ວິກິພີເດຍ:ດິສຄອດ
ດິສຄອດ ແມ່ນ ໂປຣແກຣມປະຍຸກສຳລັບການສົນທະນາໂດຍບໍ່ເສຍຄ່າໃຊ້ຈ່າຍ ເຊິ່ງໃຊ້ງານໄດ້ໃນຄອມພິວເຕີ ແລະ ອຸປະກອນພົກພາ ເຊີບເວີດິສຄອດມີທັງຊ່ອງຂໍ້ຄວາມ ແລະ ຊ່ອງສຽງທີ່ໃຊ້ສຳລັບການສົນທະນາຕາມເວລາຈິງ (real-time) ແລະ ສາມາດແບ່ງປັນສື່ຮູບແບບຕ່າງໆ ໃຫ້ກັບສະມາຊິກຂອງເຊີບເວີນັ້ນໄດ້
ເຊີບເວີດິສຄອດທຳອິດຂອງຊຸມຊົນວິກິມີເດຍຢ່າງບໍ່ເປັນທາງການທີ່ໃຊ້ພາສາອັງກິດ ໄດ້ຮັບການຈັດຕັ້ງໂດຍຊາວວິກິພີເດຍທີ່ໃຊ້ງານດິສຄອດໃນຊ່ວງເວລາດັ່ງກ່າວໃນປີ 2016 ໂດຍອີງແນວປະຕິບັດຕາມກົດຂອງການໃຊ້ຊ່ອງໄອອາຣ໌ຊີ (IRC) ຫຼັງຈາກນັ້ນໃນຊຸມຊົນພາສາອື່ນເລີ່ມມີການຈັດຕັ້ງເຊີບເວີທີ່ໃຊ້ພາສາສະເພາະສຳລັບຊຸມຊົນຕາມລຳດັບ ເຊີບເວີພາສາລາວໄດ້ຮັບການຈັດຕັ້ງເມື່ອວັນທີ 10 ມັງກອນ ປີ 2025 ໂດຍຜູ້ໃຊ້ Lookruk ການໃຊ້ງານເຊີບເວີກຳນົດໃຫ້ແຕ່ລະບັນຊີຕ້ອງໃຊ້ອີເມວໃນການຢືນຢັນເພື່ອໃຫ້ສາມາດເຂົ້າຮ່ວມການສົນທະນາ ໃນເຊີບເວີມີການແບ່ງຊ່ອງອອກເປັນຫຼາຍຫົວຂໍ້ຕາມຄວາມສົນໃຈຂອງຊຸມຊົນແລະຄວາມສະເພາະເລື່ອງຂອງຫົວຂໍ້
ສາມາດເຂົ້າຮ່ວມເຊີບເວີຜ່ານລິ້ງເຊີນໂດຍຄລິກປຸ່ມທາງລຸ່ມ:
ຜູ້ຄວບຄຸມ
[ດັດແກ້]ຜູ້ຄວບຄຸມເຊິບເວີມີໄວ້ສຳລັບແຈ້ງບັນຫາກ່ຽວກັບເຊີບເວີເທົ່ານັ້ນ ບໍ່ແມ່ນລາຍງານບັນຫາໃນວິກິພີເດຍ
ຜູ້ຄວບຄຸມດິສຄອດຂອງຊຸມຊົນວິກິມີເດຍພາສາລາວໃນປັດຈຸບັນ ໄດ້ແກ່