ມິສເຕີເວີຣ໌ລດ໌
| ກໍ່ຕັ້ງ | ຄ.ສ. 1996 |
|---|---|
| ຜູ້ກໍ່ຕັ້ງ | Eric Morley |
| ປະເພດ | ການປະກວດຊາຍງາມລະດັບສາກົນ |
| ສຳນັກງານໃຫຍ່ | ລອນດອນ |
| ທີ່ຕັ້ງ |
|
ພາສາທາງການ | ອັງກິດ |
ປະທານ | Julia Morley |
| ເວັບໄຊ | www.mrworld.tv |
ມິສເຕີເວີຣ໌ລດ໌ (ອັງກິດ: Mister World) ແມ່ນ ການປະກວດນາຍແບບຊາຍລະດັບນານາຊາດ ກໍ່ຕັ້ງຂຶ້ນໂດຍ ອົງກອນມິສເວີຣ໌ລດ໌[1] ໃນປີ 1996.[2] ຜູ້ເຂົ້າແຂ່ງຂັນຕ້ອງປະກວດໃນກິດຈະກຳຕ່າງໆ ລວມທັງ ສະກີນ້ຳ, ຂີ່ຮົ້ວຈັກກະຍານພູ, ລອຍນ້ຳ ແລະ ແລ່ນມາຣາທອນ.
ຜູ້ດຳລົງຕຳແໜ່ງຄົນປັດຈຸບັນແມ່ນ ມິສເຕີເວີຣ໌ລດ໌ 2024 ໄດ້ແກ່ Daniel Mejía ຈາກ ປົວໂຕຣິໂກ ຊຶ່ງໄດ້ຮັບການສວມມົງກຸດເມື່ອວັນທີ 23 ພະຈິກ 2024 ທີ່ NovaWorld ຟານທຽດ, ບິ່ງທ່ວນ, ປະເທດຫວຽດນາມ.
ປະຫວັດ
[ດັດແກ້]ໃນປີ 1995, Eric Morley ຜູ້ກໍ່ຕັ້ງແລະຜູ້ຈັດການປະກວດມິສເວີນ ໄດ້ທົດລອງຈັດການປະກວດ ມິສເຕີຢູໄນເຕັດຄິງດອມ (Mister United Kingdom) ຊຶ່ງເປັນການປະກວດຊາຍທີ່ຈັດຂຶ້ນຄູ່ກັບ ມິສຢູໄນເຕັດຄິງດອມ ທີ່ມິກ່ອນໜ້ານີ້. ເກີນຄວາມຄາດໝາຍ, ຈຳນວນຜູ້ສະໝັກຊາຍກັບຫຼາຍກວ່າຜູ້ສະໝັກຍິງເຖິງ 3 ເທົ່າ.[3]
ຄວາມກະຕືລືລົ້ນໃນ ສະຫະລາຊະອານາຈັກ (ບຣິເຕນ) ດັ່ງກ່າວ ໄດ້ຊຸກຍູ້ໃຫ້ Morley ສະເໜີແນວຄິດການປະກວດ ມິສເຕີເວີນ ໃຫ້ກັບ 35 ປະເທດທີ່ຖືລິຂະສິດ ມິສເວີຣ໌ລດ໌. ແລະກໍເກີນຄວາມຄາດໝາຍອີກຄັ້ງ ເມື່ອ 34 ຈາກ 35 ປະເທດໄດ້ສະແດງຄວາມສົນໃຈ.[3]
ດ້ວຍຄຳຢືນຢັນຈາກ 34 ປະເທດ, ໜັງສືເຊີນຈຶ່ງຖືກສົ່ງອອກໄປ. ໃນຈົດໝາຍທາງການທີ່ສົ່ງໂດຍ Miss World (Jersey) Ltd, Morley ໄດ້ເນັ້ນໜັກວ່າການປະກວດນີ້ບໍ່ແມ່ນການປະກວດ ເພາະກາຍ. ຜູ້ເຂົ້າແຂ່ງຂັນຈະໄດ້ຮັບການຕັດສິນຈາກຮູບຮ່າງໜ້າຕາ, ສະໄຕລ໌ແຟຊັນ, ບຸກຄະລິກກະພາບ ແລະທັກສະຄວາມສາມາດ, ພວມທັງທັດສະນະຄະຕິໃນການເຮັດວຽກ.[4]
ການປະກວດ ມິສເຕີເວີນ ຄັ້ງທຳອິດຈັດຂຶ້ນທີ່ ອິສຕັນບູນ, ຕວກກີ ໃນວັນທີ 20 ກັນຍາ 1996[5] ໂດຍມີ 50 ປະເທດເຂົ້າຮ່ວມ. Tom Nuyens ຈາກເບວຢິກ ສາມາດຄວ້າຕຳແໜ່ງຜູ້ຊະນະຄົນທຳອິດຂອງການປະກວດນີ້. ໃນ 3 ຄັ້ງທຳອິດ, ການປະກວດຖືກຈັດຂຶ້ນເປັນປະຈຳທຸກໆ 2 ປີ. ເຖິງຢ່າງໃດກໍຕາມ, ຫຼັງຈາກການເສຍຊີວິດຂອງ Morley ໃນວັນທີ 9 ພະຈິກ 2000, ໄລຍະເວລາການຈັດການປະກວດກໍບໍ່ແນ່ນອນ.
ຈົນເຖິງປັດຈຸບັນ, ການປະກວດນີ້ໄດ້ຈັດຂຶ້ນແລ້ວ 11 ຄັ້ງ ແລະຕຳແໜ່ງຜູ້ຊະນະຄົນປັດຈຸບັນແມ່ນ Daniel Felipe Mejía Romero ຈາກ ປົວໂຕຣິໂກ. ໂດຍມີຫຼາຍກວ່າ 120 ປະເທດແລະດິນແດນທີ່ເຄີຍເຂົ້າຮ່ວມແຂ່ງຂັນໃນເວທີນີ້ ຊຶ່ງຫຼາຍທີ່ສຸດສຳລັບການປະກວດຊາຍ.
ຜູ້ທີ່ໄດ້ຮັບຕຳແໜ່ງ
[ດັດແກ້]| ຄັ້ງທີ | ປີ | ຜູ້ຊະນະ | ຮອງຊະນະເລີດ | ສະຖານທີ່ | ວັນທີ | ຜູ້ເຂົ້າແຂ່ງຂັນ | ||
|---|---|---|---|---|---|---|---|---|
| ຮອງອັນດັບ 1 | ຮອງອັນດັບ 2 | ຮອງອັນດັບ 3 | ||||||
| 1 | 1996 | Tom Nuyens |
Gabriel Soto Borja-Díaz |
Karahan Çantay |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ອິສຕັນບູນ, ຕວກກີ | 20 ກັນຍາ | 50 |
| 1997 | ບໍ່ໄດ້ຈັດການປະກວດ | |||||||
| 2 | 1998 | Sandro Finoglio |
Germán Cardoso Méndez |
Gregory Rossi |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກຣັງໂດລາ, ປໍຕຸເກດ | 18 ກັນຍາ | 43 |
| 1999 | ບໍ່ໄດ້ຈັດການປະກວດ | |||||||
| 3 | 2000 | Ignacio Kliche |
Marcello Barkowski |
Dante Spencer |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ເພີທເຊີ, ສະກັອດແລນ | 13 ຕຸລາ | 32 |
| 2001 - 2002 | ບໍ່ໄດ້ຈັດການປະກວດ | |||||||
| 4 | 2003 | Gustavo Gianetti |
Assaad Tarabay |
Fabien Hauquier |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ລອນດອນ, ອັງກິດ | 9 ສິງຫາ | 38 |
| 2004 - 2006 | ບໍ່ໄດ້ຈັດການປະກວດ | |||||||
| 5 | 2007 | Juan García Postigo |
Lucas Barbosa Gil |
Lejun Tony Jiang |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຊານຢາ, ຈີນ | 31 ມີນາ | 56 |
| 2008 - 2009 | ບໍ່ໄດ້ຈັດການປະກວດ | |||||||
| 6 | 2010 | Kamal Ibrahim |
Josef Karas |
Kenneth Okolie |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ອິນຊອນ, ເກົາຫຼີໃຕ້ | 27 ມີນາ | 74 |
| 2011 | ບໍ່ໄດ້ຈັດການປະກວດ | |||||||
| 7 | 2012 | Francisco Escobar |
Andrew Wolff |
Leo Delaney |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ເຄນທ໌, ອັງກິດ | 24 ພະຈິກ | 48 |
| 2013 | ບໍ່ໄດ້ຈັດການປະກວດ | |||||||
| 8 | 2014 | Nicklas Pedersen |
Emmanuel Ikubese |
José Pablo Minor |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ທໍຣ໌ເບ, ອັງກິດ | 15 ມີຖຸນາ | 46 |
| 2015 | ບໍ່ໄດ້ຈັດການປະກວດ | |||||||
| 9 | 2016 | Rohit Khandelwal |
Fernando Álvarez |
Aldo Esparza |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ເຊົາທ໌ພອດທ໌, ອັງກິດ | 19 ກໍລະກົດ | 46 |
| 2017 - 2018 | ບໍ່ໄດ້ຈັດການປະກວດ | |||||||
| 10 | 2019 | Jack Heslewood |
Fezile Mkhize |
Brian Faugier |
ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ເກຊອນຊິຕີ, ຟີລິບປິນ | 23 ສິງຫາ | 72 |
| 2020 - 2023 | ບໍ່ໄດ້ຈັດການປະກວດ ເນື່ອງຈາກການລະບາດຂອງ ໂຄວິດ-19 | |||||||
| 11 | 2024 | Daniel Mejía |
Phạm Tuấn Ngọc |
Antonio Company |
Salvatore Crisball |
ຟານທຽດ, ຫວຽດນາມ | 23 ພະຈິກ | 60 |
| 2025 | ບໍ່ໄດ້ຈັດການປະກວດ | |||||||
| 12 | 2026 | |||||||
ແກເລີຣີຜູ້ຊະນະ
[ດັດແກ້]- ມິສເຕີເວີຣ໌ລດ໌ 2016
Rohit Khandelwal
ອິນເດຍ - ມິສເຕີເວີຣ໌ລດ໌ 2012
Francisco Escobar
ໂກໂລມບີ - ມິສເຕີເວີຣ໌ລດ໌ 2010
Kamal Ibrahim
ອຽກລັງ
ລາຍຊື່ຜູ້ໄດ້ຕຳແໜ່ງຄິງທະວີບ
[ດັດແກ້]| ປີ | ມິສເຕີເວີຣ໌ລດ໌ ອາຟຣິກາ | ມິສເຕີເວີຣ໌ລດ໌ ອາເມຣິກາ | ມິສເຕີເວີຣ໌ລດ໌ ອາຊີ | ມິສເຕີເວີຣ໌ລດ໌ ໂອເຊຍເນຍ | ມິສເຕີເວີຣ໌ລດ໌ ຄາຣິບເບຽນ | ມິສເຕີເວີຣ໌ລດ໌ ເອີຣົບ |
|---|---|---|---|---|---|---|
| ມິສເຕີເວີຣ໌ລດ໌ ອາຊີປາຊີຟິກ | ||||||
| 2019 | Fezile Mkhize |
Brian Faugier |
Jody Tejano Saliba |
Alejandro Martínez |
Alberto Nodale | |
| 2024 | Salvatore Crisball |
Juan Alberto García |
Phạm Tuấn Ngọc |
Lochlan Carey |
Tarique Barrett |
Antonio Company |
ຕົວແທນປະເທດລາວ
[ດັດແກ້]| ປີ | ຜູ້ດຳລົງຕຳແໜ່ງ / ຕົວແທນ | ແຂວງ | ຜົນງານລະດັບຊາດ | ການປະກວດລະດັບນານາຊາດ | |
|---|---|---|---|---|---|
| ຕຳແໜ່ງໃນການປະກວດ | ລາງວັນພິເສດ | ||||
| 2026 | ຈັນທະຈອນ ວິໄລສານ | ແຂວງວຽງຈັນ | ໄດ້ຮັບການແຕ່ງຕັ້ງ | ||
| 2024 | Sithpaseuth Syinthavong | ແຂວງວຽງຈັນ | ໄດ້ຮັບການແຕ່ງຕັ້ງ | ບໍ່ໄດ້ເຂົ້າຮອບ | 2 ລາງວັນພິເສດ
|
ເພີ່ມເຕີມ
[ດັດແກ້]ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
ແຫຼ່ງຂໍ້ມູນອື່ນ
[ດັດແກ້]- ເວັບໄຊທາງການ ຂອງມິສເຕີເວີຣ໌ລດ໌
- ອິນສະຕາແກຣມທາງການ ຂອງມິສເຕີເວີຣ໌ລດ໌
- ຢູທູບທາງການ ຂອງມິສເຕີເວີຣ໌ລດ໌
- ເອັກສ໌(ທະວິດເຕີ)ທາງການ ຂອງມິສເຕີເວີຣ໌ລດ໌
- ຕິກຕອກທາງການ ຂອງມິສເຕີເວີຣ໌ລດ໌