Jump to content

ວີທູບເບີ

ຈາກ ວິກິພີເດຍ
ຄິຊຶນະ ໄອ, ວີທູບເບີຄົນທຳອິດທີ່ໄດ້ຮັບຄວາມນິຍົມຢ່າງສູງ ແລະ ເປັນຈຸດເລີ່ມຕົ້ນຂອງວີທູບເບີຮຸ່ນຫຼັງໆມາ.

ເວີຣ໌ຊວລຢູທູບເບີຣ໌ (ອັງກິດ: virtual YouTuber) ຫຼື ຫຍໍ້ກັນວ່າ ວີທູບເບີຣ໌ (ອັງກິດ: VTuber) ຫຼືເອີ້ນກັນສັ້ນໆວ່າ ວີ ແມ່ນຜູ້ສ້າງຄວາມບັນເທີງອອນໄລນ໌ທີ່ໃຊ້ຮ່າງອະວາຕາຣ໌ສະເໝືອນຈິງ ເຊິ່ງສ້າງຂຶ້ນດ້ວຍກຣາຟິກຄອມພິວເຕີ ໂດຍມັກນຳໃຊ້ຊອບແວ ຫຼື ເຕັກໂນໂລຊີຈັບການເຄື່ອນໄຫວແບບຣຽລໄທມ໌(ແຕ່ກໍບໍ່ສະເໝີໄປ) ເພື່ອຈັບການເຄື່ອນໄຫວຂອງຜູ້ທີ່ກຳລັງສະແດງຢູ່. ວີທູບເບີກຳເນີດຄັ້ງທຳອິດທີ່ຍີ່ປຸ່ນໃນກາງຊຸມປີ2010 ແບະ ໄດ້ກາຍເປັນປາກົດການທາງສື່ອອນໄລນ໌ລະດັບໂລກໃນຊ່ວງປີ2020.[1][2] ວີທູບເບີສ່ວນໃຫຍ່ເປັນຢູທູບເບີ ຫຼື ສຕຣີມເມີທີ່ເວົ້າພາສາຍີ່ປຸ່ນ ແລະ ອັງກິດເຊິ່ງໃຊ້ການອອກແບບຮ່າງອະວາຕາຣ໌ໃນການດຶງດູດຜູ້ເບິ່ງ ແລະ ນຳສະເໜີຄອນເທນຕ໌. ໂດຍໃນປີ2020 ມີວີທູບເບີທີ່ຍັງຄົງແອັກທີຟຢູ່ເຖິງໝື່ນກວ່າຄົນ.[3] ແມ່ນຢູ່ວ່າຄຳວ່າ "ວີທູບເບີ" ແມ່ນມາຈາກແພລັດຟອມຢູທູບ ແຕ່ຄົນເຂົາກໍພາກັນໃຊ້ໃນແພລັດຟອມອື່ນໆນຳເຊັ່ນ: ນິໂກນິໂກ, ທວິຕຊ໌, ເຟສບຸກ ແລະ ບິລິບິລີເປັນຕົ້ນ.

ຜູ້ທີ່ໃຊ້ຄຳວ່າ "ວີຊວນຢູທູບເບີ" ເປັນຄົນທຳອິດແມ່ນ ຄິຊຶນະ ໄອ ເຊິ່ງໄດ້ລິເລີ່ມສ້າງຄອນເທນຕ໌ໃນຢູທູບຊ່ວງປາຍປີ2016, ຄວາມນິຍົມຂອງລາວໄດ້ຈຸດກະແສການເຮັດວີທູບເບີຂຶ້ນໃນຍີ່ປຸ່ນ ແລະ ນຳໄປສູ່ການກໍ່ຕັ້ງສັງກັດສະເພາະທາງເພື່ອສະໜັບສະໜຸນເຫຼົ່າວີທູບເບີເຊັ່ນ: ໂຮໂລໄລຟ໌ ໂປຣດັກຊັນ, ນິຈິຊັນຈິ ແລະ ວີໂຊວໂຈ. ນອກນີ້ ການແປຄລິບວີທູບເບີຂອງເຫຼົ່າແຟນຄລັບໄປເປັນພາສາຕ່າງໆກໍເປັນອີກແຮງໜຶ່ງທີ່ຊຸກຍູ້ໃຫ້ວີທູບເບີແຮ່ງໄດ້ຮັບຄວາມນິຍົມໄປທົ່ວໂລກ.[4] ປັດຈຸບັນວີທູບເບີປາກົດໃນງານກິດຈະກຳ ແລະ ການໂຄສະນາຕ່າງໆຢ່າງເປີດເຜີຍ ແລະ ວີບາງຄົນກໍຍັງສາມາດທຳລາຍສະຖິຕິໂລກກ່ຽວກັບການສຕຣີມໄດ້ອີກດ້ວຍ.

ອ້າງອີງ

[ດັດແກ້]
  1. "Japan's virtual YouTubers have millions of real subscribers — and make millions of real dollars". Rest of World. July 26, 2021. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ February 6, 2022. ຄົ້ນຫາເມື່ອ March 28, 2023.
  2. "Virtual YouTubers behind famous avatars in Japan make millions from superfans". South China Morning Post. 9 May 2022. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ May 28, 2023. ຄົ້ນຫາເມື່ອ May 28, 2023.
  3. "ユーザーローカル、バーチャルYouTuberの1万人突破を発表 9000人から4ヵ月で1000人増". PANORA. January 15, 2020. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ January 31, 2020. ຄົ້ນຫາເມື່ອ July 3, 2020.
  4. Chen, James (November 30, 2020). "The Vtuber takeover of 2020". Polygon (ພາສາອັງກິດ). ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ December 8, 2020. ຄົ້ນຫາເມື່ອ December 14, 2020.