ວິກິພີເດຍ:ໂຄງການວິກິປະເທດລາວ
ຮູບຮ່າງການສະແດງຜົນ
(ປ່ຽນເສັ້ນທາງມາຈາກ ວິກິພີເດຍ:LAO)
ໂຄງການວິກິປະເທດລາວ ແມ່ນພື້ນທີ່ກາງສຳລັບຮວບຮວມຊາວວິກິພີເດຍ ແລະ ຜູ້ທີ່ສົນໃຈຮັກໃນການຂຽນ ເພື່ອຮ່ວມມືກັນສ້າງສັນ, ພັດທະນາ ແລະ ປັບປຸງບົດຄວາມທີ່ກ່ຽວຂ້ອງກັບ ປະເທດລາວ ໃຫ້ມີຄຸນນະພາບ. ບໍ່ວ່າຈະເປັນເລື່ອງປະຫວັດສາດ, ພູມສາດ, ວັດທະນະທຳ, ບຸກຄົນສຳຄັນ ຫຼື ສະຖານທີ່ທ່ອງທ່ຽວ ເຮົາມີເປົ້າໝາຍດຽວກັນຄືການເຮັດໃຫ້ວິກິພີເດຍພາສາລາວ ເປັນແຫຼ່ງຄວາມຮູ້ກ່ຽວກັບເມືອງລາວທີ່ສົມບູນທີ່ສຸດ.
ຈຸດປະສົງຫຼັກ
[ດັດແກ້]- ສ້າງບົດຄວາມໃໝ່: ເພີ່ມບົດຄວາມກ່ຽວກັບປະເທດລາວທີ່ຍັງຂາດຫາຍໄປ ໃຫ້ຄອບຄຸມທຸກແຂວງ ທຸກເມືອງ ແລະ ທຸກແງ່ມຸມ.
- ພັດທະນາຄຸນນະພາບ: ຍົກລະດັບບົດຄວາມສັ້ນ (Stubs) ໃຫ້ມີເນື້ອຫາລະອຽດ, ຖືກຕ້ອງ ແລະ ມີແຫຼ່ງອ້າງອີງທີ່ເຊື່ອຖືໄດ້.
- ກວດສອບຄວາມຖືກຕ້ອງ: ເບິ່ງແຍງເນື້ອຫາໃຫ້ມີຄວາມເປັນກາງ (Neutral Point of View) ແລະ ແກ້ໄຂຂໍ້ມູນທີ່ຜິດພາດ.
- ຈັດລະບຽບໝວດໝູ່: ສ້າງລະບົບ Category ໃຫ້ຄົ້ນຫາຂໍ້ມູນກ່ຽວກັບລາວໄດ້ງ່າຍຂຶ້ນ.
ພື້ນທີ່ຮັບຜິດຊອບ
[ດັດແກ້]ໂຄງການນີ້ຄອບຄຸມເນື້ອຫາທັງໝົດທີ່ກ່ຽວຂ້ອງກັບປະເທດລາວ ໂດຍແບ່ງເປັນໝວດໝູ່ຫຼັກດັ່ງນີ້:
- ພູມສາດ: ແຂວງ, ເມືອງ, ບ້ານ, ພູຜາ, ແມ່ນ້ຳ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດ.
- ປະຫວັດສາດ: ອານາຈັກລ້ານຊ້າງ, ສົງຄາມ, ການປ່ຽນແປງການປົກຄອງ ແລະ ເຫດການສຳຄັນ.
- ວັດທະນະທຳ: ພາສາລາວ, ວັນນະຄະດີ, ດົນຕີ, ອາຫານ, ຮີດຄອງປະເພນີ ແລະ ສາສະໜາ.
- ບຸກຄົນ: ເຈົ້າມະຫາຊີວິດ, ນັກການເມືອງ, ສິລະປິນ, ນັກກິລາ ແລະ ບຸກຄົນທີ່ມີຊື່ສຽງ.
- ເສດຖະກິດ ແລະ ສັງຄົມ: ການຂົນສົ່ງ (ລົດໄຟລາວ-ຈີນ), ໂຄງລ່າງພື້ນຖານ ແລະ ການພັດທະນາປະເທດ.