ວລັອກ

Vlog (ວລັອກ ຫຼື ວີລັອກ)ແມ່ແບບ:Refnest ແມ່ນຮູບແບບໜຶ່ງຂອງບລັອກ (Blog) ທີ່ໃຊ້ວິດີໂອເປັນສື່ກາງຫຼັກ, ຫຍໍ້ມາຈາກຄຳວ່າ ວິດີໂອລັອກ (video log) ຫຼື ວິດີໂອບລັອກ (video blog). ເນື້ອຫາຂອງ Vlog ສ່ວນໃຫຍ່ແມ່ນການປະສົມປະສານລະຫວ່າງວິດີໂອ (ຫຼືລິ້ງວິດີໂອ) ເຂົ້າກັບຂໍ້ຄວາມອະທິບາຍ, ຮູບພາບ ແລະ ເມຕາເດຕາ (Metadata) ອື່ນໆ. ວິດີໂອອາດຈະເປັນການຖ່າຍແບບບາດດຽວຈົບ ຫຼື ມີການຕັດຕໍ່ຫຼາຍພາກສ່ວນເຂົ້າກັນ. Vlog ແມ່ນໝວດໝູ່ທີ່ໄດ້ຮັບຄວາມນິຍົມສູງໃນເວັບໄຊ ຢູທູບ (YouTube). ໃນຊຸມປີມໍ່ໆມານີ້, ການສ້າງ Vlog ໄດ້ສ້າງຊຸມຊົນຂະໜາດໃຫຍ່ໃນສື່ສັງຄົມອອນລາຍ ແລະ ກາຍເປັນໜຶ່ງໃນຮູບແບບຄວາມບັນເທີງດີຈີຕອນທີ່ໄດ້ຮັບຄວາມນິຍົມທີ່ສຸດ. ເຊື່ອກັນວ່າ Vlog ສາມາດຖ່າຍທອດເນື້ອຫາ ແລະ ຄວາມຮູ້ສຶກໄດ້ເລິກເຊິ່ງກວ່າບລັອກທີ່ເປັນຕົວໜັງສື[1]. ນອກຈາກນີ້, Vlog ຍັງສາມາດສົ່ງຜ່ານລະບົບ RSS ຫຼື Atom ເພື່ອໃຫ້ຜູ້ຊົມສາມາດຕິດຕາມ ແລະ ເບິ່ງຜ່ານອຸປະກອນມືຖື ຫຼື ຄອມພິວເຕີໄດ້ໂດຍອັດຕະໂນມັດ (ເບິ່ງເພີ່ມເຕີມຢູ່ທີ່ ວິດີໂອພອດແຄສ).
ປະຫວັດ
[ດັດແກ້]Nelson Sullivan ສິລະປິນຊາວນິວຢອກ ເປັນທີ່ຮູ້ຈັກໃນການບັນທຶກວິດີໂອໃນຮູບແບບທີ່ຄ້າຍກັບບລັອກໃນຊຸມປີ 1980 ຢູ່ບໍລິເວນນິວຢອກ ແລະ ເຊົາແຄໂຣໄລນາ[2]. ໃນວັນທີ 2 ມັງກອນ 2000, Adam Kontras ໄດ້ໂພສວິດີໂອລົງໃນບລັອກຂອງລາວເພື່ອແຈ້ງໃຫ້ໝູ່ເພື່ອນ ແລະ ຄອບຄົວຊາບກ່ຽວກັບການເດີນທາງໄປ ລອສແອງເຈລີສ ເພື່ອເຮັດຕາມຄວາມຝັນໃນວົງການບັນເທີງ ເຊິ່ງຕໍ່ມາກາຍເປັນວິດີໂອບລັອກທີ່ຍາວນານທີ່ສຸດໃນປະຫວັດສາດ[3]. ໃນເດືອນພະຈິກ ປີດຽວກັນ, Adrian Miles ໄດ້ໃຊ້ຄຳວ່າ "vog" ເພື່ອອ້າງເຖິງວິດີໂອບລັອກຂອງລາວ[4]. ໃນປີ 2004, Steve Garfield ໄດ້ເປີດຕົວວິດີໂອບລັອກຂອງຕົນເອງ ແລະ ປະກາດວ່າປີດຽວກັນນັ້ນແມ່ນ "ປີແຫ່ງວິດີໂອບລັອກ"[5].
ຢູທູບ (YouTube)
[ດັດແກ້]ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ, Vlog ໄດ້ແຜ່ຫຼາຍຢ່າງໄວວາ ຍ້ອນການກຳເນີດຂອງເວັບໄຊ ຢູທູບ. Jawed Karim ຜູ້ຮ່ວມກໍ່ຕັ້ງເວັບໄຊ ໄດ້ອັບໂຫຼດວິດີໂອ Vlog ທຳອິດຂອງຢູທູບໃນຊື່ "Me at the zoo" (ຂ້ອຍຢູ່ສວນສັດ) ໃນເດືອນເມສາ 2005 ຜ່ານຊ່ອງ "jawed"[6]. ຄວາມງ່າຍດາຍ ແລະ ຄວາມເປັນທຳມະຊາດຂອງການບັນທຶກຊີວິດປະຈຳວັນໄດ້ກາຍເປັນເອກະລັກຂອງ Vlog ແລະ ເປັນຮູບແບບຫຼັກຂອງ ຢູທູບເບີ (YouTuber)[7].
ກິດຈະກຳ ແລະ ງານຕ່າງໆ
[ດັດແກ້]ກິເນສບຸກ (Guinness World Records): Charles Trippy ເຈົ້າຂອງຊ່ອງ "Internet Killed Television" ໄດ້ຮັບການບັນທຶກສະຖິຕິໂລກໃນຖານະຜູ້ທີ່ໂພສ Vlog ສ່ວນຕົວຕິດຕໍ່ກັນທຸກມື້ດົນທີ່ສຸດໃນໂລກ (ຫຼາຍກວ່າ 3,000 ວິດີໂອ ນັບຮອດປີ 2019)[8]. VidCon: ແມ່ນງານປະຊຸມປະຈຳປີທີ່ຈັດຂຶ້ນຢູ່ລອສແອງເຈລີສ ເພື່ອໃຫ້ຜູ້ສ້າງເນື້ອຫາ ແລະ ຜູ້ຊົມໄດ້ພົບປະແລກປ່ຽນຄວາມຄິດເຫັນ ແລະ ກິດຈະກຳທາງທຸລະກິດ[9].
ການນຳໃຊ້
[ດັດແກ້]ການສຶກສາ: Vlog ຖືກນຳມາໃຊ້ໃນການຮຽນ-ການສອນເພື່ອຊ່ວຍໃຫ້ຜູ້ຮຽນພັດທະນາທັກສະການປາກເວົ້າ ແລະ ການສື່ສານ[10]. ສຸຂະພາບ: ມີການໃຊ້ Vlog ເພື່ອແບ່ງປັນປະສົບການ ແລະ ສ້າງຊຸມຊົນຊ່ວຍເຫຼືອຜູ້ປ່ວຍພະຍາດຊື້ເຮື້ອ ເຊັ່ນ ມະເຮັງ ຫຼື ເບົາຫວານ[1].
ປະເພດຂອງ Vlog
[ດັດແກ້]Vlog ສ່ວນຕົວ: ບັນທຶກເລື່ອງລາວສ່ວນຕົວເພື່ອແບ່ງປັນໃຫ້ຜູ້ອື່ນຊົມ. Vlog ຖ່າຍທອດສົດ: ການໃຊ້ລະບົບ YouTube Live, Instagram ຫຼື Facebook Live ເພື່ອສື່ສານແບບສົດໆ. Vlog ເພື່ອການສຶກສາ: ເນັ້ນການໃຫ້ຄວາມຮູ້ໃນຫົວຂໍ້ໃດໜຶ່ງ. Vlog ເພື່ອການສົນທະນາ: ເນັ້ນການແລກປ່ຽນຄວາມຄິດເຫັນໃນປະເດັນຕ່າງໆ.
ເບິ່ງເພີ່ມເຕີມ
[ດັດແກ້]* ບລັອກ (Blog) * ຢູທູບເບີ (YouTuber) * ວິດີໂອພອດແຄສ (Video podcast)
ໝາຍເຫດ
[ດັດແກ້]ເອກະສານອ້າງອີງ
[ດັດແກ້]- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).