ລາໂຊກົງ
ຮູບຮ່າງການສະແດງຜົນ
| ຈິຕະກຳ | ||
|---|---|---|
| ລາໂຊກົງ | ||
| La Joconde | ||
| ເລໂອນາ ເດີ ແວງຊີ (Léonard de Vinci) | ||
| ສີນ້ຳມັນເທິງໄມ້ | ||
| ຄ.ສ. 1503-1507 | ||
| ພິພິທະພັນລູບ | ||
ລາໂຊກົງ (ຝຣັ່ງ: La Joconde, ອັງກິດ: Mona Lisa, ອິຕາລີ: La Gioconda) ຫຼື ລາຊໍກອງ ແມ່ນພາບແຕ້ມສີນ້ຳມັນ ສູງ 77 ຊັງຕິແມັດ ກວ້າງ 53 ຊັງຕິແມັດ ແຕ້ມໂດຍເລໂອນາ ເດີ ແວງຊີ (Léonard de Vinci) ໃນສະຕະວັດທີ 16 ລະຫວ່າງ ຄ.ສ. 1503 ຫາປີ ຄ.ສ. 1507. ລາໂຊກົງແມ່ນພາບທີ່ມີຊື່ສຽງທົ່ວໂລກ. ແມ່ນທີ່ຮູ້ຈັກໃນຖານະພາບຂອງສຸພາບສະຕີທີ່ມີຮອຍຍິ້ມອັນເປັນປິສະໜາ ທີ່ບໍ່ຮູ້ວ່ານາງຈະຍິ້ມ ຫົວ ຫຼືໄຫ້ກັນຢ່າງແນ່ແທ້. ປັດຈຸບັນລາໂຊກົງຢູ່ໃນຄວາມຄອບຄອງຂອງລັດຖະບານຝະລັ່ງ ແລະເກັບຮັກສາຢູ່ທີ່ພິພິທະພັນລູບ (Musée du Louvre) ນະຄອນຫຼວງປາລີ ປະເທດຝະລັ່ງ.
