Jump to content

ສະໜາມບິນສາກົນດອນເມືອງ

ຈາກ ວິກິພີເດຍ
ສະໜາມບິນສາກົນດອນເມືອງ
ท่าอากาศยานดอนเมือง

IATA: DMKICAO: VTBD
ຂໍ້ມູນສຳຄັນ
ການໃຊ້ງານ ສາທາລະນະ / ທະຫານ
ເຈົ້າຂອງ ກອງທັບອາກາດໄທ ແລະ ບໍລິສັດ ທ່າອາກາດສະຍານໄທ ມະຫາຊົນ
ຜູ້ດຳເນິນງານ ບໍລິສັດ ທ່າອາກາດສະຍານໄທ ມະຫາຊົນ
ພື້ນທີ່ບໍລິການ ບາງກອກ
ປະທຸມທານີ
ນົນທະບຸລີ
ບ່ອນທີ່ຕັ້ງ ຖະໜົນວິພາວະດີລັງສິດ ແຂວງສະໜາມບິນ ເຂດດອນເມືອງ ບາງກອກ ປະເທດໄທ
ເປີດໃຊ້ງານ 23 ກຸມພາ 1914; 111 ປີກ່ອນ (1914-02-23)
ຖານການບິນ *ໄທໄລອອນແອ
ຄວາມສູງ 9 ຟຸດ / 3 ແມັດ
ພິກັດ 13°54′45″N 100°36′24″E / 13.91250°N 100.60667°E / 13.91250; 100.60667
ເວັບໄຊຕ໌ donmueang.airportthai.co.th
ແຜນທີ່
Location of ສະໜາມບິນສາກົນດອນເມືອງ
ທາງແລ່ນ
ທິດທາງ
ຄວາມຍາວ
ພື້ນຜິວ
ຟຸດ
ແມັດ
03L/21R 12,139 3,700 ຢາງໝາກຕອຍ
03R/21L 11,482 3,500 ຢາງໝາກຕອຍ
ສະຖິຕິ (2024)
ຜູ້ໂດຍສານທັ້ງໝົດ 26,980,428 Increase67.26%
ຜູ້ໂດຍສານຕ່າງປະເທດ 9,971,010 Increase282.59%
ຜູ້ໂດຍສານໃນປະເທດ 17,009,418 Increase25.77%
ທ່ຽວບິນ 184,542 Increase52.92%

ສະໜາມບິນສາກົນດອນເມືອງ (ໄທ: ท่าอากาศยานดอนเมือง, ອັງກິດ: Don Mueang International Airport) ຫຼື ສະໜາມບິນບາງກອກ (ໄທ: ท่าอากาศยานกรุงเทพ) ແມ່ນສະໜາມບິນສາກົນຢູ່ປະເທດໄທ ຕັ້ງຢູ່ບ່ອນຖະໜົນວິພາວະດີລັງສິດ ແຂວງສະໜາມບິນ ເຂດດອນເມືອງ ຊ່ວງກິໂລແມັດທີ 24 ທາງຕອນເໜືອຂອງບາງກອກ ແມ່ນຈຸດສູນກາງທາງການບິນໃນອາຊີຕາເວັນອອກສຽງໃຕ້ທີ່ສາມາດເຊື່ອມໂຍງການຄົມມະນາຄົມທາງອາກາດໄປຍັງຈຸດຕ່າງໆຂອງໂລກ ເປີດໃຫ້ບໍລິການຄັ້ງທຳອິດເມື່ອວັນທີ 27 ມີນາ ຄ.ສ. 1914

ຫຼັງຈາກການເປີດໃຊ້ງານສະໜາມບິນສາກົນສຸວັນນະພູມ ສະໜາມບິນດອນເມືອງຖືກປ່ຽນເປັນບ່ອນທີ່ຊ່ອມເຮືອບິນ ຝຶກບິນ ແລະຈອດເຮືອບິນສ່ວນໂຕຂອງບຸກຄົນສຳຄັນ

ຕໍ່ມາໃນປີ ຄ.ສ. 2007 ສະໜາມບິນດອນເມືອງໄດ້ກັບມາໃຫ້ບໍລິການທ່ຽວບິນແບບປະຈຳໃນປະເທດອີກຄັ້ງ ຫຼັງພົບປັນຫາຫຼາຢູ່ສະໜາມບິນສຸວັນນະພູມ ແລະປີ ຄ.ສ. 2012 ສະໜາມບິນດອນເມືອງໄດ້ກັບມາເປີດໃຫ້ບໍລິການໃນຖານະສະໜາມບິນສາກົນແຫ່ງທີສອງອີກຄັ້ງ ທີ່ຕ້ອງການລົດຄວາມແອອັດຂອງສະໜາມບິນສຸວັນນະພູມລົງ ສະໜາມບິນດອນເມືອງຈຶງກາຍເປັນສະໜາມບິນທີ່ເກົ່າແກ່ທີ່ສຸດບ່ອນໜຶ່ງຂອງໂລກ ແລະເກົ່າແກ່ທີ່ສຸດໃນອາຊີທີ່ຍັງໃຫ້ບໍລິການຢູ່ ປັດຈຸບັນມີ ທ່ານ ວິຈິດ ແກ້ວໄຊທຽມ ເປັນຜູ້ອຳນວຍການສະໜາມບິນ

ປັດຈຸບັນສະໜາມບິນສາກົນດອນເມືອງມີທ່ຽວບິນໃນປະເທດຈາກ ຈັງຫວັດກະບີ່, ຂອນແກ່ນ, ຊຸມພອນ, ຊຽງຮາຍ, ຊຽງໃໝ່, ຕັງ, ນະຄອນພະນົມ, ນະຄອນສີທຳມະລາດ, ນະລາທິວາດ, ນ່ານ, ບຸລີລຳ, ພິສະນຸໂລກ, ແພ່, ພູເກັດ, ຕາກ, ແມ່ຮ່ອງສອນ, ຮ້ອຍເອັດ, ລະນອງ, ເລີຍ, ລຳປາງ, ສະກົນນະຄອນ, ສົງຂາ, ສຸລາດທານີ, ອຸດອນທານີ ແລະອຸບົນລາຊະທານີ ແລະທ່ຽວບິນຕ່າງປະເທດຈາກ ປະເທດຈີນ, ຟິລິບປິນ, ໄຕ້ຫວັນ, ອິນເດຍ, ເນປານ, ສີລັງກາ, ອິນໂດເນເຊຍ, ຍີ່ປຸ່ນ, ບັງກລາເທດ, ມຽນມາ, ສິງກະໂປ, ຊອກຊີ, ສະຫະນະຄອນ ເອເມຣັດ ອາຣັບ, ອົດສະຕະຣາລີ, ຮົງກົງ, ເກົາຫຼີໃຕ້, ກຳປູເຈຍ, ມາເລເຊຍ, ຫວຽດນາມ, ມາເກົາ, ມານດີວ, ແລະລາວ