ວັດສີເມືອງ



ວັດສີເມືອງ ເປັນບ່ອນຕັ້ງຂອງເສົາຫລັກເມືອງ ຢູ່ເຂດບ້ານສີເມືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງມີປະຫວັດອັນເກົ່າແກ່ທີ່ເລົ່າຂານສືບຕໍ່ກັນມາຍາວນານໃນສະໄໝກ່ອນ
ວັດສີເມືອງເປັນສະຖານທີ່ສັກສິດ ຈຶ່ງໄດ້ກາຍເປັນທີ່ເພິ່ງທາງໃຈໃຫ້ແກ່ຊາວລາວ ແລະ ເປັນສະຖານທີ່ ທີ່ຊາວຕ່າງຊາດໃຫ້ຄວາມສົນໃຈເຂົ້າມາສຶກສາ ແລະ ທ່ຽວຊົມເປັນຈຳນວນຫຼວງຫຼາຍ.
ປະຫວັດ
[ດັດແກ້]ວັດສີເມືອງໄດ້ຮັບການກໍ່ສ້າງໃນປີ 1563 ໃນອະດີດອານາຈັກລ້ານຊ້າງ.
ໃນສະໄໝກ່ອນ ຕອນທີ່ຊາວເມືອງ ກຳລັງພ້ອມກັນເຮັດພິທີປັກຫລັກເມືອງຢູ່ນັ້ນ ຕາມຄວາມເຊື່ອໃນເວລານັ້ນ ກ່ອນຈະຕັ້ງຫຼັກເມືອງຕ້ອງມີຜູ້ໃດຜູ້ໜຶ່ງເປັນເຈົ້າ ເປັນຜູ້ເຝົ້າຫຼັກເມືອງເຊິ່ງມີແມ່ຍິງຄົນໜຶ່ງຊື່ວ່ານາງ ສີ ເຊິ່ງກຳລັງຖືພາຢູ່ ນາງໄດ້ອາສາສະຫລະຊີບຕົນໂດດລົງໄປໃນຂຸມນັ້ນ, ນາງໄດ້ຖືກຝັງໄປພ້ອມຫລັກເມືອງ ແລະ ກາຍເປັນຜູ້ເຝົ້າຫລັກເມືອງ ຈຶ່ງເປັນທີ່ມາຂອງຊື່ “ວັດສີເມືອງ” ແຫ່ງນີ້.[1][ຕ້ອງການອ້າງອີງ]
ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).