດສະຖານ, ມາເກົາ, ສະຫະນະຄອນ ເອເມຣັດ ອາຣັບ, ຊອກຊີ, ມານດີວ, ແຟງລັງ, ມົງໂກລີ, ອີຣານ, ຊອກດານີ, ບຣູໄນ, ໂປໂລຍ, ເອທິໂອປີ, ລັດເຊຍ, ການາດາ, ກາຊັກສະຖານ ແລະອິດສະຣາແອນ