ວັນຄົບຮອບ
ຮູບຮ່າງການສະແດງຜົນ
ວັນຄົບຮອບ (ອັງກິດ : The Anniversary) ເປັນຮູບເງົາລາວ ເຊິ່ງກຳກັບໂດຍ ຈິລະສັກ ສາຍສະໜິດ(ໂຈໂຈ້ ມິລາໂຄ້) ນຳສະແດງໂດຍ ອັດສະວິນ ເພັດສັງຫານ, ປາວິນາພອນ ບຸບຜາ ແລະ ນັກສະແດງອີກຫຼາກຫຼາຍ.
| ວັນຄົບຮອບ | |
|---|---|
| ກຳກັບ | ຈິລະສັກ ສາຍສະໜິດ |
| ນຳສະແດງ | ອັດສະວິນ ເພັດສັງຫານ ປາວິນາພອນ ບຸບຜາ |
| ດົນຕີປະກອບ | ຄິດເຖິງໃນວັນນັ້ນ |
| ສາຍ | 30 ມີນາ 2017 |
| ຄວາມຍາວ | 105 ນາທີ |
| ປະເທດ | |
| ພາສາ | ລາວ |
| ຕໍ່ຈາກນີ້ | ສຽງສຸດທ້າຍ |
ເນື້ອເລື່ອງ
[ດັດແກ້]ວິນ (ອັດສະວິນ ເພັດສັງຫານ) ຜູ້ຊາຍທີ່ມີພຽບພ້ອມທຸກຢ່າງ ແຕ່ສິ່ງທີ່ລາວຂາດຢ່າງດຽວຄື: “ຄວາມຮັກ” ລາວເຄີຍມີແຟນມາຫຼາຍຄົນ ແຕ່ບໍ່ເຄີຍຈິງຈັງ ແລະ ບໍ່ເຄີຍສົມຫວັງ ຈົນລາວເລີ່ມໝົດສັດທາໃນຄວາມຮັກ ແຕ່ມື້ໜຶ່ງລາວກັບໄດ້ມາພົບກັບ ຫວານ (ປາວິນາພອນ ບຸບຜາ) ຜູ້ຍິງທີ່ເຄີຍເຈັບຈາກພວກຄົນລວຍເຮັດໃຫ້ຫວານບໍ່ມັກຄົນລວຍອີກເລີຍແຕ່ຫວານຈະຮັກຄົນທີ່ໃຈ ຈົນໃຫ້ວິນເລີ່ມຕົກຫຼຸມຮັກແລະເລີ່ມມີຄວາມເຊື່ອເລື່ອງຄວາມຮັກຂື້ນມາ ແລະ ເຮັດທຸກວິທີທາງເພື່ອເຮັດໃຫ້ຄວາມຮັກຄັ້ງນີ້ຂອງລາວສົມຫວັງ ສຸດທ້າຍແລ້ວເລື່ອງລາວຂອງໜຸ່ມທີ່ບໍ່ເຄີຍສົມຫວັງເລື່ອງຄວາມຮັກຄົນນີ້ ຈະເປັນແນວໃດ?
ນັກສະແດງ
[ດັດແກ້]- ອັດສະວິນ ເພັດສັງຫານ ຮັບບົດ ວິນ
- ປາວິນາພອນ ບຸບຜາ ຮັບບົດ ຫວານ