Jump to content

ສຕາຣ໌ ວໍຣ໌ສ

ຈາກ ວິກິພີເດຍ
ສຕາຣ໌ ວໍຣ໌ສ
ສ້າງໂດຍຈອຣ໌ຈ ລູຄັສ
ງານຕົ້ນສະບັບສຕາຣ໌ ວໍຣ໌ສ (1977)[lower-alpha 1]
ເຈົ້າຂອງລູຄັສຟິລ໌ມ
ປີຄ.ສ. 1977 – ປັດຈຸບັນ
ສື່ພິມ
ປຶ້ມລາຍຊື່ປຶ້ມອ້າງອີງ
ນະວະນິຍາຍລາຍຊື່ນະວະນິຍາຍ
ກາຕູນລາຍຊື່ປຶ້ມກາຕູນ
ນິດຕະຍະສານສຕາຣ໌ ວໍຣ໌ສ ອິນໄຊເດີຣ໌
(ຄ.ສ. 1987 – ປັດຈຸບັນ)
ຮູບເງົາແລະໂທລະພາບ
ຮູບເງົາລາຍຊື່ຮູບເງົາ
ລະຄອນໂທລະພາບລາຍຊື່ລາຍການໂທລະພາບ
ເກມ
ສວມບົດບາດລາຍຊື່ເກມສວມບົດບາດ
ວິດີໂອເກມລາຍຊື່ວິດີໂອເກມ
ສຽງ
ລາຍການວິທະຍຸ(s)ລາຍຊື່ລະຄອນວິທະຍຸ
ເພງຕົ້ນສະບັບເພງ
ອື່ນໆ
ຂອງຫຼິ້ນສິນຄ້າ
ສວນສະໜຸກລາຍຊື່ເຄື່ອງຫຼິ້ນສວນສະໜຸກ

ສຕາຣ໌ ວໍຣ໌ສ (ອັງກິດ: Star Wars) ແມ່ນສື່ແຟຣນໄຊສ໌ແນວມະຫາກາບບັນເທີງຄະດີອະວະກາດ ສ້າງໂດຍ ຈອຣ໌ຈ ລູຄັສ ເຊິ່ງເລີ່ມຕົ້ນຈາກຮູບເງົາເມື່ອປີ ຄ.ສ. 1977[lower-alpha 1] ແລະກາຍເປັນປາກົດການວັດທະນະທຳປະຊານິຍົມທີ່ເກີດຂຶ້ນຢ່າງໄວວ່າທົ່ວໂລກ. ແຟຣນໄຊສ໌ໄດ້ມີການຂະຫຍາຍຕໍ່ເປັນສື່ຕ່າງໆ ປະກອບດ້ວຍຮູບເງົາຫຼາຍເລື່ອງ, ລາຍການໂທລະພາບ, ວິດີໂອເກມ, ນະວະນິຍາຍ, ປຶ້ມກາຕູນ, ເຄື່ອງຫຼິ້ນ ແລະ ພື້ນທີ່ສວນສະໜຸກ ປະກອບກັນເປັນຈັກກະວານສົມມຸດທີ່ກວ້າງໃຫຍ່.[lower-alpha 2] ຈາກຄວາມສຳເລັດຂອງສື່ເຫຼົ່ານີ້ ຈຶ່ງເຮັດໃຫ້ ສຕາຣ໌ ວໍຣ໌ສ ເປັນໜຶ່ງໃນສື່ແຟຣນໄຊສ໌ທີ່ເຮັດເງິນສູງສຸດຕະຫຼອດການ.

ຮູບເງົາຕົ້ນສະບັບເລື່ອງ ສຕາຣ໌ ວໍຣ໌ສ ຕໍ່ມາໄດ້ຕື່ມຊື່ພາກໄປເປັນ ເອັບພິໂສດ 4 ຄວາມຫວັງໃໝ່ (1977) ຕາມມາດ້ວຍພາກຕໍ່ ເອັບພິໂສດ 5 ຈັກກະວັດເອມໄພຣ໌ໂຕ້ກັບ (1980) ແລະ ເອັບພິໂສດ 6 ການກັບມາຂອງເຈໄດ (1983), ສາມພາກນີ້ລວມກັນເປັນ ສຕາຣ໌ ວໍຣ໌ສ ໄຕພາກດັ້ງເດີມ. ຕໍ່ມາ ລູຄັສກັບມາກຳກັບຮູບເງົາ ສຕາຣ໌ ວໍຣ໌ສ ອີກເທື່ອໂດຍຂຽນບົດ ແລະ ກຳກັບ ໄຕພາກຕົ້ນ ປະກອບດ້ວຍ ເອັບພິໂສດ 1 ໄພເຊື່ອງຊ່ອນ (1999), ເອັບພິໂສດ 2 ກອງທັບໂຄລນຈູ່ໂຈມ (2002) ແລະ ເອັບພິໂສດ 3 ຊິທຊຳລະແຄ້ນ (2005). ເມື່ອປີ 2012 ລູຄັສໄດ້ຂາຍລູຄັສຟິລ໌ມໃຫ້ກັບດິສນີ ແລະ ສະຫຼະລິດການເປັນເຈົ້າຂອງແຟຣນໄຊສ໌ຂອງລາວ ເຊິ່ງຕໍ່ມາດິສນີໄດ້ສ້າງໄຕພາກຕໍ່ປະກອບດ້ວຍ ເອບພິໂສດ 7 ອຸບັດການແຫ່ງພະລັງ (2015), ເອັບພິໂສດ 8 ປັດສິມມະບົດແຫ່ງເຈໄດ (2017) ແລະ ເອັບພິໂສດ 9 ກຳເນີດໃໝ່ສກາຍວອລ໌ຄເກີຣ໌ (2019) ທັງໝົດລວມທັງສາມໄຕພາກເອີ້ນວ່າ "ມະຫາກາບສກາຍວອຣ໌ຄເກີຣ໌"

ຮູບເງົາທັງເກົ້າເລື່ອງໃນ 'ມະຫາກາບສກາຍວອຣ໌ຄເກີຣ໌' ໄດ້ຮັບການສະເໜີຊື່ເຂົ້າຊິງລາງວັນອອສກາຣ໌ ໂດຍຮູບເງົາສອງພາກທຳອິດຂອງແຟຣນໄຊສ໌ນັ້ນໄດ້ຮັບລາງວັນ ເມື່ອລວມກັບຮູບເງົາເນື້ອເລື່ອງແຍກຢ່າງ ໂຣຄ ວັນ: ຕຳນານສຕາຣ໌ ວໍຣ໌ສ (2016) ແລະ ຮານ ໂຊໂລ: ຕຳນານສຕາຣ໌ ວໍຣ໌ສ (2018) ແລ້ວ, ຮູບເງົາຊຸດນີ້ເຮັດເງິນໄດ້ຫຼາຍກວ່າ 1 ສິບຕື້ໂດລາສະຫະລັດ ເຮັດໃຫ້ ສຕາຣ໌ ວໍຣ໌ສ ເປັນແຟຣນໄຊສ໌ຮູບເງົາທີ່ເຮັດເງິນສູງສຸດເປັນອັນດັບທີສາມໃນປະຫວັດສາດຮູບເງົາ.[2][3]

ສາກຫຼັງ

[ດັດແກ້]

ແຟຣນໄຊສ໌ ສຕາຣ໌ ວໍຣ໌ສ ເລົ່າເລື່ອງລາວການປະຈົນໄພຂອງກຸ່ມຕົວລະຄອນໃນ "ກາລະຄັ້ງໜຶ່ງນານມາແລ້ວ ນະໝູ່ດວງດາວອັນໄກໂພ້ນ (ອັງກິດ: a long time ago in a galaxy far, far away)"[4] ຜ່ານພາຫຼາຍຍຸກສະໄໜ ທີ່ເຊິ່ງມະນຸດ ແລະ ມະນຸດຕ່າງດາວຫຼາກຫຼາຍເຜົ່າພັນ (ສ່ວນຫຼາຍມີລັກສະນະຄ້າຍມະນຸດ) ອາໄສຢູ່ຮ່ວມກັນກັບຫຸ່ນຍົນ (ໃນຮູບເງົາເອີ້ນວ່າ ດຣອຍດ໌) ທີ່ອາຈຈະໄດ້ຮັບການໂປຣແກຣມໃຫ້ຊ່ວຍເຫຼືອເຂົາເຈົ້າໃນກິດຈະວັດປະຈຳວັນ ຫຼື ການຕໍ່ສູ້.[5] ການເດີນທາງໃນອະວະກາດລະຫວ່າງດາວເຄາະຕ່າງໆນັ້້ນ ເປັນເລື່ອງປົກກະຕິ ເພາະມີເຕັກໂນໂລຊີໄຮເປີຣ໌ສເປຊ.[6][7][8] ດາວເຄາະຕ່າງໆ ນັ້ນມີຕັ້ງແຕ່ດາວເຄາະທີ່ຮັ່ງມີ ດາວເຄາະທີ່ເມິດດາວນັ້ນເປັນເມືອງ ໄປຈົນຮອດດາວທີ່ມີແຕ່ທະເລຊາຍ ແລະ ມີປະຊາກອນເບົາບາງ ແລະ ເປັນພຽງຊົນເຜົ່າພື້ນເມືອງ ທຸກຊີວະນິເວດເທິງໂລກ ໄປຈົນຮອດຊີວະນິເວດສົມມຸດນັ້ນ ສາມາດພົບເຫັນໃນຮູບແບບທີ່ຄ້າຍຄືກັນໄດ້ໃນດາວເຄາະຂອງ ສຕາຣ໌ ວໍຣ໌ສ ເຊິ່ງໂດຍສ່ວນຫຼາຍແລ້ວນັ້ນ ເຕັມໄປດ້ວຍມະນຸດຕ່າງດາວທີ່ທັງຊົງປັນຍາ ແລະ ບໍ່ຊົງປັນຍາ.[9] ນອກຈາກນີ້ ຍັງມີການນຳວັດຖຸທາງດາຣາສາດອື່ນໆ ເຊັ່ນ ສະໜາມດາວເຄາະນ້ອຍ ແລະ ເນບິວລາ ມາໃຊ້ໃນການດຳເນີນເລື່ອງອີກດ້ວຍ.[10][11] ຂະໜາດຂອງຍານອະວະກາດນັ້ນມີຕັ້ງແຕ່ຍານຂັບໄລ່ຂະໜາດນ້ອຍຄືເຮືອບິນເຊັ່ນ ຍານທາຍໄຟເຕີຣ໌ (ອັງກິດ: TIE fighter)ໄປຈົນຮອດຍານຂະໜາດໃຫຍ່ເຊັ່ນ ຍານພິຄາດດາຣາ (ອັງກິດ: Star Destroyer) ແລະສະຖານີອະວະກາດຂະໜາດເທົ່າດວງເດືອນຢ່າງ ດາວມໍຣະນະ (ອັງກິດ: Death Star).[12][13][14] ໂທລະຄົມມະນາຄົມນັ້ນປະກອບດ້ວຍການປາກເວົ້າດ້ວຍສຽງສອງທິດທາງ, ຈໍທີ່ມີທັງພາບແລະສຽງ, ການສາຍພາບໂຮໂລແກຣມ ແລະ ການສື່ສານຜ່ານໄຮເປີຣ໌ສເປຊ.[15]

ຈັກກະວານຂອງ ສຕາຣ໌ ວໍຣ໌ສ ນັ້ນມີຄວາມຄ້າຍຄືກັບໃນຄວາມເປັນຈິງ ແຕ່ກົດເກນຂອງຟີຊິກມີຄວາມຍືດຫຍຸ່ນຫຼາຍກວ່າ ເພື່ອໃຫ້ສາມາດຈິນຕະນາການເລື່ອງລາວຕ່າງໆ ໄດ້ງ່າຍຂຶ້ນ.[16] ໜຶ່ງໃນນັ້ນແມ່ນພະລັງອຳນາດລຶກລັບທີ່ຖືກເອີ້ນວ່າ "ພະລັງ" ເຊິ່ງຕາມຮູບເງົາສະບັບດັ້ງເດີມຖືກອະທິບາຍໄວ້ວ່າເປັນ "ສະໜາມພະລັງງານທີ່ຖືກສ້າງຂຶ້ນໂດຍສິ່ງມີຊີວິດທຸກຊີວິດ... [ເຊິ່ງ]ລວມກາແລັກຊີໃຫ້ເປັນໜຶ່ງດຽວ".[17] ສະໜາມພະລັງນີ້ຖືກບັນຍາຍວ່າເປັນພະເຈົ້າໃນແບບສັບພະເທວະນິຍົມ.[18] ຫາກຜ່ານການເຝິກຝົນ ແລະ ການເຮັດສະມາທິ ຜູ້ທີ່ "ມີພະລັງກ້າແກ່ນ" ຈະສາມາດໃຊ້ພະລັງທີ່ມີຄວາມສາມາດເໜືອທຳມະຊາດຫຼາຍຢ່າງ (ເຊັ່ນ ພະລັງເຄື່ອນຍ້າຍ, ການທຳນາຍອະນາຄົດ, ໂທລະຈິດ ແລະ ການປ່ຽນແປງພະລັງງານທາງກາຍະພາບ);[19] ມີຄວາມເຊື່ອວ່າບໍ່ມີອີ່ຫຍັງເປັນໄປບໍ່ໄດ້ສຳລັບພະລັງ.[20] ພະລັງນັ້ນຖືກໃຊ້ງານໂດຍສອງຝ່າຍຫຼັກເຊິ່ງມີຄວາມຂັດແຍ້ງຕໍ່ກັນໄດ້ແກ່ ເຈໄດ ກອງກຳລັງຮັກສາສັນຕິພາບຂອງສາທາລະນະລັດກາແລັກຕິກ ຜູ້ທີ່ໃຊ້ພະລັງໃນດ້ານສະຫວ່າງຜ່ານການປ່ອຍວາງ ແລະ ອະນຸຍາໂຕຕຸລາການ, ແລະ ຊິທ ຜູ້ໃຊ້ພະລັງໃນດ້ານມືດໂດຍຄວາມຢ້ານກົວ ແລະ ຄວາມຮ້າຍ.[21][22] ຂະນະທີ່ອັດສະວິນເຈໄດນັ້ນມີຈຳນວນຫຼາຍ ແຕ່ລອຣ໌ດມືດແຫ່ງຊິທ (ຫຼື 'ດາຣ໌ທ') ຈຳກັດຢູ່ແຕ່ສອງຄົນເທົ່ານັ້ນຄື ໜຶ່ງອາຈານ ແລະ ໜຶ່ງສິດ.[23]

ຕົວເນື້ອເລື່ອງດຳເນີນເລື່ອງກ່ຽວກັບຄວາມຂັດແຍ້ງໃນກາແລັກຊີ ໂດຍມີສອງຝ່າຍຄື ຝ່າຍສາທາລະນະລັດ ແລະ ກະບົດແບ່ງແຍກຕ່າງໆເຊັ່ນ ຈັກກະວັດກາແລັກຕິກ ທີ່ຊົ່ວຮ້າຍ.[24] ເຈໄດ ແລະ ຊິທເລືອກໃຊ້ອາວຸດທີ່ເອີ້ນວ່າ ກະບີ່ແສງ (ອັງກິດ: Lightsaber) ມີດ້າມຈັບຄືກັບຮູບຊົງກະບອກເຫຼັກເມື່ອປິດ ເມື່ອເປີດຈະເຮັດໃຫ້ເກີດເປັ່ງພະລັງງານອອກມາເປັນແທ່ງລຳແສງທີ່ສາມາດຕັດຜ່ານພື້ນຜິວເກືອບທຸກຢ່າງ ແລະ ສາມາດຕີສະທ້ອນກະສຸນພະລັງງານໄດ້.[25] ສ່ວນປະຊາກອນໂດຍທົ່ວໄປ ລວມເຖິງກະບົດ ແລະ ທະຫານ ແມ່ນໃຊ້ອາວຸດເປັນປືນທີ່ຍິງເປັນພະລັງງານພລາສມາທີ່ເອີ້ນວ່າ ບລາສເຕີຣ໌.[26] ໃນບໍລິເວນອ້ອມນອກກາແລັກຊີ ມີອົງກອນອາຊະຍາກຳເຊັ່ນ ກຸ່ມຮັຕຕ໌ເຊິ່ງມີອິດທິພົນສູງ.[27] ນອກນີ້ ຍັງມີນັກລ່າຄ່າຫົວ ເຊິ່ງມັກຖືກວ່າຈ້າງຈາກທັງນັກເລງ ແລະ ລັດຖະບານໃນການເຮັດສິ່ງຜິດກົດໝາຍເຊັ່ນ ການລັກລອບຂົນເຄື່ອງເຖື່ອນ ແລະ ການຄ້າທາດ.[27]

ການທີ່ມີທັງອົງປະກອບຂອງເລື່ອງແນວບັນເທີງຄະດີວິທະຍາສາດ ແລະ ເລື່ອງແຟນຕາຊີນັ້ນ ໄດ້ເຮັດໃຫ້ ສຕາຣ໌ ວໍຣ໌ສ ເປັນແຟຣນໄຊສ໌ທີ່ທຸກຄົນເຂົ້າເຖິງໄດ້ ແລະ ສາມາດເລົ່າເລື່ອງໃນຫຼາຍປະເພດຫຼາຍແນວ.[28]

ໝາຍເຫດ

[ດັດແກ້]
  1. 1 2 ຮູບເງົາສາຍຫຼັງນະວະນິຍາຍວາງຈຳໜ່າຍເມື່ອເດືອນພະຈິກປີ ຄ.ສ. 1976.
  2. ↑ ສື່ທີ່ແຍກອອກມາສ່ວນຫຼາຍຖືກຈັດໃຫ້ບໍ່ຢູ່ໃນເສັ້ນເລື່ອງຫຼັກ ແລະ ຖືກປ່ຽນຊື່ເປັນ 'ຕຳນານ' in April 2014.[1]

ອ້າງອີງ

[ດັດແກ້]
  1. ↑ "The Legendary Star Wars Expanded Universe Turns a New Page". StarWars.com. ເມສາ 25, 2014. ສືບຄົ້ນເມື່ອ ພຶດສະພາ 26, 2016.{{cite web}}: CS1 maint: date auto-translated (ລິ້ງ)
  2. ↑ "Star Wars – Box Office History". The Numbers. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ ກໍລະກົດ 6, 2013. ສືບຄົ້ນເມື່ອ ມັງກອນ 5, 2020.{{cite web}}: CS1 maint: date auto-translated (ລິ້ງ)
  3. ↑ "Movie Franchises". The Numbers. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ ກໍລະກົດ 6, 2013. ສືບຄົ້ນເມື່ອ ມັງກອນ 3, 2013.{{cite web}}: CS1 maint: date auto-translated (ລິ້ງ)
  4. ↑ ແມ່ແບບ:Cite video
  5. ↑ "Battle droid". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ສິງຫາ 10, 2021. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  6. ↑ Lewis, Ann Margaret (ເມສາ 3, 2001). Star Wars: The Essential Guide to Alien Species. LucasBooks. ISBN 978-0-345-44220-8.{{cite book}}: CS1 maint: date auto-translated (ລິ້ງ)
  7. ↑ Wallace, Daniel (ກຸມພາ 16, 1999). Star Wars: The Essential Guide to Droids. LucasBooks. ISBN 978-0-345-42067-1.{{cite book}}: CS1 maint: date auto-translated (ລິ້ງ)
  8. ↑ Smith, Bill (ມີນາ 19, 1996). Star Wars: The Essential Guide to Vehicles and Vessels. LucasBooks. ISBN 978-0-345-39299-2.{{cite book}}: CS1 maint: date auto-translated (ລິ້ງ)
  9. ↑ Wenz, John (ເມສາ 23, 2015). "Could the Planets in Star Wars Actually Support Life?". Wired (ພາສາອັງກິດແບບອາເມຣິກາ). ISSN 1059-1028. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພຶດສະພາ 26, 2022. ສືບຄົ້ນເມື່ອ ພຶດສະພາ 27, 2022.{{cite magazine}}: CS1 maint: date auto-translated (ລິ້ງ)
  10. ↑ "Asteroid Field". StarWars.com (ພາສາອັງກິດ). ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພຶດສະພາ 27, 2022. ສືບຄົ້ນເມື່ອ ພຶດສະພາ 27, 2022.{{cite web}}: CS1 maint: date auto-translated (ລິ້ງ)
  11. ↑ "Archeon Nebula". StarWars.com (ພາສາອັງກິດ). ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ມິຖຸນາ 11, 2022. ສືບຄົ້ນເມື່ອ ພຶດສະພາ 27, 2022.{{cite web}}: CS1 maint: date auto-translated (ລິ້ງ)
  12. ↑ "X-wing starfighter". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພະຈິກ 8, 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  13. ↑ "Super Star Destroyer". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພະຈິກ 10, 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  14. ↑ "Death Star". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພະຈິກ 8, 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  15. ↑ "HoloNet News". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພະຈິກ 11, 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  16. ↑ Allain, Rhett (ທັນວາ 17, 2015). "The Physics in Star Wars Isn't Always Right, and That's OK". Wired (ພາສາອັງກິດແບບອາເມຣິກາ). ISSN 1059-1028. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພຶດສະພາ 27, 2022. ສືບຄົ້ນເມື່ອ ພຶດສະພາ 27, 2022.{{cite magazine}}: CS1 maint: date auto-translated (ລິ້ງ)
  17. ↑ "6 Great Quotes About the Force". StarWars.com. ກໍລະກົດ 25, 2016. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພະຈິກ 11, 2018. ສືບຄົ້ນເມື່ອ ພະຈິກ 11, 2018.{{cite web}}: CS1 maint: date auto-translated (ລິ້ງ)
  18. ↑ "How to Teach Kids About Worldviews Through 'Star Wars' | SCENES" (ພາສາອັງກິດແບບອາເມຣິກາ). ເມສາ 26, 2018. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ກໍລະກົດ 2, 2022. ສືບຄົ້ນເມື່ອ ພຶດສະພາ 27, 2022.{{cite web}}: CS1 maint: date auto-translated (ລິ້ງ)
  19. ↑ ແມ່ແບບ:Cite video
  20. ↑ ""Nothing is impossible for the Force": A Joint Retrospective on the first Darth Vader Comic Series – Mynock Manor". mynockmanor.com (ພາສາອັງກິດແບບອາເມຣິກາ). ມີນາ 31, 2017. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ມັງກອນ 11, 2023. ສືບຄົ້ນເມື່ອ ພຶດສະພາ 27, 2022.{{cite web}}: CS1 maint: date auto-translated (ລິ້ງ)
  21. ↑ "Jedi Order". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພະຈິກ 3, 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  22. ↑ "Sith". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ຕຸລາ 16, 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  23. ↑ Nicholas, Christopher (2016). Star Wars: I Am a Jedi. Little Golden Books. Illustrated by Ron Cohee. ນ. 18–19. ISBN 978-0-7364-3487-4.
  24. ↑ "Galactic Empire". StarWars.com. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  25. ↑ "Lightsaber". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ຕຸລາ 24, 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  26. ↑ "Blaster pistol". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ 17 ມີນາ 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  27. 1 2 "Hutt clan". StarWars.com. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພະຈິກ 2, 2023. ສືບຄົ້ນເມື່ອ ຕຸລາ 22, 2023.{{cite web}}: CS1 maint: date auto-translated (ລິ້ງ)
  28. ↑ McCoy, Joshua Kristian (ກຸມພາ 5, 2022). "Other Genres Star Wars Should Try Out". Game Rant (ພາສາອັງກິດແບບອາເມຣິກາ). ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ພຶດສະພາ 27, 2022. ສືບຄົ້ນເມື່ອ ພຶດສະພາ 27, 2022.{{cite web}}: CS1 maint: date auto-translated (ລິ້ງ)