ວິກິດຊາຍແດນໄທ-ກຳປູເຈຍປີ ຄ.ສ 2025
ບົດຄວາມນີ້ມີເນື້ອຫາກ່ຽວຂ້ອງກັບຄວາມຂັດແຍ່ງທາງຊາຍແດນ. ຂໍ້ມູນອາດຈະມີການປ່ຽນແປງຢ່າງໄວວາແລະລາຍງານຂ່າວເບື້ອງຕົ້ນອາດຈະບໍ່ໜ້າເຊື່ອຖື. ການແກ້ໄຂລ້າສຸດໃນບົດຄວາມນີ້ອາດຈະບໍ່ສະແດງຂໍ້ມູນທີ່ເປັນປັດຈຸບັນທີ່ສຸດ. |
ບົດຄວາມນີ້ອາດຈະໄດ້ຮັບການຂະຫຍາຍທີ່ມີຂໍ້ຄວາມທີ່ແປຈາກບົດຄວາມທີ່ສອດຄ່ອງກັນເປັນໄທ ກົດ [ສະແດງ] ສຳລັບຄຳແນະນຳການແປທີ່ສຳຄັນ
|
| ວິກິດຊາຍແດນໄທ-ກຳປູເຈຍປີ ຄ.ສ 2025 | |||||||
|---|---|---|---|---|---|---|---|
| ສ່ວນໜຶ່ງຂອງ ການປະທະກັນຢູ່ຕາມຊາຍແດນກຳປູເຈຍ-ໄທ | |||||||
ແຜນທີ່ຂອງກຳປູເຈຍມີຊາຍແດນຕິດກັບໄທ (ສີແດງ) | |||||||
| |||||||
| ຄູ່ສົງຄາມ | |||||||
|
|
| ||||||
| ຜູ້ບັນຊາການ ແລະ ຜູ້ນຳ | |||||||
| |||||||
| ຄວາມສູນເສຍ | |||||||
|
ກ່ອນປະທະໃຫຍ່ ທະຫານຕາຍ 1[2] ຕັ້ງແຕ່ປະທະໃຫຍ່ ອ້າງໂດຍຝ່າຍກຳປູເຈຍ:[3] ທະຫານຕາຍ 5 ປະຊາກອນຕາຍ 8 ບາດເຈັບທັງໝົດ 71 ເປັນນັກໂທດສົງຄາມ 20 ອ້າງໂດຍຝ່າຍໄທ:[4] ທະຫານຕາຍ 3,000-6,000+ ເປັນນັກໂທດສົງຄາມ 18 |
ກ່ອນປະທະໃຫຍ່ ທະຫານບາດເຈັບ 8[5] ຕັ້ງແຕ່ປະທະໃຫຍ່ ອ້າງໂດຍຝ່າຍໄທ:[6] ທະຫານຕາຍ 15 ທະຫານບາດເຈັບ 199 ປະຊາກອນຕາຍ 17 ປະຊາກອນບາດເຈັບ 38 | ||||||
ຂໍ້ຂັດແຍ່ງຊາຍແດນລະຫວ່າງປະເທດກຳປູເຈຍ ແລະ ປະເທດໄທ ເລີ່ມແຕ່ວັນທີ 28 ພຶດສະພາ 2025, ຫຼັງຈາກການປະທະກັນທາງທະຫານເປັນເວລາສັ້ນໆ. ເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ເຂດຊາຍແດນກຳປູເຈຍ-ໄທ ໃກ້ກັບສາມຫຼ່ຽມມໍລະກົດ (ຊ່ອງບົກ). ເຂດນີ້ເປັນຈຸດປະທະກັນລະຫວ່າງກຳປູເຈຍແລະໄທມາແຕ່ດົນນານມາແລ້ວ.
ຕໍ່ມາໃນວັນທີ 24 ກໍລະກົດ 2025, ເມື່ອປະເທດໄທ ແລະ ກຳປູເຈຍ ໄດ້ມີປະທະຕອບໂຕ້ກັນດ້ວຍກຳລັງທະຫານ, ເຫດການດັ່ງກ່າວເປັນຜົນສະທ້ອນໂດຍກົງຂອງວິກິດການຊາຍແດນໄທ-ກຳປູເຈຍ ແລະ ເຮັດໃຫ້ຄວາມເຄັ່ງຕຶງຊາຍແດນເພີ່ມຂຶ້ນ ກາຍເປັນການປະທະກັນທາງທະຫານຢ່າງເຕັມຮູບແບບ.
ການປະທະກັນລະຫວ່າງວັນທີ 24-25 ກໍລະກົດນີ້ ແມ່ນຢູ່ເຂດຊາຍແດນຈັງຫວັດສີສະເກດ. ທະຫານກໍາປູເຈຍ ປະຈໍາການຢູ່ ລຽບຕາມຊາຍແດນ ກົງກັນຂ້າມ, ແລະ ລາຍງານຂ່າວ ກ່ຽວກັບການຍິງປືນໃຫຍ່ ເຂົ້າໄປໃນດິນແດນ ຂອງໄທ ໄດ້ສົ່ງຜົນກະທົບ ຕໍ່ພົນລະເຮືອນ ອ້ອມຂ້າງ ໂດຍສະເພາະ ຢູ່ໃກ້ກັບ ໂຮງໝໍ ແລະປໍ້ານໍ້າມັນ ບາງແຫ່ງ ໃນເຂດຊາຍແດນ. ສິ່ງນີ້ເຮັດໃຫ້ເກີດຄວາມຕື່ນຕົກໃຈຢ່າງແຜ່ຫຼາຍໃນບັນດາຊາວທ້ອງຖິ່ນ, ເຮັດໃຫ້ການຍົກຍ້າຍຊົ່ວຄາວໄປສູ່ເຂດທີ່ປອດໄພກວ່າ.
ວັນທີ 7 ທັນວາ 2025 ກຳປູເຈຍ ແລະ ໄທ ໄດ້ປະທະກັນຕາມເຂດແດນເປັນເວລາປະມານ 30 ນາທີ. ໃນມື້ຕໍ່ມາ ໄທໄດ້ດຳເນີນປະຕິບັດການທາງພື້ນດິນ ແລະ ການໂຈມຕີທາງອາກາດດ້ວຍເຮືອບິນຮົບ F-16 ໃນຫຼາຍຈຸດຕາມເຂດແດນໃນກຳປູເຈຍ. ວັນທີ 10 ທັນວາ ກອງທັບບົກໄທ (RTA) ໄດ້ເປີດປະຕິບັດການ ສັດຕະວັດ (Operation Sattawat) ແລະເຂົ້າຄວບຄຸມພື້ນທີ່ຫຼາຍແຫ່ງໃນພາກເໜືອຂອງກຳປູເຈຍ. ປະທານາທິບໍດີສະຫະລັດ ໂດນັນ ທຣັມ ໄດ້ຮຽກຮ້ອງໃຫ້ກຳປູເຈຍ ແລະ ໄທ ປະຕິບັດຕາມຂໍ້ຕົກລົງຢຸດຍິງທີ່ລາວເປັນຜູ້ໄກ່ເກ່ຍ ທ່າມກາງການປະທະກັນຕາມເຂດແດນທີ່ເກີດຂຶ້ນອີກຄັ້ງ. [7]
ເບື້ອງຫຼັງ
[ດັດແກ້]
ຂໍ້ຂັດແຍ່ງຊາຍແດນລະຫວ່າງກຳປູເຈຍ ແລະ ໄທ ມີຮາກເຫງົ້າມາຈາກຄວາມບໍ່ແນ່ນອນຂອງເສັ້ນຊາຍແດນທີ່ເກີດຈາກສົນທິສັນຍາສະຫຍາມ-ຝຣັ່ງ ປີ 1904, ເຊັ່ນດຽວກັນກັບສົນທິສັນຍາສະຫຍາມ-ຝຣັ່ງ ປີ 1907, ເຊິ່ງໄດ້ສ້າງຕັ້ງເຂດຊາຍແດນບາງສ່ວນລະຫວ່າງອານາຈັກສະຫຍາມ (ປະຈຸບັນແມ່ນປະເທດໄທ) ແລະສາທາລະນະລັດຝຣັ່ງທີສາມ. ພາຍຫຼັງກຳປູເຈຍໄດ້ຮັບເອກະລາດ, ສານຍຸຕິທຳລະຫວ່າງປະເທດ (ICJ) ໄດ້ມີສານປີ 1962 ໄດ້ຕັດສິນໃຫ້ວັດພຣະວິຫານຕົກຢູ່ພາຍໃນອະທິປະໄຕຂອງກຳປູເຈຍ, ແຕ່ເຂດອ້ອມຂ້າງຍັງມີການຂັດແຍ້ງກັນ, ເຊິ່ງກໍ່ໃຫ້ເກີດຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະ 2008-2011, ເມື່ອການປະທະກັນທາງທະຫານເກີດຂຶ້ນ ແລະ ເສຍຊີວິດທັງສອງຝ່າຍ, ນ້ຳໃຈຊາດນິຍົມຂອງທັງສອງປະເທດໄດ້ມີບົດບາດສຳຄັນໃນການເຮັດໃຫ້ການປະທະກັນເພີ່ມຂຶ້ນ, ສົ່ງຜົນໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດທັງສອງຝ່າຍ, ກ່ອນທີ່ສານຍຸຕິທຳລະຫວ່າງປະເທດຈະຢືນຢັນຄຳຕັດສິນຂອງປີ 1962 ຄືນໃໝ່.[8]
ຄວາມເຄັ່ງຕຶງຢູ່ເຂດຊາຍແດນໄດ້ເພີ່ມຂຶ້ນໃນຕົ້ນປີ 2025 ວັນທີ 13 ກຸມພາ, ທະຫານໄທໄດ້ຫ້າມນັກທ່ອງທ່ຽວກຳປູເຈຍຮ້ອງເພງຊາດກຳປູເຈຍຢູ່ທີ່ປາສາດຕາເມືອນທົມທີ່ມີການຂັດແຍ້ງກັນ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຕື່ມ.[9][10]
ວັນທີ 28 ພຶດສະພາ 2025, ໄດ້ເກີດການປະທະກັນດ້ວຍປືນໃຫຍ່ລະຫວ່າງທະຫານກຳປູເຈຍແລະໄທຢູ່ເຂດສາມຫຼ່ຽມມໍລະກົດ (ຊ່ອງບົກ), ເຂດຊາຍແດນຮ່ວມລະຫວ່າງໄທ, ກຳປູເຈຍ, ລາວ. ເຫດການດັ່ງກ່າວໄດ້ເຮັດໃຫ້ທະຫານກຳປູເຈຍ 1 ຄົນເສຍຊີວິດ. ທັງສອງປະເທດໄດ້ອອກຖະແຫຼງການທີ່ກ່າວຫາກັນວ່າເປັນການລິເລີ່ມການກໍ່ຄວາມຮຸນແຮງ, ສົ່ງໃຫ້ສາຍພົວພັນສອງປະເທດຕົກເຂົ້າສູ່ສະພາບເຄັ່ງຕຶງໃໝ່.[11]
ຈຸດເລີ່ມຕົ້ນ ແລະ ຂໍ້ຂັດແຍ່ງນໍາໄປສູ່ສົງຄາມ (28 ພຶດສະພາ ຫາ 23 ກໍລະກົດ)
[ດັດແກ້]ວັນທີ 1 ມີນາ 2025, ເຈົ້າໜ້າທີ່ໄທໄດ້ຮັບການລາຍງານຈາກກອງບັນຊາການສຸນາລີວ່າ, ສາລາຕຣີມຸກ (ສາລາຮ່ວມໃຈໄທ-ລາວ-ກຳປູເຈຍ), ທີ່ຕັ້ງຢູ່ເຂດສາມຫຼ່ຽມມໍລະກົດໄດ້ເກີດໄຟໄໝ້ແລະໄດ້ຮັບຄວາມເສຍຫາຍທັງໝົດ.[12] ໂດຍກອງທັບບົກໄທອອກຖະແຫຼງການວ່າ, ເຫດໄຟໄໝ້ແມ່ນເກີດຈາກໄຟໄໝ້ເຮືອນຂອງພົນລະເມືອງຢູ່ຝ່າຍກຳປູເຈຍ.[13] ແນວໃດກໍ່ຕາມ, ບາງແຫຼ່ງຂ່າວວ່າ ສາລາຕຣີມຸກອາດບໍ່ເສຍຫາຍຈາກອຸບັດເຫດໄຟໄໝ້, ແຕ່ຖືກທະຫານກຳປູເຈຍທຳລາຍຖິ້ມໃນຕອນກາງຄືນວັນທີ 28 ກຸມພາ ຍ້ອນບໍ່ພໍໃຈກັບເຫດການຄັ້ງກ່ອນ, ເຊິ່ງຝ່າຍໄທໄດ້ຫ້າມນາຍພົນເນ໊ຍະວົງ ແລະເມຍຂອງທະຫານກຳປູເຈຍ ຮ້ອງເພງໃຫ້ກຳລັງໃຈຢູ່ວັດຕາເມືອນທົມ. ນອກຈາກນັ້ນ, ຝ່າຍໄທ ຍັງໄດ້ຈັດຕັ້ງການເຄື່ອນໄຫວຢູ່ສາລາຕຣີມຸກ ໃນວັນສຳຄັນຕ່າງໆຂອງພຸດທະສາສະນິກະຊົນ, ເຊິ່ງກຳປູເຈຍເຫັນວ່າເປັນການບຸກລຸກເຂົ້າໄປໃນເຂດທີ່ຕົນຖືວ່າຢູ່ໃນຂອບເຂດອະທິປະໄຕຂອງຕົນ.[14]
ໃນກາງເດືອນພຶດສະພາ 2015, ຮູບພາບໄດ້ຖືກເຜີຍແຜ່ໃນສື່ ແລະສື່ສັງຄົມ ສະແດງໃຫ້ເຫັນວ່າ ທະຫານກໍາປູເຈຍ ໄດ້ແກ້ໄຂພູມສັນຖານ ແລະ ກໍ່ສ້າງທີ່ໝັ້ນດ້ວຍສະໜາມເພາະ, ໂດຍມີທະຫານເພີ່ມອີກປະມານ 100 ຄົນ, ຢູ່ທີ່ພູ 745 ໃນເຂດສາມຫລ່ຽມມຊລະກົດ. ຕໍ່ມາ, ຜູ້ບັນຊາການທະຫານເຂດ 2 ແລະ ຜູ້ບັນຊາການກອງບັນຊາການ ເປີດເຜີຍວ່າ: ພາຍຫຼັງການສືບສວນ-ສອບສວນຫາຄວາມຈິງແລ້ວເຫັນວ່າການຂູເສະໜາມເພາະແມ່ນເປັນເຫດການແທ້ຈິງ. ດັ່ງນັ້ນ, ກອງທັບໄທຈຶ່ງໄດ້ສົ່ງກຳລັງທະຫານໄປເຈລະຈາກັບຝ່າຍກຳປູເຈຍ ເພື່ອຢຸດຕິການດຳເນີນງານຢູ່ເຂດທີ່ຂັດແຍ້ງກັນ ແລະ ບັນລຸຂໍ້ຕົກລົງຮ່ວມກັນເພື່ອຖອນກຳລັງທະຫານອອກຈາກພື້ນທີ່ຂອງທັງສອງຝ່າຍ, ພ້ອມທັງກຳນົດເວລາການພົບປະເພື່ອປຶກສາຫາລືກ່ຽວກັບເລື່ອງບໍ່ມີອາວຸດ, ແລະ ກຳນົດການລາດຕະເວນຮ່ວມເພື່ອປ້ອງກັນການປະທະກັນໃນອະນາຄົດ.[15] ພາຍຫຼັງການເຈລະຈາ, ບັນດາຮູບພາບທະຫານຂອງທັງສອງຝ່າຍໄດ້ຮັບປະທານອາຫານທ່ຽງທີ່ເປັນມູນເຊື້ອເພື່ອສະແດງໃຫ້ເຫັນເຈດຈຳນົງແກ້ໄຂສະຖານະການໂດຍສັນຕິ.[16]
ອ້າງອີງ
[ດັດແກ້]- ↑ เปิดประวัติ พล.ท.บุญสิน พาดกลาง แม่ทัพภาคที่ 2 ผู้ปกป้องอธิปไตยชายแดนไทย-กัมพูชา
- ↑ ทหารกัมพูชาตาย 1 นายเมื่อ 28 พ.ค. 2025
- ↑ Cite error: Invalid
<ref>tag; no text was provided for refs namedbbc - ↑ แนวหน้า. ‘พล.ต.วันชนะ’คาดทหารเขมรดับ 2,500 ราย จากเหตุปะทะชายแดนไทย-กัมพูชา 5 สิงหาคม 2025
- ↑ ทหารไทยบาดเจ็บจากทุ่นระเบิด; 3 นายในวันที่ 16 ก.ค. และ 5 นายในวันที่ 23 ก.ค. 2025
- ↑ "Incident Report on the Thai-Cambodian Border Clash". แฟนเพจกองบัญชาการกองทัพไทย Royal Thai Armed Forces Headquarters Official Facebook page (ພາສາໄທ). 2 August 2025. ຄົ້ນຫາເມື່ອ 2 August 2025.
- ↑ https://en.wikipedia.org/wiki/2025_Cambodia%E2%80%93Thailand_conflict
- ↑ "U.S. Ally and China's Strategic Partner Exchange Fire in Southeast Asia: Cambodia-Thailand Border Skirmish Raises Fears of Renewed Regional Instability". The Asia Live (ພາສາອັງກິດ (ອາເມລິກັນ)). 2025-06-02. ຄົ້ນຫາເມື່ອ 2025-06-03.
- ↑ "PM warns of 'nationalist rhetoric' fuelling Thai border tensions" (ພາສາອັງກິດ). ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2025-02-19. ຄົ້ນຫາເມື່ອ 2025-02-22.
- ↑ Bangprapa, Mongkol (2025-02-18). "Thai PM downplays Cambodian anthem fuss". Bangkok Post (ພາສາອັງກິດ). ຄົ້ນຫາເມື່ອ 2025-02-22.
- ↑ "U.S. Ally and China's Strategic Partner Exchange Fire in Southeast Asia: Cambodia-Thailand Border Skirmish Raises Fears of Renewed Regional Instability". The Asia Live (ພາສາອັງກິດ (ອາເມລິກັນ)). 2025-06-02. ຄົ້ນຫາເມື່ອ 2025-06-03.
- ↑ "รู้จัก "ศาลาตรีมุข" สัญลักษณ์มิตรภาพ 3 ชาติ ที่เหลือเพียงเถ้าธุลี". เนชั่นทีวี (ພາສາໄທ). 2025-03-05. ຄົ້ນຫາເມື່ອ 2025-06-07.
- ↑ "เพลิงไหม้'ศาลาตรีมุข'ช่องบก สัญลักษณ์มิตรภาพ 3 ประเทศ 'เขมร'แจงสาเหตุแล้ว". www.naewna.com (ພາສາໄທ). ຄົ້ນຫາເມື່ອ 2025-06-07.
- ↑ "กห.รับทหารเขมร ทุบแล้วเผา "ศาลาตรีมุข" เหตุไม่พอใจทหารไทย ห้ามร้องเพลงปลุกใจที่ "ตาเมือนธม" ปรามไม่ให้เกิดซ้ำ". สยามรัฐ (ພາສາໄທ). 2025-03-05. ຄົ້ນຫາເມື່ອ 2025-06-07.
- ↑ "แม่ทัพภาค 2 รับเป็นภาพจริง ทหารกัมพูชารุกล้ำพื้นที่ขุดคู-สร้างฐานที่มั่น". pptvhd36.com (ພາສາໄທ). 2025-05-18. ຄົ້ນຫາເມື່ອ 2025-06-07.
- ↑ Nilnakorn, Phanit. "แม่ทัพภาค 2 ฮึ่มภาพทหารกัมพูชารุกล้ำขุดคูเลตเนินช่องบกของจริง แต่เจรจาจบถอนกำลังแล้ว". เดลินิวส์ (ພາສາໄທ). ຄົ້ນຫາເມື່ອ 2025-06-07.