ຢາໂອອິ
ຮູບຮ່າງການສະແດງຜົນ

ຢາໂອອິ (ຫຼືຈະມັກເອີ້ນສັ້ນວ່າ: ວາຍ, ຍີ່ປຸ່ນ: やおい, ໂຣມາຈິ: yaoi) ແມ່ນປະເພດສື່ນະວະນິຍາຍທີ່ມີຕົ້ນກໍາເນີດໃນປະເທດຍີ່ປຸ່ນ ເຊິ່ງເນື້ອຫາຈະມັກກ່າວເຖິງຄວາມສໍາພັນລະຫວ່າງຊາຍກັບຊາຍ. ວຽກງານເຫຼົ່ານີ້ສ່ວນຫຼາຍແມ່ນສ້າງໂດຍນັກແຕ່ງຜູ້ຍິງໃຫ້ສໍາລັບຜູ້ອ່ານເພດຍິງ. ວຽກງານປະເພດນີ້ແຕກຕ່າງຈາກໜັງໂປ້ຊາຍຮັກຊາຍ, ທີ່ຄົນທີ່ມີຄວາມຫຼາກຫຼາຍທາງເພດຈະມັກເບິ່ງ. ຢ່າງໃດກໍຕາມ ປະເພດຂອງນະວະນິຍາຍນີ້ຍັງເປັນທີ່ນິຍົມຂອງຜູ້ຊາຍແລະມີນັກຂຽນເປັນຜູ້ຊາຍ.