Jump to content

ລະດູຝັນ ຂ້ອຍມີນາງ

ຈາກ ວິກິພີເດຍ

ລະດູຝັນ ຂ້ອຍມີນາງ (ຍີ່ປຸ່ນ: 天気の子。 ໂຣມາຈິ: Tenki no Ko; ອັງກິດ: Weathering with You) ເປັນຮູບເງົາແນວຈິນຕະມິນິດຂອງຍີ່ປຸ່ນສາຍໃນປີ ຄ.ສ. 2019 ຂຽນບົດແລະກຳກັບໂດຍມາໂຄໂຕະ ຊິນໄຄ ສ້າງໂດຍຄອມມິກຊ໌ເວຟຟີມ ແລະຈັດຈຳໜ່າຍໂດຍໂທໂຮ ແລະແຣດວິມສ໌ແຕ່ງເພງສຳລັບຮູບເງົາ ມີກຳນົດສາຍໃນວັນທີ 19 ກໍລະກົດ ຄ.ສ. 2019 ເຂົ້າສາຍໃນປະເທດໄທແລະປະເທດລາວໃນວັນທີ 5 ກັນຍາ ຄ.ສ. 2019

ລະດູຝັນ ຂ້ອຍມີນາງ
ກຳກັບມາໂຄໂຕະ ຊິນໄຄ
ຂຽນບົດມາໂຄໂຕະ ຊິນໄຄ
ອຳນວຍການສ້າງເກັງກິ ຄາວາມູຣະ[1]
ນັກສະແດງນຳ
  • ໄດໂກະ ໂຄທາໂຣ
  • ໂມຣິ ນານະ
ດົນຕີປະກອບແຣດວິມສ໌[2][3]
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ໂທໂຮ
ວັນສາຍທຸງຂອງປະເທດຍີ່ປຸ່ນ ຍີ່ປຸ່ນ 19 ກໍລະກົດ ຄ.ສ. 2019
 Thailand 5 ກັນຍາ ຄ.ສ. 2019
 Laos 5 ກັນຍາ ຄ.ສ. 2019
ຄວາມຍາວ111 ນາທີ
ປະເທດຍີ່ປຸ່ນ
ພາສາຍີ່ປຸ່ນ
ລາຍໄດ້
  • ¥ 14.02 ຕື້ (ຍີ່ປຸ່ນ)

[5]

  • $176 ລ້ານ (ທົ່ວໂລກ)

[6]

ເລື່ອງຫຍໍ້

[ດັດແກ້]

ປີ 2020 ເປັນຊ່ວງທີ່ຝົນຕົກໜັກຢ່າງຕໍ່ເນື່ອງຈາກພາຍຸໃໃນຍີ່ປຸ່ນ ນະ ໂຕກຽວ ຍິງສາວໄວໜຸ່ມຊື່ ອາມາໂນະ ຮິນະ ພົບເຫັນແອ່ງແສງສາດສ່ອງຈາກເທິງຟ້າໄປໃນທາງສານເຈົ້າເທິງຕຶກໂຢໂຢກິ ໄຄຄັນທີ່ຊຸດໂຊມ ຮິນະກຳລັງຢ້ຽມແມ່ທີ່ກຳລັງຈະຈາກໄປຢ່າງບໍ່ມີວັນຫວນກັບ ຈຶ່ງຮີບຂຶ້ນໄປບ່ອນນັ້ນແລະເຂົ້າປະຕູໂທຣິອິຊຶ່ງເຮັດໃຫ້ລາວສາມາດໄປເຖິງໂລກເທິງຜືນຟ້າໄດ້ ກ່ອນຈະໄດ້ຮັບພະລັງມະຫັດສະຈັນໃນການອະທິຖານໃຫ້ທ້ອງຟ້າແຈ່ມໃສຕັ້ງແຕ່ນັ້ນເປັນຕົ້ນມາ

ປີ 2021 ໂມຣິຊິມະ ໂຮດາກະ ນັຮຽນມັດທະຍົມປາຍໄດ້ໜີອອກຈາກເຮືອນຍ້ອນຄວາມອຶດອັດໃນຊີວິດຂອງຕົນເອງ ເພື່ອອອກຕາມຫາແອ່ງແສງທີ່ພະຍາຍາມໃຫ້ລາວໄລ່ຕາມແຕ່ບໍ່ສຳເລັດເມື່ອປີກ່ອນ ເດີນທາງມຸ່ງໜ້າສູ່ໂຕກຽວໂດຍຂຶ້ນເຮືອ ແຕ່ແລ້ວກໍເກືອບຈະພະລາດຕົກຈາກເຮືອເພາະພາຍຸຝົນທີ່ພັດເຂົ້າໃສ່ ແຕ່ໂຊກດີທີ່ ສຸງະ ເຄສຶເກະ ຊາຍໄວກາງຄົນໄດ້ເຂົ້າມາຊ່ວຍໄວ້ ໂດຍລາວໄດ້ໃຫ້ນາມບັດບໍລິສັດ K&A Planning ຂອງຕົນເອງ ຫາກໂຮດາກະຕ້ອງການລາວ ເມື່ອເຂົ້າມາໃນໂຕກຽວ ເປັນເວລາເກືອບຫ້າມື້ໂຮດາກະຕ້ອງພົບກັບຄວາມຫຍຸ້ງຍາກລຳບາກໃນການໃຊ້ຊີວິດດ້ວຍຕົນເອງ ຍ້ອນວ່າລາວອາຍຸໜ້ອຍເກີນກວ່າທີ່ຈະເຮັດວຽກຫາລ້ຽງຕາມກົດໝາຍໄດ້ ຕ້ອງນອນຂ້າງປະຕູຮ້ານໂຮສບາຣ໌ທີ່ມີແມວຈອນຈັດພັນຮາຊີແວຣ໌ໂຕໜຶ່ງອາໄສຢູ່ນຳ ແຕ່ແລ້ວລາວກໍຖືກຂັບໄລ່ອອກມາຢ່າງໂຫດຮ້າຍໂດຍເຈົ້າຂອງຮ້ານ ຊຶ່ງເຮັດໃຫ້ລາວເກັບຊອງເຈ້ຍໄດ້ເມື່ອມາຮ້ານແມັກໂດນັລລາວໄດ້ພົບວ່າພາຍໃນເປັນປືນພົກໜຶ່ງກະບອກຊຶ່ງເປັນຂອງຕຳຫຼວດລາວຄິດວ່າເປັນຂອງຫຼິ້ນຈຶ່ງໄດ້ມັນໄວ້ເປັນເຄື່ອງລາງແລະໄດ້ບັງເອີນພົບກັບຮິນະກຳລັງເຮັດວຽກຢູ່ ໂດຍນາງໄດ້ຊ່ວຍລາວເອົາໄວ້ ໂດຍການມອບDouble cheese burger ເພາະເຫັນລາວແຕ່ດື່ມຊຸບຂຸ້ນໂປຕາດມາເປັນເວລາສາມມື້ຕິດກັນ

ໃນທີ່ສຸດ ໂຮດາກະກໍຕັດສິນໃຈມາຫາເຄຊຶເກະທີ່ບໍລິສັດ K&A Planning ຕາມນາມບັດທີ່ໄດ້ຮັບ ແລະ ໄດ້ພົບກັບ ນັດຊຶມິ ຜູ້ເປັນຫຼານສາວ ຜູ້ອອກຫາວຽກເຮັດແຕ່ລົ້ມເຫຼວທຸກຄັ້ງ ຜູ້ທີ່ທີ່ລາວເຂົ້າໃຈວ່າລາວເປັນຊູ້ຮັກ ແຕ່ແລ້ວລາວກໍໄດ້ວຽກເຮັດເປັນຜູ້ຊ່ວຍໃນການຂຽນວາລະສານເລື່ອງລຶກລັບ MU ພ້ອມຢູ່ຮ່ວມເປັນຄອບຄົວທັງຄູ່ ໂດຍອອກສຳພາດວຽກຮ່ວມກັບນັດຊຶມິ ເລື່ອງຕຳນານປະຈຳເມືອງທີ່ກ່ຽວຂ້ອງກັບ ສາວເອີ້ນຝົນ ແລະ ສາວໄລ່ຝົນ ຜູ້ທີ່ສາມາດຄວບຄຸມສະພາບອາກາດໄດ້ ນັດຊຶມິເຊື່ອເລື່ອງນີ້ຢ່າງສະໜິດໃຈ ໃນຂະນະທີ່ໂຮດາກະຍັງຄາໃຈ ຍ້ອນວ່າລາວເຊື່ອໃນຫຼັກການວິທະຍາສາດຫຼາຍກວ່າເລື່ອງມະຫັດສະຈັນແບບນັ້ນ ແຕ່ແລ້ວມື້ໜຶ່ງໃນມື້ທີ່ຝົນຕົກ ໂຮດາກະໄດ້ພົບຮິນະອີກຄັ້ງລະຫວ່າງທີ່ມາຫາແມວຈອນຈັດທີ່ລາວເອົາອາຫານມາໃຫ້ໂດຍຕັ້ງຊື່ວ່າ ເຈົ້າຝົນ (ອາເມະ) ແຕ່ນາງມາກັບຄິມຸຣະກັບໝູ່ທີ່ກຳລັງຈະເຂົ້າໄປໃນໂຮສບາຣ໌ທີ່ຜິດກົດໝາຍ ຈຶ່ງເລັ່ງເຂົ້າໄປຊ່ວຍເຫຼືອນາງຈົນຖືກທຳຮ້າຍຮ່າງກາຍ ຮິນະທົນເຫັນບໍ່ໄຫວພະຍາຍາມຈະຊ່ວຍແຕ່ໂຮດາກະກັບເອົາປືນພົກຂຶ້ນມາຍິງ ແຕ່ບໍ່ໄດ້ຖືກໃຜ ເພາະຖືກໄຟເຍືອງທາງພໍດີ ແຕ່ນັ້ນກໍເປີດໂອກາດໃຫ້ທັງຄູ່ໜີອອກມາໄດ້ ເມື່ອມາຮອດທີ່ຕຶກໂຢໂຢກິ ໄຄຄັນ ຮິນະຕໍ່ວ່າໂຮດາກະເລື່ອງທີ່ເຂົ້າມາຂັດຂວາງ ເພາະນາງຕ້ອງການເງິນເພື່ອຫາລ້ຽງຫຼັງສູນເສຍແມ່ໄປເມື່ອປີກ່ອນ ຫຼັງຈາກທີ່ຖືກໄລ່ອອກຈາກວຽກເພາະເຫດຜົນບາງຢ່າງ ແລະການໃຊ້ປືນທີ່ອາດຈະເຮັດໃຫ້ເກີດເລື່ອງໃຫຍ່ໂຮດາກະຊັອກກັບເລື່ອງທີ່ເກີດຂຶ້ນຈຶ່ງດຶກມັນຖິ້ມ ຮິນະທີ່ບໍ່ໄດ້ຖືໂທດໂມໂຫອີ່ຫຍັງເພາະດີໃຈທີ່ໂຮດາກະເປັນຫ່ວງຕົນ ຈົນໃນທີ່ສຸດກໍຂຶ້ນໄປເທິງຊັ້ນດາດຟ້າ ທີ່ໆ ນາງໄດ້ສະແດງພະລັງໃຫ້ເຫັນ ໂຮດາກະຈຶ່ງຮູ່ວ່ານາງແມ່ນ ສາວຟ້າໃສ ຢ່າງທີ່ຄົນເວົ້າເຖິງໃນອິນເຕີເນັດ

ໂຮດາກະຈຶ່ງມີຄວາມຄິດທີ່ຈະໃຊ້ພະລັງຂອງຮິນະໃນການຫາລາຍໄດ້ເສີີມ ຈຶ່ງຂໍໃຫ້ຮິນະມາເຮັດທຸລະກິດ "ບໍລິການສະພາບອາກາດຕາມໃຈ" ນຳກັນ ໂດຍມີນາງິສະ ນ້ອງຊາຍສຸດຫຼໍ່ຂອງນາງຄອຍຊ່ວຍເຫຼືອ ເຮັດໃຫ້ທ້ອງຟ້າແຈ່ມໃສໃນງານສຳຄັນຕ່າງໆ ແລະ ໄດ້ຄ່າຈ້າງເປັນຈຳນວນຫຼາຍທັ້ງຄູ່ແວ່ມາທີ່ເຮືອນຂອງສອງຍາຍຫຼານ ໂທມິ ແລະ ທາກິ ຜູ້ທີ່ຕ້ອງການຈະເຮັດພິທີໂອບົ້ງໃຫ້ບັນພະບຸລຸດຜູ້ລ່ວງລັບ ທາກິແນະນຳໃຫ້ລາວຊື້ຂອງຂວັນໃຫ້ກັບຮິນະໃນວັນເກີດທີ່ກຳລັງຈະມາເຖິງໃນອີກບໍ່ເທົ່າໃດອາທິດ ໂຮດາກະຮູ້ໃຈຕົນເອງວ່າລາວຕົກຫຼຸມຮັກຮິນະ ຈຶ່ງປຶກສາກັບນາງິສະ ຊຶ່ງລາວຍົກໃຫ້ເປັນຮຸ່ນອ້າຍເລື່ອງຄວາມຮັກຫຼັງຈາກທີ່ແນະນຳເລື່ອງຊື້ແຫວນໃຫ້ຮິນະ ໃນຂະນະດຽວກັນນັດຊຶມິ ແລະ ເຄຊຶເກະໄດ້ອອກສຳພາດເຈົ້າອາວາດ ແລະ ຫຼານຊາຍທີ່ພົບປະກົດການປະຫຼາດ ຈົນພົບວ່າ ສາວຟ້າໃສຕາມຕຳນານແມ່ນ "ມິໂກະແຫ່ງຟ້າຝົນ" ຜູ້ທີ່ຮັກສາໂລກໃຫ້ກັບຜືນຟ້າ ແລະ ມີສິ່ງທີ່ຕ້ອງແລກເພື່ອໃຫ້ຜືນຟ້າກັບມາສົດໃສເໝືອນເດີມ ນັດຊຶມິຈຶ່ງເອົາເລື່ອງນີ້ໄປບອກຮິນະ ໃນຕອນທີ່ເຄຊຶເກະໄດ້ໂອກາດກັບມາຫາ ໂມກະ ລູກສາວອີກຄັ້ງທີ່ສວນສາທາລະນະໃກ້ກັບໂຕກຽວທາວເວີ ຫຼັງຈາກທີ່ຖືກກັນໄວ້ຈາກແມ່ຍາຍ ເພາະການສູນເສຍ ອາສຶກະຜູ້ເປັນເມຍໄປຈາກອຸປະຕິເຫດເມື່ອຫຼາຍປີກ່ອນ ເຮັດໃຫ້ລາວຫຼົງລືມຊີວິດທີ່ເຄີຍເປັນມາຕັ້ງແຕ່ທີ່ລາວເຂົ້າມາໃນໂຕກຽວເປັນຄັ້ງທຳອິດ ຈົນເຮັດໃຫ້ບໍ່ສາມາດຢູ່ກັບລູກທີ່ເປັນຫອບຫືດ ແລະ ດ້ວຍອາກາດທີ່ຝົນຕົກໜັກຈົນບໍ່ມີໂອກາດ ແຕ່ຮິນະມາຊ່ວຍອະທິຖານໃຫ້ທ້ອງຟ້າແຈ່ມໃສ

ຕອນແລງມື້ດຽວກັນນັ້ນ ລະຫວ່າງທີ່ຍ່າງໄປທີ່ທາງຍ່າງເມືອເຮືອນຂອງຮິນະ ບໍລິເວນສະຖານີທາບາຕະຝັ່ງໃຕ້ ໂຮດາກະກຽມຈະສາລະພາບຄວາມໃນໃຈໃຫ້ກັບຮິນະໄດ້ຮັບຮູ້ ແຕ່ແລ້ວລົມປະຫຼາດກໍພັດຫອບເອົາໂຕຮິນະລອຍຫາຍໄປເທິງທ້ອງຟ້າ ກ່ອນຈະກັບມາໃນສະພາບຮ່າງກາຍທີ່ໂປ່ງແສງບໍຕ່າງຫຍັງກັບນ້ຳຈາກການທີ່ໃຊ້ພະລັງງານຫຼາຍຈົນເກີນໄປ ເຮັດໃຫ້ໂຮດາກະຕື່ນຕົກໃຈຫຼາຍ ໃນຂະນະດຽວກັນ ທາໄກ ແລະ ຢາສຸອິ ສອງຄູ່ຫູຕຳຫຼວດນັກສືບໄດ້ອອກຕາມຫາໂຮດາກະ ເພາະຄອບຄົວຂອງລາວໄດ້ແຈ້ງວ່າລູກຊາຍໜີຫາຍເຂົ້າມາໃນເມືອງນີ້ ລວມເຖິງກ້ອງວົງຈອນປິດຈັບພາບທີ່ໂຮດາກະຍິງປືນທີ່ເກັບໄດ້ຂອງຕຳຫຼວດໃສ່ຄິມູຣະ ຕຳຫຼວດໄດ້ເດີນທາງຖາມເຖິງໂຮດາກະກັບຮິນະ ແລະ ບອກກັບຮິນະວ່ານາງບໍ່ສາມາດດູແລນ້ອງຊາຍພຽງລຳພັງໄດ້ ໂຮດາກະຖືກຂໍໃຫ້ອອກຈາກວຽກໂດຍເຄສຶເກະທີ່ບໍ່ຢາກຈະມີບັນຫາກັຍຕຳຫຼວດເພາະລາວເອງກໍຖືກສອບສວນຄືກັນ ໂດຍມອບເງິນຈຳນວນໜຶ່ງໄວ້ໃຫ້ ໂຮດາກະຈຶ່ງພາທັງຮິນະ ແລະ ນາງິໜີໄປຕາມເມືອງ ຊຶ່ງເປັນຊ່ວງເວລາດຽວກັນກັບອາກາດເກີດຜິດປົກກະຕິຕາມສະພາບຈິດໃຈຂອງຮິນະ ທັງຝົນຕົກໜັກ ຟ້າຜ່າ ຫິມະຕົກ ນ້ຳຖ້ວມຈົນການຄົມມະນາຄົມຕິດຂັດໄປທົ່ວ ໃນຂະນະທີ່ເຄສຶເກະໄດ້ພຽງແຕ່ດື່ມເຫຼົ້າ ແລະ ສູບຢາດ້ວຍຄວາມຮູ້ສຶກຜິດທີ່ໄລ່ໂຮດາກະໄປ ແລະ ຖືກນັດຊຶມິຕຳນິ ຈົນຕ້ອງເວົ້າອອກມາວ່າ ຖ້າຕ້ອງມີຄົນສັງເວີຍໃຫ້ແກ່ທ້ອງຟ້າ ລາວກໍຍອມ ເຖິງແມ່ນວ່າຈະບໍ່ເຊື່ອເລື່ອງນີ້ກໍຕາມ

ໃນທີ່ສຸດທັງໝົດກໍໜີມາຢູ່ທີ່ເລີບໂຮເທວແຫ່ງໜຶ່ງໄດ້ ແລະ ໃຊ້ຊີວິດຢ່າງມີຄວາມສຸກເໝືອນກັບເປັນມື້ສຸດທ້າຍຂອງຊີວິດ ທ່ຽງຄືນນັ້ນໂຮດາກະໄດ້ມອບຂອງຂວັນວັນເກີດເປັນແຫວນທີ່ລາວເລືອກດົນກວ່າ 3 ຊົ່ວໂມງ ໃຫ້ຮິນະ ນາງຮູ້ສຶກດີໃຈຫຼາຍ ແຕ່ກໍຮູ້ວ່າຕົນເອງຈະຕ້ອງສັງເວີຍໃຫ້ກັບທ້ອງຟ້າທີ່ແຈ່ມໃສ ນາງຈຶ່ງບອກເລື່ອງທີ່ນັດຊຶມິເລົ່າໃຫ້ໂຮດາກະຮັບຮູ້ ໂດຍຖາມຫາກໂຮດາກະຢາກໃຫ້ຟ້າໃສອີກ ຫຼື ບໍ່ ເມື່ອລາວຕອບວ່າໂດຍ ນາງຈຶ່ງຝາກໃຫ້ໂຮດາກະດູແລນາງິສະ ໂຮດາກະບໍ່ຍອມ ແລະ ສັນຍາວ່າຈະປົກປ້ອງນາງໃຫ້ເຖິງທີ່ສຸດ ທັງຄູ່ຮ້ອງໄຫ້ໃຫ້ກັບໂຊກຊະຕາອັນໂຫດຮ້າຍວຂອງຕົນເອງ ເມື່ອໂຮດາກະຫຼັບໄປ ນາງຈຶ່ງຖືກສົ່ງເປັນເຄື່ອງສັງເວີຍໃຫ້ກັບເຫຼົ່າສັດເທິງທ້ອງຟ້າ ແລະ ເຮັດໃຫ້ນາງເສຍແຫວນຂອງໂຮດາກະທີ່ເຮ່ຍຫຼົ່ນໄປຈາກນິ້ວ

ໃນຕອນເຊົ້າ ໂຮດາກະ ແລະ ນາງິສະຖືກຕຳຫຼວດນຳໂດຍ ທາໄກ ບຸກມາຈັບກຸມ ໂຮດາກະຈຶ່ງໄດ້ຮັບຮູ້ອາຍຸທີ່ແທ້ຈິງຂອງຮິນະວ່າ ນາງບໍ່ໄດ້ອາຍຸ 18 ປີ ຢ່າງທີ່ນາງບອກໄວ້ແຕ່ເປັນ 15 ປີ ທີ່ເຮັດໃຫ້ນາງຖືກໄລ່ອອກຈາກວຽກເພາະວ່າໄປປອມແປງອາຍຸໃນໃບສະໝັກ ໂຮດາກະໄດຮັບແຫວນທີ່ຕົກລົງມາຈາກຟ້າ ຈຶ່ງຕັດສິນໃຈຫຼົບໜີຈາກຕຳຫຼວດ ໂດຍໄດ້ຮັບຄວາມຊ່ວຍເຫຼືອຈາດນັດຊຶມິ ເມື່ອໄປເຖິງທີ່ໂຢໂຢກິ ໄຄຄັນ ລາວໄດ້ພົບກັບເຄຊຶເກະທີ່ເຂົ້າມາໄກ່ເກ່ຍໃຫ້ລາວຍອມມອບຕົວກັບຕຳຫຼວດ ໂຮດາກະສູ້ສຸດໃຈ ແມ່ນແຕ່ຕ້ອງເອົາປືນພົກທີ່ເຄີຍຖິ້ມໄວ້ທີ່ຕຶກຕອນທີ່ໜີມາກັບຮິນະຄັ້ງທຳອິດ ມາແນໃສ່ເຄຊຶເກະ ແລະ ກຳລັງຕຳຫຼວດທີ່ຕາມມາ ລວມເຖິງທາໄກ ແລະ ຢາສຸອິ ເຄຊຶເກະເຂົ້າໃຈຄວາມໝາຍທີ່ໂຮດາກະຍອມເຮັດທຸກຢ່າງເພື່ອຮັກ ເໝືອນດັ່ງທີ່ຕົນເອງເຄີຍຖິ້ມທຸກຢ່າງໃນຊີວິດເພື່ອພັນລະຍາ ຈຶ່ງຊ່ວຍເຫຼືອໂຮດາກະ ໂດຍເຂົ້າຕໍ່ສູ້ກັບຕຳຫຼວດແທນເພື່ອໃຫ້ໂຮດາກະໄປຊ່ວຍຮິນະ ເຊັ່ນດຽວກັນກັບນາງິສະທີ່ໜີມາໄດ້ ໂຮດາກະແລ່ນຂຶ້ນມາຈົນເຖິງດາດຟ້າ ແລະ ຫາຍເຂົ້າໄປໃນປະຕູໂທຣິອິ

ໂຮດາກະພົບວ່າຕົນເອງກຳລັງລ່ອງລອຍຢູ່ເທິງຟ້າ ແລະ ຖືກມັງກອນ ແລະ ຝູງປາເທິງຟ້າລຸມລ້ອມ ລາວຕົກລົງຈາກໂລກເມກຄຶ້ມ ມາສູ່ ໂລກເມກສີຟ້າ ແລະ ພົບກັບຮິນະທີ່ກຳລັງຈະຖືກສັງເວີຍໃຫ້ກັບປາເທິງຟ້າ ຮິນະທີ່ເຄີຍຫຼົງລືມເລື່ອງທັງໝົດ ເມື່ອໄດ້ຍິນສຽງໂຮດາກະຈຶ່ງຕັດສິນໃຈກະໂດດລົງມາຈາກຟ້າ ທັງຄູ່ຈັບມືກັນ ຮິນະບອກວ່າເຮັດແບບນີ້ມັນຈະເກີດຜົນຮ້າຍກັບສະພາບອາກາດແຕ່ໂຮດາກະບໍ່ສົນໃຈເລື່ອງນັ້ນອີກແລ້ວ ຈະໃຫ້ຟ້າຖະຫຼົ່ມ ຫຼື ໃຫ້ນ້ຳຖ້ວມ ສິ່ງທີ່ລາວຕ້ອງການນັ້ນມີພຽງແຕ່ຮິນະຄົນດຽວ ຮິນະໄຫ້ອອກມາຢ່າງຊາບຊຶ້ງ ທັງຄູ່ຕົກລົງສູ່ໂລກໄປນຳກັນ ພ້ອມທັງອະທິຖານ ເມື່ອມາເຖິງໂລກທ້ອງຟ້າກໍເກີດຝົນຕົກໜັກ ທ່າມກາງສາຍຕາຂອງເຄຊຶເກະ ແລະ ນັດສຶມິທີ່ຮັບຮູ້ເຫດການ ແລະ ເຮັດໃຫ້ທ້ອງຟ້າຂອງຍີ່ປຸ່ນບໍ່ເຄີຍແຈ່ມໃສອີກເລີຍນັບຕັ້ງແຕ່ນັ້ນເປັນຕົ້ນມາ

ປີ 2024 ຫຼັງຈາກຖືກແຍກຈາກຮິນະ ແລະ ຕ້ອງກັບໄປທີ່ບ້ານເກີດພ້ອມຖືກຄຸມປະພຶດໂດຍຕຳຫຼວດ ໂຮດາກະຈົບການສຶກສາຊັ້ນມັດທະຍົມປາຍ ລາວຈຶ່ງເດີນທາງເຂົ້າສູ່ໂຕກຽວອີກຄັ້ງ ເຊິ່ງຊ່ວງເວລານັ້ນຝົນໄດ້ເຮັດໃຫ້ໂຕກຽວຈົມລົງສູ່ໃຕ້ບາດານ ຜູ້ຄົນຕ້ອງສັນຈອນໄປມາດ້ວຍເຮືອ ລາວໄດ້ຮັບຮູ້ຈາກໂທມິທີ່ລາວໄປຢ້ຽມຢາມ ແລະ ຂໍໂທດວ່າ "ເມື່ອກ່ອນໂຕກຽວກໍເຄີຍເປັນທະເລ ສິ່ງທີ່ເກີດຂຶ້ນຄົງເປັນການຫວນຄືນສູ່ຄວາມປົກກະຕິ" ເຊັ່ນດຽວກັບເຄສຶເກະທີ່ຕອນນີ້ປັບປຸງຕົນເອງມີຊີວິດທີ່ດີມີວຽກງານທີ່ໝັ້ນຄົງ ແລະ ໄດ້ພົບລູກອີກຄັ້ງ ລວມເຖິງມີ ເຈົ້າຝົນ (ອາເມະ) ທີ່ໂຮດາກະເກັບມາລ້ຽງ ຕອນນີ້ເຂົ້າກັບລາວໄດ້ແທນໂຮດາກະອີກດ້ວຍ ລາວເຂົ້າໃຈເລື່ອງທີ່ເກີດຂຶ້ນທັງໝົດ ແລະ ຍັງຫ່ວງໃຍໂຮດາກະຢູ່ສະເໝີ ຈຶ່ງບອກໃຫ້ໂຮດາກະໄປຫາຮິນະ ຜູ້ທີ່ລາວບໍ່ໄດ້ເຈິກັນມາ 3 ປີ ເຖິງແມ່ນວ່າຈະເຂີນອາຍ ແຕ່ລາວກໍຕັດສິນໃຈເດີນທາງໄປເຮືອນຂອງຮິນະ ບໍລິເວນສະຖານີທາບາຕະຝັ່ງໃຕ້ ໃນທີ່ສຸດລາວຈຶ່ງໄດ້ພົບກັບເດັກຜູ້ຍິງຄົນໜຶ່ງເຊິ່ງກຳລັງອະທິຖານໃນຂະນະທີ່ຝົນທີ່ກຳລັງຕົກຄ່ອຍໆ ພ້ອມກັບທ້ອງຟ້າທີ່ເລີ່ມແຈ່ມໃສ ຮິນະ ບໍ່ແມ່ນສາວຟ້າໃສອີກຕໍ່ໄປແລ້ວ ທັງຄູ່ແລ່ນເຂົ້າໂຜກອດກັນ ຖາມໄຖ່ປະສາຄົນບໍ່ໄດ້ເຈິກັນມາດົນນານ ໂຮດາກະຈັບມືບອກຮິນະວ່າ ເຂົາ ແລະ ເພິ່ນຈະຕ້ອງ "ບໍ່ເປັນຫຍັງ" ແລະ ຈະເລີ່ມຕົ້ນຄວາມສຳພັນຮັກໃໝ່ນີ້ເທິງໂລກທີ່ເຂົາເລືອກອີກຄັ້ງໜຶ່ງ

ຕົວລະຄອນ

[ດັດແກ້]
ຕົວລະຄອນ ນັກພາກສຽງຊາວຍີ່ປຸ່ນ[7]
ຍີ່ປຸ່ນ: 森嶋 帆高 ໂຣມາຈິ: Morishima Hodaka ທັບສັບ: ໂມຣິຊິມະ ໂຮດາກະ ໄດໂກະ ໂຄທາໂຣ
ນັກຮຽນມັດທະຍົມປາຍປີທີ 1 ຜູ້ຖິ້ມເກາະໂດດດ່ຽວບ້ານເກີດ ມາທີ່ໂຕກຽວ ແຕ່ບໍ່ດົນກໍໝົດຕົວ ລາວໃຊ້ຊີວິດຢູ່ໂດຍລຳພັງ ແຕ່ໃນທີ່ສຸດກໍຫາວຽກເຮັດງານທຳໄດ້ໃນຖານະນັກຂຽນບົດຄວາມຂອງວາລະສານເລິກລັບ MU ແລະ ໄດ້ພົບກັບຮິນະ
ຍີ່ປຸ່ນ: 天野陽菜 ໂຣມາຈິ: Amano Hina ທັບສັບ: ອາມາໂນະ ຮິນະ ໂມຣິ ນານະ
ເດັກສາວທີ່ມີຄວາມສຸກ ແລະ ແຂງແຮງອາໄສຢູ່ກັບນ້ອງຊາຍຂອງເພິ່ນສອງຄົນ ເພິ່ນມີພະລັງງານມະຫັດສະຈັນທີ່ສາມາດຢຸດຝົນ ແລະ ເຮັດໃຫ້ທ້ອງຟ້າປອດໂປ່ງໄດ້ ຈົນມີສາຍາວ່າ "ສາວຟ້າໃສ 100%"
ຍີ່ປຸ່ນ: 天野凪 ໂຣມາຈິ: Amano Nagi ທັບສັບ: ອາມາໂນະ ນາງິ ຄິຣິວ ຊາກຸຣະ
ນ້ອງຊາຍຂອງຮິນະ ເດັກປະຖົມທີ່ມີເດັກສາວມາຕິດພັນຢ່າງຫຼວງຫຼາຍ ຜູ້ທີ່ບໍ່ມັກໂຮດາກະໃນຕອນທຳອິດ ແຕ່ເມື່ອເອື້ອຍມີໃຈໃຫ້ກັບລາວ ລວມເຖິງຊ່ວຍເຮັດໃຫ້ຮິນະຍິ້ມໄດ້ ຈຶ່ງເປີດໃຈຍອມຮັບໃນທີ່ສຸດ ລວມເຖິງເປັນທີ່ປຶກສາເລື່ອງຄວາມຮັກໃຫ້ໂຮດາກະ
ຍີ່ປຸ່ນ: 須賀圭介 ໂຣມາຈິ: Suga Keisuke ທັບສັບ: ສຸງະ ເຄຊຶເກະ ໂອກຸຣິ ຊຸນ
ເຈົ້າຂອງບໍລິສັດ K&A ລາວຮັບໂຮດາກະມາອຸປະຖຳເປັນຄົນໃນຄອບຄົວຕົນເອງ ໂດຍມີນັດສຶມິ ຜູ້ເປັນຫຼານຄອຍຊ່ວຍດູແລ ຫ່ວງໃຍໂຮດາກະຫຼາຍໃນຖານະຜູ້ໃຫຍ່ ເຖິງແມ່ນວ່າຈະຜິດຮູບໄປແດ່
ຍີ່ປຸ່ນ: 須賀夏美 ໂຣມາຈິ: Suga Natsumi ທັບສັບ: ສຸງະ ນັດສຶມິ ຮອນດະ ສຶບະສະ
ນັກສຶກສາມະຫາວິທະຍາໄລທີ່ເຮັດວຽກໃນ ບໍລິສັດ K&A ໂຮດາກະ ແລະ ເຄຊຶເກະ ຜູ້ເປັນອາວ ເພິ່ນຖືກໂຮດາກະເຂົ້າໃຈຜິດວ່າເປັນຊູ້ຮັກຂອງລາວ ແຕ່ເພິ່ນບໍ່ໃສ່ໃຈປານໃດ ເພິ່ນຄອຍເປັນຮຸ່ນເອື້ອຍຊ່ວຍເຫຼືອໂຮດາກະ
ຍີ່ປຸ່ນ: 須賀 萌花 ໂຣມາຈິ: Suga Moka ທັບສັບ: ສຸງະ ໂມກະ ຄັດຊຶກິ ໂມເອະ
ລູກສາວຂອງເຄຊຶເກະ ເປັນພະຍາດຫອບຫືດ ແລະ ອອກໄປຫຼິ້ນໃນມື້ທີ່ຝົນຕົກບໍ່ໄດ້
ຍີ່ປຸ່ນ: 立花冨美 ໂຣມາຈິ: Tachibana Fumi ທັບສັບ: ທາຈິບະນະ ຟູມິ ໄບໂຊ ເຊຍໂກະ
ຍິງຊະລາທີ່ໂຮດາກະມັກໄປຢ້ຽມຢາມ ເພິ່ນເປັນຍາຍຂອງ ທາກິ ຕົວລະຄອນຫຼັກຈາກເລື່ອງ ຫຼັບຕາຝັນ ເຖິງຊື່ເຈົ້າ
ຍີ່ປຸ່ນ: 安井 ໂຣມາຈິ: Yasui ທັບສັບ: ຢາຊຸອິ ຮິຣະອິຊຸມິ ເຊອິ
ນັກສືບເກົ່າ ທີ່ອອກບຳນານໄປດົນແລ້ວ ອອກຕາມຫາໂຮດາກະດ້ວຍຈຸດປະສົງບາງຢ່າງ
ຍີ່ປຸ່ນ: 高井 ໂຣມາຈິ: Takai ທັບສັບ: ທາໄຄ ຄາຈິ ຢູກິ
ນັກສືບເປັນຄູ່ຫູເພື່ອນຮ່ວມງານ ກັບ ຢາຊຸອິຈົນມາເຖິງກະສຽນອາຍຸ ແລະ ຍັງເຮັດວຽກເປັນນັກສືບຢູ່ ເລືອດຮ້ອນທ່ຽງຕົງ ແລະ ພ້ອມໃຊ້ຄວາມຮຸນແຮງເພື່ອຈັບກຸມຜູ້ກະທຳຜິດ
ຍີ່ປຸ່ນ: スカウトマン木村 ໂຣມາຈິ: Scoutman Kimura ທັບສັບ: ຄິມຸຣະ ຄິມຸຣະ ຣຽວເຮ
ເຈົ້າຂອງບາຣ໌ໂຮສທີ່ມັກພາຜູ້ຍິງເຂົ້າຮ້ານຢູ່ສະເໝີລາວຢອກກວນໂຮດາກະຈາກການທີ່ລາວນອນໜ້າຮ້ານ ຕໍ່ມາໄດ້ຕົກລົງກັບຮິນະໃນການເຮັດວຽກ ແຕ່ໂຮດາກະກັບພາຮິນະໜີ ຈຶ່ງຕາມໄປຫຼິ້ນງານ ຈົນຖືກປືນຕຳຫຼວດທີ່ໂຮດາກະເກັບໄດ້ຍິງໃສ່ ແຕ່ບໍ່ຖືກ ເພາະຖືກໄຟເຍືອງທາງແທນ
ຍີ່ປຸ່ນ: 立花瀧 ໂຣມາຈິ: Tachibana Taki ທັບສັບ: ທາຈິບະນະ ທາກິ ຄາມິຄິ ຣິວໂນະຊຸເກະ
ຕົວລະຄອນຫຼັກຈາກເລື່ອງ ຫຼັບຕາຝັນ ເຖິງຊື່ເຈົ້າ ຫຼານຊາຍຂອງຟູມິ ນັກສຶກສາມະຫາວິທະຍາໄລປີສຸດທ້າຍ ລາວມາຊ່ວຍຍາຍຈັດເທສະການບົງ ໃຫ້ກັບບັນພະບຸລຸດທີ່ລ່ວງລັບ ລວມເຖິງແນະນຳເລື່ອງຊື້ຂອງຂວັນວັນເກີດກັບຮິນະໃຫ້ໂຮດາກະນຳ
ຍີ່ປຸ່ນ: 宮水三葉 ໂຣມາຈິ: Miyamizu Mitsuha ທັບສັບ: ມິຢະມິຊຸ ມິສຶຮະ ຄາມິຊິຣາອິຊິ ໂມເນະ
ຕົວລະຄອນຫຼັກຈາກເລື່ອງ ຫຼັບຕາຝັນ ເຖິງຊື່ເຈົ້າ ເຮັດວຽກຢູ່ຮ້ານເຄື່ອງປະດັບ ເປັນຄົນຂາຍແຫວນໃຫ້ກັບໂຮດາກະ
ຍີ່ປຸ່ນ: 勅使河原克彦 ໂຣມາຈິ: Teshigawara Katsuhiko ທັບສັບ: ເທະຊິກະວະຣະ ຄັດສຶຮິໂກະ ຣຽວ ນາຣິຕະ
ຕົວລະຄອນຫຼັກຈາກເລື່ອງ ຫຼັບຕາຝັນ ເຖິງຊື່ເຈົ້າ ໝູ່ຂອງມິສຶຮະ ປະກົດຕົວໃນສາກທີ່ແນມເບິ່ງທ້ອງຟ້າແຈ່ມໃສຫຼັງຈາກຮິນະໃຊ້ພະລັງອະທິຖານຈາກເທິງຊິງຊ້າສະຫວັນຈາກດ້ານຫຼັງຮ່ວມກັບແຟນ ແລະ ວ່າທີ່ຄູ່ໝັ້ນ ຊາຢາກະ
ຍີ່ປຸ່ນ: 名取早耶香 ໂຣມາຈິ: Natori Sayaka ທັບສັບ: ນາໂທຣິ ຊາຢາກະ ອາໂອອິ ຢູກິ
ຕົວລະຄອນຫຼັກຈາກເລື່ອງ ຫຼັບຕາຝັນ ເຖິງຊື່ເຈົ້າ ໝູ່ຂອງມິສຶຮະ ປະກົດຕົວໃນສາກທີ່ແນມເບິ່ງທ້ອງຟ້າແຈ່ມໃສຫຼັງຈາກຮິນະໃຊ້ພະລັງອະທິຖານຈາກເທິງຊິງຊ້າສະຫວັນຈາກດ້ານຫຼັງຮ່ວມກັບແຟນ ແລະ ວ່າທີ່ຄູ່ໝັ້ນ ຄະສຶຮິໂກະ
ຍີ່ປຸ່ນ: 宮水四葉 ໂຣມາຈິ: Miyamizu Yotsuha ທັບສັບ: ມິຢະມິຊຸ ໂຢສຶຮະ ຄານົງ ທານິ
ຕົວລະຄອນຫຼັກຈາກເລື່ອງ ຫຼັບຕາຝັນ ເຖິງຊື່ເຈົ້າ ນ້ອງສາວຂອງມິສຶຮະ ປະກົດຕົວໃນສາກທີ່ເບິ່ງທ້ອງຟ້າແຈ່ມໃສຫຼັງຈາກຮິນະຖືກສັງເວີຍໃຫ້ທ້ອງຟ້າ ໄປພ້ອມກັບເພື່ອນຮ່ວມຊັ້ນຈາກດ້ານຂ້າງ
ຍີ່ປຸ່ນ: カナ ໂຣມາຈິ: Kana ທັບສັບ: ຄານະ ຄານະ ຮານາຊາວະ
ແຟນຄົນປັດຈຸບັນຂອງນາງິ ເປັນຄົນສົດໃສ ມ່ວນຊື່ນ ແລະ ມັກນາງິຫຼາຍທີ່ສຸດ
ຍີ່ປຸ່ນ: アヤネ ໂຣມາຈິ: Ayane ທັບສັບ: ອາຢາເນະ ຊາກຸຣະ ອາຢາເນະ
ແຟນເກົ່າຂອງນາງິ ເປັນຄົນຊ່ວຍເຫຼືອນາງິອອກຈາກສະຖານສົງເຄາະເດັກ

ອ້າງອີງ

[ດັດແກ້]
  1. ↑ "Weathering With You WIP Feature". CITIA, Image & Creative Industries. ພຶດສະພາ 24, 2019. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ ພຶດສະພາ 24, 2019. ສືບຄົ້ນເມື່ອ ພຶດສະພາ 24, 2019.{{cite web}}: CS1 maint: date auto-translated (ລິ້ງ)
  2. ↑ ຂໍ້ຜິດພາດ: Invalid <ref> tag; no text was provided for refs named "crunchyroll2".
  3. ↑ ແມ່ແບບ:Cite video
  4. ↑ Sherman, Jennifer (ເມສາ 9, 2019). "Makoto Shinkai's "Tenki no Ko" Anime Film Teaser Previews Radwimps Song". Anime News Network. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ເມສາ 9, 2019. ສືບຄົ້ນເມື່ອ ເມສາ 19, 2019.{{cite web}}: CS1 maint: date auto-translated (ລິ້ງ)
  5. ↑ "歴代ランキング". CINEMAランキング通信. Kogyo Tsushinsha. ສືບຄົ້ນເມື່ອ ທັນວາ 10, 2019.{{cite web}}: CS1 maint: date auto-translated (ລິ້ງ)
  6. ↑ "Weathering with You". Box Office Mojo. ສືບຄົ້ນເມື່ອ ທັນວາ 8, 2019.{{cite web}}: CS1 maint: date auto-translated (ລິ້ງ)
  7. ↑ "『天気の子』17日間で動員433万人突破!特別映像が公開". シネマトゥデイ (ພາສາຍີ່ປຸ່ນ). ສິງຫາ 5, 2019. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ສິງຫາ 6, 2019. ສືບຄົ້ນເມື່ອ ສິງຫາ 17, 2019.{{cite news}}: CS1 maint: date auto-translated (ລິ້ງ)