ວິກິພີເດຍ:ຄູ່ມືໃນການຂຽນ

ຈາກ ວິກິພີເດຍ

ຄູ່ມືໃນການຂຽນ (ສ້າງຂຶ້ນໂດຍທຽບກັບ Manual of Style) ໃນວິກິພີເດຍແມ່ນແນວທາງໃນການຂຽນ ໃຫ້ຜູ້ອ່ານສາມາດອ່ານໃນຮູບແບບທີ່ເຂົ້າໃຈໄດ້ງ່າຍ ກະລຸນານຶກໄວ້ສະເໝີວ່າ ຫຼັກການຕັ້ງຊື່ນີ້ແມ່ນແນວທາງໃນການຕັ້ງຊື່ເພື່ອໃຫ້ຊື່ບົດຄວາມງ່າຍຕໍ່ການເຂົ້າໃຈກົງກັນ ບໍ່ແມ່ນກົດເຫຼັກ ໂດຍເມື່ອວິກິພີເດຍເຕີບໂຕໄດ້ລະດັບໜຶ່ງແລ້ວ ຂໍ້ແນະນຳຕ່າງ ໆ ທີ່ບໍ່ແມ່ນທີ່ນິຍົມອາດຫຼຸດຫາຍໄປ

ກ່ອນອື່ນ ເນື່ອງຈາກວິກິພີເດຍແມ່ນສາລານຸກົມ ລອງອ່ານທີ່ນະໂຍບາຍແລະແນວປະຕິບັດແລະອີຫຍັງທີ່ບໍ່ແມ່ນວິກິພີເດຍ ເມື່ອມີຂໍ້ສົງໄສໃດ ໆ ໃຫ້ຕັ້ງຕາມບົດຄວາມຕໍ່ໄປນີ້

ຊື່ບົດຄວາມ[ດັດແກ້]

  • ຊື່ບົດຄວາມ ຄວນແມ່ນພາສາລາວແລະແມ່ນຄຳນາມ
  • ສຳລັບຊື່ສະເພາະ ເຊັ່ນ ຊື່ຄົນ ຊື່ສະຖານທີ່ ຫຼືຊື່ສິ່ງຂອງ ແມ່ນໃຫ້ໃຊ້ຊື່ທີ່ແມ່ນຊື່ນິຍົມ ແລະແມ່ນຊື່ທີ່ຜູ້ອື່ນຈະຄົ້ນຫາເປັນອັນດັບທຳອິດ ເພື່ອໃຫ້ສະດວກຕໍ່ການຊອກຫາ
  • ຊື່ບົດຄວາມທີ່ປາກົດຢູ່ໃນສ່ວນເນື້ອຫາເທື່ອທຳອິດໃຫ້ເຮັດໂຕເນັ້ນ ແລະໃສ່ຍະຫວ່າງລະຫວ່າງຊື່ກັບເນື້ອໃນໜຶ່ງເທື່ອ (ໂຕຢ່າງ: '''ຊື່ບົດຄວາມ''') ເຖິງແມ້ວ່າຊື່ບົດຄວາມຈະແມ່ນຊື່ຫຍໍ້ຂອງເນື້ອຫານັ້ນ ໃຫ້ເນັ້ນຊື່ເຕັມທັງໝົດ
  • ສຳລັບບົດຄວາມທີ່ມີສອງຊື່ ເຊິ່ງອາດແມ່ນບົດຄວາມທີ່ແປມາຈາກພາສາອື່ນ ໃຫ້ເຮັດໂຕເນັ້ນຊື່ທັງສອງຂອງບົດຄວາມ

ເວລາ ວັນ ເດືອນ ປີ[ດັດແກ້]

  • ຮູບແບບເວລາຢ່າງຫຍໍ້ ໃຫ້ໃຊ້ຮູບແບບ hh:mm:ss (h = ຊົ່ວໂມງ m = ນາທີ s = ວິນາທີ) ໂດຍໃຊ້ເຄື່ອງໝາຍສອງເມັດ (:) ແທນການໃຊ້ເຄື່ອງໝາຍເມັດ (.)
  • ຖ້າເລກໂຕໜ້າສຸດມີພຽງໜຶ່ງໂຕ ບໍ່ຕ້ອງໃສ່ 0 ນຳໜ້າ ສ່ວນເລກກຸ່ມອື່ນ ໃຫ້ໃສ່ 0 ຈົນເຕັມສອງໂຕ
  • ຂຽນປີໃນຮູບແບບຂອງ ຄ.ສ. ເປັນຫຼັກ ໂດຍໃສ່ຍະຫວ່າງໜຶ່ງເທື່ອລະຫວ່າງຂໍ້ຄວາມກັບໂຕເລກ
    • ໂຕຢ່າງ:
      • ຄ.ສ. 2017
  • ສຳລັບ ພ.ສ. ທີ່ມີຄວາມສຳຄັນໃນທາງຄວາມໝາຍ ໃຫ້ຂຽນກຳກັບໃນວົງເລັບຂ້າງຫຼັງ
    • ໂຕຢ່າງ:
      • ຄ.ສ. 2017 (ພ.ສ. 2560)
  • ສຳລັບທົດສະວັດ ໃຫ້ຂຽນ ຄິດຕະທົດສະວັດ ໂດຍບໍ່ມີຄຳວ່າ "ທີ່" ຕາມຫຼັງ
  • ສຳລັບສະຕະວັດ ໃຫ້ຂຽນ ຄິດຕະສະຕະວັດ ໂດຍຕາມຫຼັງດ້ວຍຄຳວ່າ "ທີ່"

ເພີ່ມເຕີມ: ຄຳວ່າ "ທີ່" ໃນພາສາລາວທີ່ຖືກຕ້ອງ ໃຫ້ຂຽນວ່າ "ທີ່" ບໍ່ແມ່ນ "ທີ" (ໃຊ້ໃນບາງຄັ້ງ)