ສະປີຊີຍ່ອຍ
ສະປີຊີຍ່ອຍ (ອັງກິດ: subspecies; ຫຍໍ້: subsp. ຫຼື ssp.) ໃນການຈຳແນກທາງຊີວະສາດ ໝາຍເຖິງ ກຸ່ມປະຊາກອນໜຶ່ງໃນສອງກຸ່ມ ຫຼື ຫຼາຍກວ່າຂອງສິ່ງມີຊີວິດສະປີຊີດຽວກັນ ທີ່ອາໄສຢູ່ໃນເຂດຍ່ອຍທີ່ແຕກຕ່າງກັນ (ພາຍໃນເຂດກະຈາຍພັນຂອງສະປີຊີນັ້ນ) ແລະມີຄວາມແຕກຕ່າງກັນຂອງລັກສະນະທາງສັນຖານວິທະຍາປີກຍ່ອຍ[2][3] ເຊິ່ງບໍ່ສາມາດຈຳແນກສະປີຊີຍ່ອຍດ່ຽວອອກເປັນສະປີຊີໃໝ່ໄດ້ຢ່າງອິດສະຫຼະ. ຄວາມແຕກຕ່າງຂອງສະປີຊີຍ່ອຍມັກຈະຢູ່ທີ່ລວດລາຍ, ສີສັນ ຫຼື ຂະໜາດຂອງຮ່າງກາຍ ອັນເນື່ອງມາຈາກສະພາບພູມສັນຖານທີ່ຢູ່ອາໄສທີ່ແຕກຕ່າງກັນ. ຕາມລະບຽບສາກົນຂອງລະບົບການຕັ້ງຊື່ສະປີຊີຍ່ອຍຂອງສັດໃຊ້ຊື່ສາມພາກສ່ວນ (trinomial name). ໃນທາງພຶກສາສາດ, ວິທະຍາເຊື້ອລາ ແລະວິທະຍາແບັກທີເຣຍ ໃຊ້ຄຳຫຍໍ້ "subsp." ຫຼື "ssp." ຕາມດ້ວຍຊື່ສະປີຊີຍ່ອຍ.
ສິ່ງມີຊີວິດສະປີຊີໜຶ່ງອາດໄດ້ຮັບການລະບຸວ່າບໍ່ມີສະປີຊີຍ່ອຍເລີຍ ຫຼືມີຢ່າງນ້ອຍສອງສະປີຊີຍ່ອຍເຊິ່ງລວມທັງທີ່ສູນພັນແລ້ວ.
ໃນການຈຳແນກສະປີຊີຍ່ອຍ ນັກອະນຸກົມວິທານຕັດສິນໃຈຈາກເກນຢ່າງງ່າຍໃນການຈຳແນກກຸ່ມປະຊາກອນທີ່ແຕກຕ່າງກັນສອງກຸ່ມໃຫ້ເປັນສະປີຊີຍ່ອຍຫຼືສະປີຊີ ຄືຄວາມສາມາດໃນການຜະສົມຂ້າມພັນ. (ຫາກຜະສົມຂ້າມກັນໄດ້ແມ້ວ່າທາຍາດຕົວຜູ້ບາງຕົວອາດເປັນໝັນ ອາດນັບເປັນສະປີຊີຍ່ອຍ)[4] ໃນທຳມະຊາດສະປີຊີຍ່ອຍຈະບໍ່ຜະສົມຂ້າມພັນກັນເນື່ອງຈາກຄວາມໂດດດ່ຽວທາງພູມສາດຫຼືການເລືອກທາງເພດ. ຄວາມແຕກຕ່າງລະຫວ່າງສະປີຊີຍ່ອຍມັກຈະແຕກຕ່າງກັນນ້ອຍກວ່າຄວາມແຕກຕ່າງລະຫວ່າງສະປີຊີ.
ອ້າງອີງ
[ດັດແກ້]- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).