Jump to content

ວັນຊາດ (ເຫດການ 2 ທັນວາ 1975)

ຈາກ ວິກິພີເດຍ
ການສະຖາປະນາ ສປປ ລາວ
ກາໝາຍຊາດຂອງ ສປປ ລາວ
ວັນທີ່1–2 ທັນວາ 1975
ທີ່ຕັ້ງວຽງຈັນ, ປະເທດລາວ
ຜູ້ເຂົ້າຮ່ວມພັກປະຊາຊົນປະຕິວັດລາວ
ຄະນະມົນຕີປະສົມການເມືອງແຫ່ງຊາດ
ຜົນ

ວັນຊາດ ຂອງປະເທດລາວ ກົງກັບວັນທີ 2 ທັນວາ ຂອງທຸກປີ, ເຊິ່ງເປັນວັນລະນຶກເຖິງເຫດການ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ ຄ.ສ. 1975 ພາຍຫຼັງການຍຶດອຳນາດຂອງຂະບວນການປະຊາຊົນ ແລະ ການສິ້ນສຸດຂອງສົງຄາມກາງເມືອງ.

ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ

[ດັດແກ້]

ໃນວັນທີ 1-2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍມີຜູ້ແທນ 264 ທ່ານເຂົ້າຮ່ວມ. ກອງປະຊຸມມີມະຕິສຳຄັນດັ່ງນີ້:

  1. ຮັບຮອງໃບລາອອກຂອງ ພະເຈົ້າສະຫວ່າງວັດທະນາ ຈາກຕຳແໜ່ງພະມະຫາກະສັດ.
  2. ຮັບຮອງໃບລາອອກຂອງລັດຖະບານປະສົມຊົ່ວຄາວ (ນຳໂດຍ ເຈົ້າສຸວັນນະພູມາ).
  3. ປະກາດລົບລ້າງລະບອບລາຊາທິປະໄຕ.
  4. ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
  5. ແຕ່ງຕັ້ງ ເຈົ້າສຸພານຸວົງ ເປັນປະທານປະເທດ ແລະ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ.[1]

ຄວາມສຳຄັນ

[ດັດແກ້]

ວັນທີ 2 ທັນວາ ຖືເປັນວັນທີ່ມີຄວາມໝາຍທາງປະຫວັດສາດ ເປັນການເປີດສາກຍຸກໃໝ່ຂອງປະເທດລາວ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ. ທຸກໆປີຈະມີການສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ທົ່ວປະເທດ.

ອ້າງອີງ

[ດັດແກ້]
  1. "ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ". Lao News Agency.