ວິກິພີເດຍ:ການກໍ່ກວນ
ຮູບຮ່າງການສະແດງຜົນ
ໜ້ານີ້ເປັນນະໂຍບາຍຂອງວິກິພີເດຍພາສາລາວ ເປັນມາດຕະຖານທີ່ຍອມຮັບຢ່າງກວ້າງຂວາງທີ່ຜູ້ໃຊ້ທຸກຄົນຄວນປະຕິບັດຕາມ ການປັບປຸງນະໂຍບາຍຄວນສະທ້ອນໃຫ້ເຫັນຄວາມເຫັນດີເຫັນພ້ອມ |
ການກໍ່ກວນ ແມ່ນການເພີ່ມ, ລຶບ, ຫຼືການປ່ຽນແປງເນື້ອຫາໃນຄວາມພະຍາຍາມໂດຍເຈດຕະນາທີ່ຈະທໍາລາຍວິກິພີເດຍ ເຊັ່ນ ການເພີ່ມເນື້ອຫາຫຍາບຄາຍທີ່ບໍ່ກ່ຽວຂ້ອງ ຫຼື ຂຽນຂໍ້ຄວາມໄຮ້ສາລະ, ການປ້ອຍດ່າບຸກຄົນໃດໜື່ງ, ການເຮັດໃຫ້ໜ້າບົດຄວາມວ່າງເປົ່າທີ່ຜິດກົດລະບຽບ, ການສ້າງຫຼືໃຊ້ບັນຊີຜູ້ໃຊ້ແລ້ວເຮັດສິ່ງບໍ່ເໝາະສົມ ອາດຈະນັບເປັນການກໍ່ກວນໄດ້.