ວິທະຍຸເອເຊຍເສລີ
Appearance
ວິທະຍຸເອເຊຍເສລີ (ຫຼື ວິທຍຸເອເຊັຽເສຣີ, ອັງກິດ: Radio Free Asia) ເປັນອົງກອນທີ່ບໍ່ສະແຫວງຜົນກຳໄລ ທີ່ອອກອາກາດລາຍການວິທະຍຸ ແລະ ເຜີຍແຜ່ຂ່າວ, ຂໍ້ມູນ, ແລະ ຄຳວິຈານໃຫ້ກັບຜູ້ຟັງໃນທະວີບອາຊີ. ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາ.[1]
ວິທະຍຸເອເຊຍເສລີ ມີຈຸດປະສົງເພື່ອສະໜອງການຂ່າວລາຍງານທີ່ຖືກຕ້ອງ ແລະ ບໍ່ປິດກັ້ນໃຫ້ກັບປະເທດໃນອາຊີທີ່ມີສະພາບແວດລ້ອມສື່ທີ່ອ່ອນແອ ແລະ ມີການປິດກັ້ນສິດເສລີພາບໃນການເວົ້າ ແລະ ເສຣີພາບສື່ມວນຊົນທີ່ຈຳກັດ.[1][2]