ວຽງຈັນເຊັນເຕີ


ສູນການຄ້າວຽງຈັນເຊັນເຕີ (ອັງກິດ: Vientiane Center, ຈີນ: 万象中心) ແມ່ນສູນການຄ້າທີ່ໃຫຍ່ສຸດໃນນະຄອນຫລວງວຽງຈັນ. ເປັນໂຄງການຂອງ "ໜຶ່ງແນວທາງໜຶ່ງເສັ້ນທາງ" ທີ່ພັດທະນາໂດຍບໍລິສັດຈາກຈີນ ແລະ ລາວ. ໂຄງການນີ້ຖືກສ້າງຂຶ້ນໂດຍບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງຈອນ ໜອງຈັນຕອນເໜືອ ຈຳກັດ (ຫຼື ບໍລິສັດ ໜອງຈັນ), ເຊິ່ງເປັນບໍລິສັດຮ່ວມທຶນລະຫວ່າງບໍລິສັດ Yunnan Construction Investment Holding Group Co., Ltd ຈາກຈີນ ແລະ ບໍລິສັດ ລາວກຣິດຕະພົງ Group Co., Ltd ຈາກລາວ.[1]
ວຽງຈັນເຊັນເຕີ ມີ 4 ຊັ້ນ ແລະ 1 ຫ້ອງໂຖງໃຫຍ່, ພື້ນທີ່ທັງໝົດ 36,823 ຕາແມັດ. ມີຮ້ານຄ້າ, ຮ້ານອາຫານ, ບ່ອນພັກຜ່ອນ, ບ່ອນບັນເທີງ, ແລະ ສະຖານທີ່ຈັດງານວາງສະແດງຍິ່ຫໍ້ດັງລະດັບສາກົນຫຼາຍຍິ່ຫໍ້ໄດ້ເຂົ້າມາຮ່ວມໃນສູນການຄ້າແຫ່ງນີ້, ເຊິ່ງເປັນຄັ້ງທຳອິດທີ່ມີຍິ່ຫໍ້ດັງເຂົ້າມາຕະຫຼາດລາວ. ນອກຈາກນີ້, ຍັງມີທະນາຄານຈາກຈີນທີ່ຕັ້ງສຳນັກງານໃຫຍ່ຢູ່ທີ່ນີ້, ເຊັ່ນດຽວກັນກັບໂຮງຮູບເງົາ Major Cineplex ທີ່ເປັນໂຮງຮູບເງົາລະດັບສາກົນແຫ່ງທຳອິດໃນລາວ.[1][2]