ວັດພຣະສີລັດຕະນະສາດສະດາລາມ

ຈາກ ວິກິພີເດຍ
ວັດພຣະສີລັດຕະນະສາດສະດາລາມ
Wat Phra Kaew - 1.jpg
ກຸ່ມພຣະອຸໂບສົຖ ເມື່ອມອງຈາກບໍຣິເວນທາງເຂົ້າ
ຂໍ້ມູນທົ່ວໄປ
ຊື່ວັດພຣະແກ້ວ
Wat Phra Kaew
ທີ່ຕັ້ງຖນົນໜ້າພະລານ ແຂວງພຣະບໍຣົມມຫາຣາຊວັງ ເຂຕພຣະນຄຣ 10200
Seal of Bangkok Metro Authority.png ບາງກອກ
ປະເທດໄທ ປະເທດໄທ
ປະເພດພຣະອາຮາມຫຼວງຊັ້ນພິເສສ
ພະປະທານພຣະພຸທທມຫາມນີຣັຕນປຕິມາກອນ
ພະພຸດທະຮູບສຳຄັນພຣະພຸທທຍອດຟ້າຈຸລາໂລກ ພຣະພຸທທເລີດຫຼ້ານພາລັຍ ພຣະສັມພຸທທພັຣນີ ພຣະຊັຍຫຼັງຊ້າງ ພະຄັນທາຣຣາສດຣ໌ ພຣະນາກ
ພະຈຳພັນສາບໍ່ມີພຣະສົງຄ໌ຈຳພັຣສາ
ພຣະອາຮາມປະຈຳ ພຣະບໍຣົມມຫາຣາຊວັງ
ຈຸດສົນໃຈສັກກາຣະພຣະແກ້ວມໍຣະກົຕ ຊົມຈິຕກັມເທິງຝາວັດ ທີ່ພຣະຣະບຽງ
ກິດຈະກຳເທສນາທັມ ວັນອາທິຕຍ໌ ແລະ ວັນພຣະ
ການຖ່າຍພາບບໍ່ຄວນໃຊ້ແຟລຊ ໃນກາຣຖ່າຍຮູປຈິຕກັມເທິງຝາວັດ ແລະ ບໍ່ອນຸຍາຕໃຫ້ຖ່າຍຮູປ ພາຍໃນພຣະອຸໂບສົຖເດັດຂາດ ຖ້າຝ່າຝືນມີໂທສປັບ ແລະ ຍຶດຟີລ໌ມ/ສື່ບັນທຶກ
ໝາຍເຫດ


ວັດພຣະສຣີຣັຕນສາສດາຣາມ (Thai: วัดพระศรีรัตนศาสดาราม) ຫຼື ທີ່ເອີ້ນກັນທົ່ວໄປວ່າ ວັດພຣະແກ້ວ ແມ່ນວັດທີ່ພຣະບາທສົມເດັຈພຣະພຸທທຍອດຟ້າຈຸລາໂລກມຫາຣາຊໃຫ້ສ້າງຂຶ້ນໃນຄ.ສ. 1782. ແມ່ນວັດໃນພຣະບໍຣົມມຫາຣາຊວັງ ເຊັ່ນດຽວກັບວັດພຣະສຣີສັຣເພັຊຍ໌ (Thai: วัดพระศรีสรรเพชญ์) ເຊິ່ງແມ່ນວັດປະຈໍາພຣະຣາຊວັງຫຼວງໃນສມັຍອຍຸທຍາ ແລະ ມີພຣະຣາຊະປສົງຄ໌ໃຫ້ວັດພຣະແກ້ວເປັນທີ່ປຣະດິສຖານພຣະແກ້ວມໍຣກົຕ ທີ່ນຳມາສ້າງນະຄອນວຽງຂິນ, ແຕ່ແທ້ຈິງແລ້ວ ພົບພໍ້ຢູ່ວັດພຣະແກ້ວ ຈັງຫວັດຊຽງຣາຍ ແລະ ເປັນສຖານທີ່ບຳເພັນພຣະຣາຊກຸສົລ. ວັດພຣະສຣີຣັຕນສາສດາຣາມບໍ່ມີພະສົງຄ໌ຈຳພັຣສາຢູ່ ຍ້ອນມີແຕ່ພຸທທາວາສບໍ່ມີສັງຄາວາສ. ວັດພຣະສຣີຣັຕນສາສດາຣາມໄດ້ຮັບການເບິ່ງແຍງ ແລະ ຟື້ນຟູມາຕຣອດ. ວັດພຣະສຣີຣັຕນສາສດາຣາມເປັນທີ່ເຊີດຊູຂອງບ້ານເມືອງ ຕຣອດຈົນເປັນແຫຼ່ງທ່ອງທ່ຽວຂອງປະເທດໄທ.

ວັດພຣະສຣີຣັຕນສາສດາຣາມໄດ້ຮັບການບູຣນປຕິສັງຂຣນ໌ມາໂດຍຕຣອດ. ການປົວແປງຄັ້ງໃຫຍ່ທັງພຣະອາຮາມ ແມ່ນມີຂຶ້ນໃນຣາຊສມັຍພຣະບາທສົມເດັຈພຣະນັ່ງເກົ້າເຈົ້າຢູ່ຫົວ ແລະ ໃນຣາຊສມັຍພຣະບາທສົມເດັຈພຣະຈຸລຈອມເກົ້າເຈົ້າຢູ່ຫົວ ໂຜດເກົ້າໃຫ້ມີການສເລີມສລອງກຸງຣັຕນໂກສິນທຣ໌ຄົບ 100 ປີ ໃນຄ.ສ. 1882. ຕໍ່ມາໃນຣາຊສມັຍພຣະບາທສົມເດັຈພຣະປົກເກົ້າເຈົ້າຢູ່ຫົວໂຜດເກົ້າໃຫ້ມີການບູຣນປຕິສັງຂຣນ໌ທັງພຣະອາຮາມໃນໂອກາສທີ່ມີພຣະຣາຊພິທີສລອງພຣະນຄຣຄົບ 150 ປີ. ໃນຣັຊກາລທີ 9 ໂຜດເກົ້າໃຫ້ບູຣນປຕິສັງຂຣນ໌ທັງພຣະອາຮາມອີກເທື່ອໃນ ຄ.ສ. 1982 ເມື່ອມີການສົມໂພຊກຸງຣັຕນໂກສິນທຣ໌ 200 ປີ ໂດຍມີສົມເດັຈພຣະເທພຣັຕນຣາຊສຸດາ ສຍາມບໍຣົມຣາຊກຸມາຣີທຣົງເປັນອົງຄ໌ປທານໃນການປົວແປງ.

ອາຄາຣຕ່າງໆ ໃນວັດພຣະສຣີຣັຕນສາສດາຣາມ[ດັດແກ້]

ເນື່ອງຈາກພາຍໃນວັດພຣະສຣີຣັຕນສາສດາຣາມມີອາຄາຣສຳຄັນ ແລະ ອາຄານປກອບເປັນຈຳນວນຫຼາຍ ຈຶ່ງແບ່ງກຸ່ມອາຄາຣອອກເປັນ 3 ກຸ່ມຕາມຕຳແໜ່ງ ແລະ ຄວາມສຳຄັນ ດັ່ງນີ້:

ກຸ່ມພຣະອຸໂບສົຖ[ດັດແກ້]

ວັດພຣະແກ້ວໃນບາງກອກ
ກຸ່ມພຣະອຸໂບສົຖ
ວັດພຣະແກ້ວ

ກຸ່ມພຣະອຸໂບສົຖ ເປັນກຸ່ມທີ່ມີຄວາມສໍາຄັນສູງສຸດ ມີພຣະອຸໂບສົຖ ເປັນອາຄາຣປທານເຊິ່ງປຣະດິສຖານ ພຣະພຸທທມຫາມນີຣັຕນປຕິມາກຣ ອ້ອມຮອບດ້ວຍສາລາຣາຍ ພຣະໂພທິທາຕຸພິມານ ຫໍຣາຊພົງສານຸສຣນ໌ ຫໍຣາຊກຣມານຸສຣນ໌ ຫໍຣະຄັງ และ ຫໍພຣະຄັນທາຣຣາສດຣ໌

ພຣະອຸໂບສົຖ[ດັດແກ້]

ພຣະອຸໂບສົຖຕັ້ງຢູ່ສ່ວນກາງຂອງວັດພຣະສຣີຣັຕນສາສດາຣາມ ມີກຳແພງແກ້ວອ້ອມຮອບ ມີຊຸ້ມປຣະດິສຖານເສມາຮວມ 8ຊຸ້ມ ພຣະບາທສົມເດັຈພຣະພຸທທຍອດຟ້າຈຸລາໂລກມຫາຣາຊໂຜດເກົ້າ ໃຫ້ສ້າງຂຶ້ນໃນພ.ສ 2326 ເພື່ອປຣະດິສຖານພຣະພູທທມຫາມນີຣັຕນປຕິມາກຣ (ແກ້ວມໍຣກົຕ) ທີ່ມາຈາກວຽງຈັນທນ໌ ຕັ້ງແຕ່ພ.ສ 2322 (ຕາມຫລັກຖານກ່າວວ່າ ພົບພຣະແກ້ວມໍຣກົຕ ຄັ້ງທໍາອິດທີ່ເຈດີຍ໌ ວັດພຣະແກ້ວ ອ.ເມືອງ ຈັງຫວັດຊຽງຣາຍ)

ໃນກາຣສ້າງພຣະອຸໂບສຖ໌ຫລັງນີ້ໃຊ້ເວລາ 3 ປີ ຈອ່ງສໍາເຣັຈຮຽບຮ້ອຍລົງໃນ ພ.ສ 2328 ຕໍ່ມາ ເມື່ອປມານໄດ້ເກີດເພີງໄໝ້ບຸສບົກທຣົງພຣະແກ້ວມໍຣກົຕເຊິ່ງໂຜດເກົ້າ ໃຫ້ແປງຂຶ້ນໃໝ່ໃຫ້ທັນສລອງວັດພຣະສຣີຣັຕນສາສດາຣາມໃນປາຍຣັຊກາລ

ຫລັກຖານກາຣກໍ່ສ້າງ ແລະ ຣາຍລະອຽດທາງສຖາປັຕຍກັມຂອງ້ຣະອຸໂບສຖ໌ໃນຣັຊກາລນີ້ບໍ່ຊັດເຈນຫຼາຍ ນອກຈາກບົ່ງໄວ້ວ່າ ຝາວັດຮອບນອກເປັນລາຍຮົດນໍ້າຟອກຄໍາເປັນຮູປກະໜົກເຄືອແຍ່ງທຣົງເຂົ້າບິນທ໌ດອກໃນເທິງພື້ນສີຊາດ ຝາວັດດ້ານໃນເໜືອປະຕູກດ້ານສກັດເປັນເຣື່ອງມາຣວິຊັຍ ແລະ ເຣື່ອງໄຕຣພູມິ

ສ່ວນຝາວັດດ້ານຍາວຂຽນພາຳເທພຊຸມນຸມຕາມແບບທີ່ສືບທອດມາຈາກສມັຍອຍຸທຍາ ຝາວັດລະຫວ່າງປ່ອງຢ້ຽມຂຽນພາພເຣື່ອງປຖົມສົມໂພທິ ຫລັງຄາມຸງດ້ວຍກະເບື້ອງເຄືອບເຊິ່ງປາກົຕວ່າມີກາຣແກ້ໄຂໃນຣັຊກາລທີ 3 ແລະ 4 ໃນພາຍຫລັງດັ່ງທີ່ເຫັນໄດ້ໃນປັຈຈຸບັນ

ພຣະທວາຣກາງເປັນພຣະທວາຣໃຍ່ສູງ 8 ສອກຄືບ ກວ້ງ 4ສອກຄືບ ບານປະຕູປດັບມຸກລາຍຊ່ອງມົນ ສ່ວນພຣະທວາຣຂ້າງເປັນທວາຣຮອງສູງ 7 ສອກ ກວ້າງ 3 ສອກ 1 ຄືບ 10 ນິ້ວ ບານປະຕູປດັບມຸກລາຍເຕັມ ເຊິ່ງບານພຣະທວາຣທັງ 2 ແຫ່ງນີ້ ສົມເດັຈฯ ເຈົ້າຟ້າກົມພຣະຍານຣິສຣານຸວັດຕິວົງສ໌ เจ้าฟ้ากรมพระยานริศรานุวัดติวงศ์ประทานความเห็นว่า "เป็นฝีมือที่น่าชมยิ่ง ตั้งใจทำแข่งกับบานที่ทำครั้งแผ่นดินพระเจ้าบรมโกศ ซึ่งอยู่ที่วิหารยอด"

ພາຍໃນພຣະອຸໂບສົຖໄດ້ຮັບກາຣຕົກແຕ່ງຢ່າງວິຈິຕງົດງາມຕັ້ງແຕ່ເພດານເຖິງພື້ນ ກາງຫ້ອງປຣະດິສຖານພຣະແກ້ວມໍຣກົຕໃນບຸສບົກຄໍາພ້ອມດ້ວພຣະພຸທທຮູປສໍາຄັນຫຼາຍອົງຄ໌

ຫໍຣາຊກຣມານຸສຣນ໌ ແລະ ຫໍພົງສານຸສຣນ໌[ດັດແກ້]

ຫໍຣາຊກຣມານຸສຣນ໌ ແລະ ຫໍພົງສານຸສຣນ໌ ສ້າງໃນສມັຍຣັຊກາລທີ ໔ ຕັ້ງຢູ່ເທິງກຳແພງແກ້ວ ດ້ານຫລັງພຣະອຸໂບສົຖທາງທິສເໜືອ ພາຍໃນປຣະດິສຖານພຣະພຸທທຮູປປະຈໍາຣັຊກາລຕ່າງໆໃນສມັຍອຍຸທະຍາຫໍນຶ່ງ ແລະ ສມັຍຣັຕນໂກສິນທຣ໌ອີກຫໍນຶ່ງ ພາຍໃນຂຽນພາພພຣະຣາຊພົງສາວດາຣກຸງສຣີອຍຸທຍາ ເຊິ່ງເປັນສີມືຂອງຂຣົວອິນໂຂ່ງ ຈິຕກຣໄທຍ໌ທີ່ມີສີມືດີທີ່ສຸດໃນສມັຍນັ້ນ

ພຣະໂພທິທາຕພິມານ[ດັດແກ້]

ພຣະໂພທິທາຕພິມານ ເປັນບ່ອນປຣະດິສຖານພຣະປຣາງຄ໌ຂອງບູຮານ ເຊິ່ງທຣົງອັງເຊີນມາຈາກເມືອງເໜືອຂນະຜນວຊ ພາຍໃນພຣະປຣາງຄ໌ປຣະດິສຖານພຣະບໍຣົມສາຣີຣິກທາຕ ແລະ ບັຣຈຸພຣະສຣີມຫາໂພທິຈາກພຸທທຄຍາ