ມິສອິນເຕີເນຊັນແນລ
| ປະເພດ | ການປະກວດນາງງາມລະດັບນານາຊາດ |
|---|---|
| ສຳນັກງານໃຫຍ່ | ໂຕກຽວ, ປະເທດຍີ່ປຸ່ນ |
| ຈັດປະກວດຄັ້ງທຳອິດ | 1960 |
| ຜູ້ດຳລົງຕຳແໜ່ງປັດຈຸບັນ | Catalina Duque ໂຄລົມເບຍ |
ປະທານ | Akemi Shimomura |
| ພາສາ | ພາສາອັງກິດ |
| ເວັບໄຊທ໌ | officel website |
ມິສອິນເຕີເນຊັນແນລ (ອັງກິດ: Miss International ຫຼື Miss International Beauty ຫຼື The International Beauty Pageant) ແມ່ນການປະກວດນາງງາມລະດັບສາກົນທີ່ສໍາຄັນ ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ໃນປະເທດຍີ່ປຸ່ນ ຈັດຕັ້ງໂດຍສະມາຄົມວັດທະນະທຳລະດັບສາກົນ (International Culture Association). ການປະກວດນີ້ຖືກຈັດຂຶ້ນຄັ້ງທຳອິດໃນປີ 1960,[1][2] ແລະ ຖືເປັນການປະກວດນາງງາມທີ່ໃຫຍ່ທີ່ສຸດເປັນອັນດັບທີ 4 ຂອງໂລກ ເມື່ອວັດແທກຈາກຈຳນວນຜູ້ເຂົ້າປະກວດລະດັບຊາດທີ່ເຂົ້າຮ່ວມການປະກວດໃນລະດັບສາກົນ.[3][4][5]
ມິສອິນເຕີເນຊັນແນລ (ຕັ້ງແຕ່ປີ 1968) ອົງການມິສອິນເຕີເນຊັນແນລ ແລະ ແບຣນດ໌ການປະກວດ ແມ່ນຢູ່ພາຍໃຕ້ການເປັນເຈົ້າຂອງຂອງສະມາຄົມວັດທະນະທຳລະດັບສາກົນ ຮ່ວມກັບ ມິສ ປາຣີ ກຣຸບ (Miss Paris Group) ເຊັ່ນດຽວກັບເວທີ ມິສອິນເຕີເນຊັນແນລ ເຈແປນ[ຕ້ອງການອ້າງອີງ] ໂດຍມົງກຸດທີ່ໃຊ້ໃນການປະກວດແມ່ນໄດ້ຮັບການສະໜັບສະໜູນ ແລະ ຈົດສິດທິບັດໂດຍບໍລິສັດໄຂ່ມຸກ ມິກິໂມໂຕ້.
ໃນປີ 2020 ແລະ ປີ 2021 ການປະກວດໄດ້ຖືກຍົກເລີກເນື່ອງຈາກການແຜ່ລະບາດຂອງ ໂຄວິດ-19.[6]
ຜູ້ດຳລົງຕຳແໜ່ງ ມິສອິນເຕີເນຊັນແນລ ຄົນປັດຈຸບັນແມ່ນ ກາຕາລິນາ ດູເກ ຈາກປະເທດໂຄລອມເບຍ ເຊິ່ງໄດ້ຮັບມົງກຸດເມື່ອວັນທີ 27 ພະຈິກ 2025 ທີ່ໂຕກຽວ ປະເທດຍີ່ປຸ່ນ.
ປະຫວັດ
[ດັດແກ້]
ການປະກວດນີ້ຖືກຈັດຕັ້ງຂຶ້ນຄັ້ງທຳອິດທີ່ ລອງບີຊ, ແຄລິຟໍເນຍ ສະຫະລັດອາເມຣິກາ ໃນປີ 1960[7] ຫຼັງຈາກທີ່ເວທີ ມິສຢູນີເວີຣສ ໄດ້ຍ້າຍໄປຈັດການປະກວດທີ່ ໄມອາມີບີຊ, ຟລໍຣິດາ.[8] ໂດຍລອງບີຊໄດ້ເປັນເຈົ້າພາບຈັດການປະກວດຈົນເຖິງປີ 1967[9] ກ່ອນທີ່ການປະກວດຈະຍ້າຍມາຈັດຢູ່ປະເທດຍີ່ປຸ່ນໃນປີ 1968 ເຖິງປີ 1970 ໂດຍຈັດຂຶ້ນໃນເມືອງດຽວກັນກັບທີ່ຈັດງານ Expo '70. ຕໍ່ມາໃນປີ 1971 ການປະກວດໄດ້ກັບໄປຈັດທີ່ລອງບີຊອີກຄັ້ງ ແຕ່ຫຼັງຈາກນັ້ນເປັນຕົ້ນມາ ການປະກວດກໍໄດ້ຈັດຂຶ້ນເປັນປະຈຳທຸກປີຢູ່ປະເທດຍີ່ປຸ່ນຈົນເຖິງປີ 2003 ແລະ ຕັ້ງແຕ່ປີ 2004 ເປັນຕົ້ນມາ ກໍໄດ້ຈັດຂຶ້ນທັງໃນປະເທດຈີນ ຫຼື ປະເທດຍີ່ປຸ່ນສະຫຼັບກັນ.[10] ໂດຍຜູ້ຊະນະຄົນທຳອິດຂອງເວທີນີ້ໃນປີ 1960 ແມ່ນ ສະເຕວລາ ມາຣ໌ເກຊ ຈາກປະເທດໂຄລອມເບຍ.
ນັບຕັ້ງແຕ່ນັ້ນມາ ປະເທດຍີ່ປຸ່ນໄດ້ກາຍເປັນປະເທດເຈົ້າພາບຫຼັກ ແລະ ການປະກວດສ່ວນໃຫຍ່ແມ່ນຈັດຂຶ້ນໃນຍີ່ປຸ່ນ ໃນຊ່ວງລະດູໃບໄມ້ຫຼົ່ນ ລະຫວ່າງເດືອນຕຸລາ ຫຼື ເດືອນພະຈິກ ໂດຍການປະກວດນີ້ຍັງມີຊື່ເອີ້ນອີກຢ່າງໜຶ່ງວ່າ "Miss International Beauty".[11] ເປົ້າໝາຍຫຼັກຂອງການປະກວດແມ່ນເພື່ອສ້າງໂລກທີ່ແມ່ຍິງສາມາດດຳລົງຊີວິດດ້ວຍຄວາມຄິດບວກ, ມີຄວາມເຂັ້ມແຂງພາຍໃນ ແລະ ມີຄວາມເປັນໂຕຂອງໂຕເອງ.[12] ຄຳຂວັນຂອງ ມິສອິນເຕີເນຊັນແນລ ແມ່ນ "ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບປະເທດຍີ່ປຸ່ນໃນສັງຄົມໂລກ" ແລະ "ການສ້າງສັນຕິພາບຂອງໂລກຜ່ານຄວາມເຂົ້າໃຈເຊິ່ງກັນແລະກັນ" ນອກຈາກນີ້ ໃນໄລຍະຫຼັງຍັງໄດ້ມີການນຳໃຊ້ຄຳຂວັນ "Cheer All Women" (ຮ່ວມເປັນກຳລັງໃຈໃຫ້ຜູ້ຍິງທຸກຄົນ) ຕື່ມອີກ.[13][10]
ຜູ້ຊະນະ ມິສອິນເຕີເນຊັນແນລ 2012 ຄື ອິກຸມິ ໂຢຊິມັສສຸ ຈາກປະເທດຍີ່ປຸ່ນ ບໍ່ສາມາດຂຶ້ນມອບມົງກຸດໃຫ້ແກ່ຜູ້ສືບຕຳແໜ່ງໄດ້ ເນື່ອງຈາກມີບັນຫາຂັດແຍ້ງກັບບໍລິສັດຈັດຫານັກສະແດງ ເຊິ່ງສົ່ງຜົນກະທົບຕໍ່ຄວາມປອດໄພຂອງໂຕລາວ ແລະ ງານປະກວດໃນຄືນນັ້ນ;[14][15][16] ໂດຍມີ ອາເລຮານດຣາ ອັນເດຣອູ ມິສອິນເຕີເນຊັນແນລ 2008 ມາເຮັດໜ້າທີ່ມອບມົງກຸດໃຫ້ແກ່ ບີ ຊານຕິອາໂກ ຈາກປະເທດຟີລິບປິນ ໃນຖານະ ມິສອິນເຕີເນຊັນແນລ 2013 ແທນ.[14][15][17][18] ອົງການຈັດການປະກວດໄດ້ຮັບກະແສວິພາກວິຈານ ຍ້ອນມີການກ່າວຫາວ່າໄດ້ຂໍໃຫ້ ໂຢຊິມັສສຸ ງົດເຂົ້າຮ່ວມພິທີມອບຕຳແໜ່ງ ແລະ "ແກ້ງປ່ວຍພ້ອມທັງໃຫ້ມິດປາກໄວ້" ເພື່ອຫຼີກເລ່ຽງບໍ່ໃຫ້ເກີດຂ່າວອື້ສາວກັບບໍລິສັດຜະລິດສື່ຂອງຍີ່ປຸ່ນ ທີ່ປະທານບໍລິສັດມີພຶດຕິກຳຄຸກຄາມລາວ.[2][19] ຕໍ່ມາໃນປີ 2017 ເຄວິນ ລິລເລຍນາ ຈາກປະເທດອິນໂດເນເຊຍ ໄດ້ກາຍເປັນແມ່ຍິງມຸດສະລິມຄົນທຳອິດທີ່ຊະນະການປະກວດ ມິສອິນເຕີເນຊັນແນລ.[20][21][22] ສ່ວນການປະກວດໃນປີ 2020 ແລະ 2021 ຖືເປັນຄັ້ງທີສອງ ແລະ ຄັ້ງທີສາມ ທີ່ການປະກວດຖືກຍົກເລີກນັບຕັ້ງແຕ່ປີ 1966 ເປັນຕົ້ນມາ ເນື່ອງຈາກການແຜ່ລະບາດຂອງໂຄວິດ-19 ແລະ ມາດຕະການຂອງລັດຖະບານຍີ່ປຸ່ນທີ່ສັ່ງຫ້າມຈັດກິດຈະກຳລະດັບສາກົນ ຫຼັງຈາກທີ່ມີການເລື່ອນຈັດງານກິລາໂອລິມປິກລະດູຮ້ອນ 2020.[23]
ຄັງຮູບມົງກຸດມິສອິນເຕີເນຊັນແນລ
[ດັດແກ້]- ມົງກຸດ ມິກິໂມໂຕ້ (The Mikimoto Crown) (1970–1998; 2015–2019) – ມົງກຸດນີ້ໄດ້ຮັບການອອກແບບໂດຍ ໂທໂມຮິໂຣ ຢາມາຈິ (Tomohiro Yamaji) ໃຫ້ແກ່ ບໍລິສັດ ມິກິໂມໂຕ້ ເຊິ່ງເປັນຜູ້ສະໜັບສະໜູນເຄື່ອງປະດັບຢ່າງເປັນທາງການຂອງອົງການມິສອິນເຕີເນຊັນແນລ. ມົງກຸດປະກອບດ້ວຍທອງຄຳ 14k ແລະ 18k ນຳ້ໜັກ 575.31 ກຣາມ, ໄຂ່ມຸກທະເລໃຕ້ ແລະ ໄຂ່ມຸກອາໂກຍ່າ ຈຳນວນ 650 ເມັດ ທີ່ມີຂະໜາດເສັ້ນຜ່ານສູນກາງຕັ້ງແຕ່ 3 ຫາ 18 ມິນລິແມັດ ແລະ ມີມູນຄ່າສູງເຖິງ 350,000 ໂດລາສະຫະລັດ. ມົງກຸດນີ້ຖືກອອກແບບຂຶ້ນສຳລັບການປະກວດຢູ່ທີ່ ເກາະໄຂ່ມຸກມິກິໂມໂຕ້ ໃນປະເທດຍີ່ປຸ່ນ ໂດຍມົງກຸດ ແລະ ເທຍຣ່າຂອງມິກິໂມໂຕ້ໄດ້ຖືກນຳມາໃຊ້ຄັ້ງທຳອິດ (ໃນຍຸກຫຼັງ) ສຳລັບ ມິສອິນເຕີເນຊັນແນລ 2013 ເຊິ່ງເປີດໂຕໂດຍປະທານອົງການມິສອິນເຕີເນຊັນແນລ ອາເກມິ ຊິໂມມູຣະ (Akemi Shimomura) ແລະ ເຊັ່ນດຽວກັນກັບມົງກຸດລຸ້ນກ່ອນໆ ໃນຄໍເລັກຊັນນີ້ຍັງມີເທຍຣ່າຂະໜາດນ້ອຍອີກ 4 ຊຸດສຳລັບຮອງຊະນະເລີດ. ມົງກຸດນີ້ໄດ້ຖືກງົດໃຊ້ ຫຼັງຈາກທີ່ ສິຣິທອນ ລີອະລ່າມວັດ ຈາກປະເທດໄທ ໄດ້ສວມໃສ່ມົງກຸດນີ້ໃນການປະກວດ ມິສອິນເຕີເນຊັນແນລ 2019.[24]
- ມົງກຸດ ຄູ່ມ້າ (The Couple of Horses Crown)** (1999–2005; 2007–2014) – ມົງກຸດນີ້ຖືກນຳໃຊ້ຕັ້ງແຕ່ປີ 1999–2005 ແລະ ປີ 2007–2014 ເຊິ່ງໄດ້ຮັບການອອກແບບໂດຍ ໂທໂມຮິໂຣ ຢາມາຈິ ໃຫ້ແກ່ບໍລິສັດ ມິກິໂມໂຕ້ ເຊັ່ນດຽວກັນກັບມົງກຸດມິກິໂມໂຕ້ແບບປັດຈຸບັນ. ມົງກຸດມີການອອກແບບທີ່ເປັນສັນຍະລັກຮູບມ້າໜຶ່ງຄູ່ ພ້ອມດ້ວຍໄຂ່ມຸກທະເລໃຕ້ ແລະ ໄຂ່ມຸກອາໂກຍ່າ ຈຳນວນ 530 ເມັດ ນອກຈາກນີ້ຍັງມີເທຍຣ່າຂະໜາດນ້ອຍອີກ 4 ຊຸດສຳລັບຮອງຊະນະເລີດໃນຄໍເລັກຊັນມົງກຸດນີ້. ມົງກຸດນີ້ໄດ້ຖືກງົດໃຊ້ ຫຼັງຈາກທີ່ ວາເລຣີ ເຮຣ໌ນານເດຊ (Valerie Hernandez) ຈາກປະເທດປວຍໂຕຣີໂກ ໄດ້ສວມໃສ່ໃນການປະກວດ ມິສອິນເຕີເນຊັນແນລ 2015 (ໃນຕອນອຳລາຕຳແໜ່ງ).[25]
- ມົງກຸດ ຄຣິສຕັລ (The Crystal Crown) (2006) – ຫຼື ເປັນທີ່ຮູ້ຈັກກັນໃນຊື່ ເທຍຣ່າ ມາກິ ໄດມອນດ໌ (Maki Diamond tiara) ມົງກຸດນີ້ຖືກນຳໃຊ້ຕັ້ງແຕ່ຕອນທີ່ ດາເນຍລາ ດິ ຢາໂກໂມ (Daniela di Giacomo) ຈາກປະເທດເວເນຊູເອລາ ໄດ້ຮັບມົງກຸດ ມິສອິນເຕີເນຊັນແນລ 2006 ໂດຍລາວເປັນຜູ້ດຳລົງຕຳແໜ່ງມິສອິນເຕີເນຊັນແນລພຽງຜູ້ດຽວທີ່ໄດ້ສວມໃສ່ມົງກຸດນີ້. ມົງກຸດມີມູນຄ່າປະມານ 150,000 ໂດລາສະຫະລັດ ເຮັດຂຶ້ນຈາກການປະສົມປະສານລະຫວ່າງທອງຄຳຂາວ ແລະ ທອງຄຳແທ້ 18 ກະຣັດ ພ້ອມທັງປະດັບດ້ວຍອັນຍະມະນີລ້ຳຄ່າຫຼາຍກວ່າ 1,000 ເມັດ.[26]
- ມົງກຸດ ລອງບີຊ ເພີຣ໌ລ (Long Beach Pearl Crown) (2022–ປັດຈຸບັນ) – ມົງກຸດນີ້ໄດ້ຮັບການອອກແບບໂດຍ ທ່ານນາງ ບຸຍ ຕິ ໝີ ແກັ່ງ (Bùi Thị Mỹ Cảnh) ຜູ້ກໍ່ຕັ້ງ ລອງບີຊ ເພີຣ໌ລ (Long Beach Pearl) ເຊິ່ງເປັນຜູ້ສະໜັບສະໜູນມົງກຸດຢ່າງເປັນທາງການຂອງອົງການມິສອິນເຕີເນຊັນແນລ ໂດຍເລີ່ມນຳໃຊ້ຕັ້ງແຕ່ການປະກວດ ມິສອິນເຕີເນຊັນແນລ 2022. ມົງກຸດປະຈຳຕຳແໜ່ງ ມິສອິນເຕີເນຊັນແນລ 2022 ມາໃນຮູບແບບຮວມຂອງ "ດອກຊາກຸຣະຕ້ອນຮັບແສງແດດລະດູໃບໄມ້ປົ່ງ" ໂດຍໄດ້ຮັບແຮງບັນດານໃຈມາຈາກຄວາມງາມຂອງດອກຊາກຸຣະທີ່ເບັ່ງບານພາຍໃຕ້ແສງແດດໃນລະດູໃບໄມ້ປົ່ງ ທີ່ນຳພາຄວາມສວຍງາມ ແຫ່ງຄວາມເຊື່ອໝັ້ນ ແລະ ຄວາມຄິດບວກ ໂດຍດອກຊາກຸຣະຖືເປັນສັນຍະລັກຂອງປະເທດຍີ່ປຸ່ນ ທີ່ສະແດງເຖິງຈິດວິນຍານ, ຄວາມເຂັ້ມແຂງ, ວັດທະນະທຳ ແລະ ປະຊາຊົນຍີ່ປຸ່ນ. ບໍ່ພຽງແຕ່ເທົ່ານັ້ນ ດອກຊາກຸຣະໝາຍເຖິງຄວາມມີຊີວິດຊີວາທີ່ເຂັ້ມຂົ້ນ, ຄວາມອ່ອນນ້ອມຖ່ອມຕົວ ແລະ ຄວາມປາດຖະໜາທີ່ຈະຢູ່ຮ່ວມກັນຢ່າງສັນຕິ ເຊິ່ງເປັນຄຸນລັກສະນະຂອງຄົນຮຸ່ນໜຸ່ມ. ການອອກແບບນີ້ໄດ້ຮວບຮວມເອົາໄຂ່ມຸກສີຂາວບໍລິສຸດຈຳນວນ 333 ເມັດ ເຊິ່ງເປັນສັນຍະລັກຂອງດອກໄມ້ທີ່ພວມຜລິບານ ພ້ອມທີ່ຈະຮັບແສງແດດໃນລະດູໃບໄມ້ປົ່ງ ແລະ ຕົວເລກນີ້ຍັງມີຄວາມໝາຍເຖິງຄວາມໂຊກດີ, ຄວາມກະຕືລືລົ້ນ ແລະ ຄວາມຍືນຍາວ. ໂດຍມີຈຸດເດັ່ນຄື ໄຂ່ມຸກຄັດພິເສດ 3 ເມັດ ທີ່ມີຂະໜາດໃຫຍ່ກວ່າ 15 ມິນລິແມັດ ເຊິ່ງນຳມາຊຶ່ງຄວາມງາມອັນເປັນນິລັນດອນ, ຄວາມຮຸ່ງເຮືອງ ແລະ ການແຜ່ຂະຫຍາຍ. ນອກຈາກນີ້ ມົງກຸດມິສອິນເຕີເນຊັນແນລ ຍັງປະດັບດ້ວຍອັນຍະມະນີສີຂາວຈຳນວນ 1,960 ເມັດ ເພື່ອເປັນສັນຍະລັກເຖິງປີທຳອິດທີ່ມີການຈັດການປະກວດມິສອິນເຕີເນຊັນແນລຂຶ້ນ. ດ້ວຍການປະສົມປະສານລະຫວ່າງຄວາມພະຍາຍາມໃນການສ້າງສັນ ແລະ ຝີມືອັນຍອດຢ້ຽມ ລອງບີຊ ເພີຣ໌ລ ຈຶ່ງໄດ້ມອບຜົນງານອັນແສນພິເສດນີ້ໃຫ້ກັບການປະກວດມິສອິນເຕີເນຊັນແນລ.[27]
ແກເລີຣີມົງກຸດມິສອິນເຕີເນຊັນແນລ
[ດັດແກ້]- ມົງກຸດ "Couple of Horses Tiara" ສວມໃສ່ໂດຍ ມິສອິນເຕີເນຊັນແນລ 2013 ບີ ຊານຕິອາໂກ ຈາກປະເທດຟີລິບປິນ.
- ມົງກຸດ "ມົງກຸດມິກິໂມໂຕ້" ສວມໃສ່ໂດຍ ມິສອິນເຕີເນຊັນແນລ 2017 ເຄວິນ ລິລເລຍນາ ຈາກປະເທດອິນໂດເນເຊຍ.
- ມົງກຸດ "Long Beach Pearl Crown" ສວມໃສ່ໂດຍ ມິສອິນເຕີເນຊັນແນລ 2022 ຈັສມິນ ເຊລເບີຣ໌ກ ຈາກປະເທດເຢຍລະມັນ.
ຜູ້ທີ່ໄດ້ຮັບຕຳແໜ່ງມິສອິນເຕີເນຊັນແນລ
[ດັດແກ້]| ຄັ້ງທີ | ປີ | ຜູ້ຊະນະ | ຮອງຊະນະເລີດ | ສະຖານທີ່ | ວັນທີ | ຜູ້ເຂົ້າແຂ່ງຂັນ | |||
|---|---|---|---|---|---|---|---|---|---|
| ຮອງອັນດັບ 1 | ຮອງອັນດັບ 2 | ຮອງອັນດັບ 3 | ຮອງອັນດັບ 4 | ||||||
| 1 | 1960 | Stella Márquez | Iona Pinto | Sigridur Geirsdottir | Joyce Kay | Charlene Lundberg |
ສິງຫາ 12 | ລອງບີຊ, ສະຫະລັດອາເມລິກາ | 52 |
| 2 | 1961 | Stam van Baer | Vera Brauner Menezes | María Cervera Fernández | Edna MacVicar | Sigrun Ragnarsdottir |
ກໍລະກົດ 28 | ||
| 3 | 1962 | Tania Verstak | María Bueno | Ana Maruri | Catharina Lodders | Carolyn Joyner |
ສິງຫາ 18 | 50 | |
| 4 | 1963 | Guðrún Bjarnadóttir | Diane Westbury | Xenia Doppler | Joyce Bryan | Choi Yoo-mi |
ສິງຫາ 16 | 46 | |
| 5 | 1964 | Gemma Cruz | Linda Ann Taylor | Vera Lúcia Couto dos Santos | Tracy Ingram | Maila Maria Östring |
ສິງຫາ 14 | 42 | |
| 6 | 1965 | Ingrid Finger | Gail Krielow | Faida Fagioli | Marie Tapare | Sandra Pennó Rosa |
ສິງຫາ 13 | 44 | |
| 1966 | ການປະກວດປີ 1966 ຖືກຍົກເລີກ ເນື່ອງຈາກຂໍ້ຂັດແຍ້ງລະຫວ່າງຜູ້ຈັດການປະກວດ ກ່ຽວກັບວ່າຄວນສືບຕໍ່ຈັດການປະກວດຫຼືບໍ່. | ||||||||
| 7 | 1967 | Mirta Massa | Yaffa Sharir | Pamela Elfast | Martha Quimper Suárez | Gisella Ma Ka-Wai |
ເມສາ 29 | ລອງບີຊ, ສະຫະລັດອາເມລິກາ | 46 |
| 8 | 1968 | Maria da Glória Carvalho | Annika Hemminge | Karen Ann MacQuarrie | Doritt Frantzen | Rungtip Pinyo |
ຕຸລາ 9 | ໂຕກຽວ, ຍີ່ປຸ່ນ | 49 |
| 9 | 1969 | Valerie Holmes | Satu Charlotta Östring | María Cuadra Lacayo | Jeanette Biffiger | Usanee Phenphimol |
ກັນຍາ 13 | 48 | |
| 10 | 1970 | Aurora Pijuan | Margarita Briese | Karen Papworth | Toshie Suda | Susan Greaves |
ພຶດສະພາ 16 | ໂອຊາກາ, ຍີ່ປຸ່ນ | 47 |
| 11 | 1971 | Jane Hansen | Supuk Likitkul | Evelyn Santos Camus | Jacqueline Lee Jochims | Hannele Halme |
ພຶດສະພາ 26 | ລອງບີຊ, ສະຫະລັດອາເມລິກາ | 50 |
| 12 | 1972 | Linda Hooks | Christine Nola Clark | Yolanda Adriatico Dominguez | Jane Vieira Macambira | Lindsay Bloom |
ຕຸລາ 6 | ໂຕກຽວ, ຍີ່ປຸ່ນ | 47 |
| 13 | 1973 | Anneli Björkling | Zoe Spink | Helga Eldon Jonsdóttir | María Isabel Lorenzo Saavedra | Maria Elena Suarez Ojeda |
ຕຸລາ 13 | ໂອຊາກາ, ຍີ່ປຸ່ນ | |
| 14 | 1974 | Brucene Smith | Joanna Booth | Johanna Raunio | Micheline Mira Vehiatua | Monique Daams |
ຕຸລາ 9 | ໂຕກຽວ, ຍີ່ປຸ່ນ | 45 |
| 15 | 1975 | Lidija Manić | Eeva Mannerberg | Indira Bredemeyer | Patricia Bailey | Lisane Guimarães |
ພະຈິກ 3 | ໂມໂຕບຸ, ຍີ່ປຸ່ນ | 48 |
| 16 | 1976 | Sophie Perin | Vionete Revoredo Fonseca | Nafisa Ali | Susan Elizabeth Carlson | Kumie Nakamura |
ກໍລະກົດ 2 | ໂຕກຽວ, ຍີ່ປຸ່ນ | 45 |
| 17 | 1977 | Pilar Medina | Dagmar Wöhrl | Indri Hapsari Soeharto | Prunella Julle Nickson | Laura Jean Bobbit |
ກໍລະກົດ 1 | 48 | |
| 18 | 1978 | Katherine Ruth | Jeanette Aarum | Brigitte Muyshondt | Petra Brinkmann | Lorraine Bernadette Enriquez |
ພະຈິກ 10 | 43 | |
| 19 | 1979 | Melanie Marquez | Anna Maria Rapagna | Elisabeth Schmidt | Kate Elizabeth Nyberg | Hideko Haba |
ພະຈິກ 12 | 45 | |
| 20 | 1980 | Lorna Chávez | Clarissa Ann Ewing | María Agustina García | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ພະຈິກ 4 | 42 | |
| 21 | 1981 | Jenny Derek | Taiomara Borchardt | Michelle Rocca | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 6 | ໂກເບ, ຍີ່ປຸ່ນ | |
| 22 | 1982 | Christie Claridge | María Aques Vicente | Annette Schneider | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 13 | ຟຸກຸໂອກະ, ຍີ່ປຸ່ນ | 43 |
| 23 | 1983 | Gidget Sandoval | Michelle Marie Banting | Inge Ravn Thomsen | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 11 | ໂອຊາກາ, ຍີ່ປຸ່ນ | 41 |
| 24 | 1984 | Ilma Urrutia | Miriam Leyderman | Gunilla Maria Kohlström | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 30 | ໂຢໂກຮາມາ, ຍີ່ປຸ່ນ | 46 |
| 25 | 1985 | Nina Sicilia | Sarie Nerine Jourbert | Jacqueline Schuman | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 15 | ສຶກຸບະ, ຍີ່ປຸ່ນ | 43 |
| 26 | 1986 | Helen Fairbrother | Pia Rosenberg Larsen | Martha Merino Ponce de León | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ສິງຫາ 31 | ນາງາຊາກິ, ຍີ່ປຸ່ນ | 46 |
| 27 | 1987 | Laurie Simpson | Muriel Jane Rens | Rosa Isela Fuentes | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 13 | ໂຕກຽວ, ຍີ່ປຸ່ນ | 47 |
| 28 | 1988 | Catherine Gude | Dana Michele Richmond | Toni-Jean Frances Peters | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກໍລະກົດ 17 | ກິຟຸ, ຍີ່ປຸ່ນ | 46 |
| 29 | 1989 | Iris Klein | Aneta Kręglicka | Carolina Omaña | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 17 | ຄານາຊາວະ, ຍີ່ປຸ່ນ | 47 |
| 30 | 1990 | Silvia de Esteban Niubo | Ingrid Ondrovichova | Nadine Atangan Tanega | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 16 | ໂອຊາກາ, ຍີ່ປຸ່ນ | 50 |
| 31 | 1991 | Agnieszka Kotlarska | Catherine Clarysse | Marketa Silna | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 13 | ໂຕກຽວ, ຍີ່ປຸ່ນ | 51 |
| 32 | 1992 | Kirsten Davidson | Georgia Drosou | Yum Jung-ah | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 18 | ນາງາຊາກິ, ຍີ່ປຸ່ນ | 50 |
| 33 | 1993 | Agnieszka Pachalko | Ilmira Shamsutdinova | Nataliya Victorovna Romanenko | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 9 | ໂຕກຽວ, ຍີ່ປຸ່ນ | 47 |
| 34 | 1994 | Christina Lekka | Alexandra Ochoa Hincapié | Carmen María Vicente Abellam | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 4 | ອິເຊະ, ຍີ່ປຸ່ນ | 50 |
| 35 | 1995 | Anne Lena Hansen | Ana María Amorer | Renata Hornofová | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 10 | ໂຕກຽວ, ຍີ່ປຸ່ນ | 47 |
| 36 | 1996 | Fernanda Alves | Ibticem Lahmar | Claudia Mendoza | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 26 | ຄານາຊາວະ, ຍີ່ປຸ່ນ | 48 |
| 37 | 1997 | Consuelo Adler | Diya Abraham | Marie Pauline Borg | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 20 | ກຽວໂຕ, ຍີ່ປຸ່ນ | 42 |
| 38 | 1998 | Lía Borrero | Daniela Kosán | Shvetha Jaishankar | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 26 | ໂຕກຽວ, ຍີ່ປຸ່ນ | 43 |
| 39 | 1999 | Paulina Gálvez | Carmen Fernández | Saija Palin | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ທັນວາ 14 | 51 | |
| 40 | 2000 | Vivian Urdaneta | Son Tae-young | Svetlana Goreva | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 4 | 56 | |
| 41 | 2001 | Małgorzata Rożniecka | Aura Zambrano | Tatiana Pavlova | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 4 | 52 | |
| 42 | 2002 | Christina Sawaya | Emmanuelle Jagodsinski | Hana Urushima | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 30 | 47 | |
| 43 | 2003 | Goizeder Azúa | Shonali Nagrani | Suvi Hartlin | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 8 | 45 | |
| 44 | 2004 | Jeymmy Vargas | Amy Lynne Holbrook | Olga Kypriotou | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 16 | ປັກກິ່ງ, ຈີນ | 58 |
| 45 | 2005 | Precious Lara Quigaman | Yadira Geara Cury | Susanna Laine | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ກັນຍາ 26 | ໂຕກຽວ, ຍີ່ປຸ່ນ | 52 |
| 46 | 2006 | Daniela Di Giacomo | Mayte Sánchez | Jang Yoon-seo | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ພະຈິກ 11 | ຊຽງເຫີ, ຈີນ | 53 |
| 47 | 2007 | Priscila Perales | Despoina Vlepaki | Yulia Sindzeyeva | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ຕຸລາ 15 | ໂຕກຽວ, ຍີ່ປຸ່ນ | 61 |
| 48 | 2008 | Alejandra Andreu | María Cristina Díaz-Granados | Anna Tarnowska | Changwen Liu | Zuzana Putnářová |
ພະຈິກ 8 | ໂຄໄທສະຕຣິບ, ມາເກົ້າ | 63 |
| 49 | 2009 | Anagabriela Espinoza | Seo Eun-mi | Chloe-Beth Morgan | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ພະຈິກ 28 | ນະຄອນເສິງຕູ, ຈີນ | 65 |
| 50 | 2010 | Elizabeth Mosquera | Piyaporn Deejing | Yuan Siyi | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ບໍ່ມີຜູ້ໄດ້ຮັບຕຳແໜ່ງ | ພະຈິກ 7 | 70 | |
| 51 | 2011 | Fernanda Cornejo | Jessica Barboza | Tugsuu Idersaikhan | Desireé del Río | Keity Drennan |
ພະຈິກ 6 | 67 | |
| 52 | 2012 | Ikumi Yoshimatsu[lower-alpha 1] (ຖືກຍຸດຕິການດຳລົງຕຳແໜ່ງ) | Viivi Suominen | Madusha Mayadunne | Melody Mir | Nicole Huber |
ຕຸລາ 21 | ໂອກິນາວາ, ຍີ່ປຸ່ນ | 69 |
| 53 | 2013 | Bea Santiago | Nathalie den Dekker | Casey Radley | Brigitta Otvos | Lorena Hermida |
ທັນວາ 17 | ໂຕກຽວ, ຍີ່ປຸ່ນ | 67 |
| 54 | 2014 | Valerie Hernandez | Zuleika Suárez | Punika Kulsoontornrut | Victoria Tooby | Milla Romppanen |
ພະຈິກ 11 | 73 | |
| 55 | 2015 | Edymar Martínez | Jennifer Valle | Eunice Onyango | Phạm Hồng Thúy Vân | Lindsay Becker |
ພະຈິກ 5 | 70 | |
| 56 | 2016 | Kylie Verzosa | Alexandra Britton | Felicia Hwang Yi Xin | Brianny Chamorro | Kaityrana Leinbach |
ຕຸລາ 27 | 69 | |
| 57 | 2017 | Kevin Lilliana | Chanelle De Lau | Diana Croce | Amber Dew | Natsuki Tsutsui |
ພະຈິກ 14 | ||
| 58 | 2018 | Mariem Velazco | Ahtisa Manalo | Reabetswe Sechoaro | Bianca Tirsin | Anabella Castro |
ພະຈິກ 9 | 77 | |
| 59 | 2019 | Sireethorn Leearamwat | Andrea Toscano | Evelyn Namatovu Karonde | Alejandra Vengoechea | Harriotte Lane |
ພະຈິກ 12 | 83 | |
| 2020 | ການປະກວດໃນປີ 2020 ແລະ 2021 ຖືກຍົກເລີກ ເນື່ອງຈາກການລະບາດຢ່າງຕໍ່ເນື່ອງຂອງ ການລະບາດໂຄວິດ-19 ເພື່ອຮັກສາສຸຂະພາບ ແລະ ຄວາມປອດໄພຂອງຜູ້ເຂົ້າປະກວດ. | ||||||||
| 2021 | |||||||||
| 60 | 2022 | Jasmin Selberg | Stephany Amado | Tatiana Calmell | Natalia López | Celinee Santos |
ທັນວາ 13 | ໂຕກຽວ, ຍີ່ປຸ່ນ | 66 |
| 61 | 2023 | Andrea Rubio | Sofía Osío | Camila Díaz | Nicole Borromeo | Vanessa Hayes |
ຕຸລາ 26 | 70 | |
| 62 | 2024 | Huỳnh Thị Thanh Thủy | Camila Roca | Alba Pérez | Sakra Guerrero | Sophie Kirana |
ພະຈິກ 12 | 71 | |
| 63 | 2025 | Catalina Duque | Yollanda Chimbarami | Paola Guzmán | Melliza Xaviera Yulian | Myrna Esguerra |
ພະຈິກ 27 | 80 | |
- ໝາຍເຫດ
ແກເລີຣີຜູ້ຊະນະ
[ດັດແກ້]- ມິສອິນເຕີເນຊັນແນລ 2025
ຄາຕາລິນາ ດູເກ,
ໂຄລອມເບຍ - ມິສອິນເຕີເນຊັນແນລ 2024
ຮວິ່ງ ທิ ແທນ ຖຸຍ,
ຫວຽດນາມ - ມິສອິນເຕີເນຊັນແນລ 2023
ອັນເດຣອາ ຣູບິໂອ,
ເວເນຊູເອລາ - ມິສອິນເຕີເນຊັນແນລ 2022
ຈັສມິນ ເຊລເບີຣ໌ກ,
ເຢຍລະມັນ - ມິສອິນເຕີເນຊັນແນລ 2019
ສິຣິທອນ ລີອະລ່າມວັດ,
ໄທ - ມິສອິນເຕີເນຊັນແນລ 2017
ເຄວິນ ລິລເລຍນາ,
ອິນໂດເນເຊຍ - ມິສອິນເຕີເນຊັນແນລ 2016
ໄຄລີ ເວີໂຊຊາ,
ຟີລິບປິນ - ມິສອິນເຕີເນຊັນແນລ 2015
ເອດີມາຣ໌ ມາຣ໌ຕິເນສ,
ເວເນຊູເອລາ - ມິສອິນເຕີເນຊັນແນລ 2014
ວາເລຣີ ເຮຣ໌ນານເດຊ,
ປວຍໂຕຣີໂກ - ມິສອິນເຕີເນຊັນແນລ 2013
ບີ ຊານຕິອາໂກ,
ຟີລິບປິນ - ມິສອິນເຕີເນຊັນແນລ 2012
ອິກຸມິ ໂຢຊິມັດສຶ,
ຍີ່ປຸ່ນ - ມິສອິນເຕີເນຊັນແນລ 2011
ເຟຣ໌ນານດາ ໂກຣ໌ເນໂຮ,
ເອກວາດໍ - ມິສອິນເຕີເນຊັນແນລ 2009
ອານາກາບຣີເອລາ ເອສປິໂນຊາ,
ເມັກຊິໂກ - ມິສອິນເຕີເນຊັນແນລ 2005
ລີຣາ ຄີກາມັນ,
ຟີລິບປິນ
ຜູ້ໄດ້ຮັບຕຳແໜ່ງລະດັບທະວີບ
[ດັດແກ້]ຕັ້ງແຕ່ປີ 2015 ການປະກວດ ມິສອິນເຕີເນຊັນແນລ ໄດ້ມີການມອບຕຳແໜ່ງຜູ້ໄດ້ຮັບຕຳແໜ່ງລະດັບທະວີບ ໂດຍການຄັດເລືອກຈາກຜູ້ເຂົ້າປະກວດດ້ວຍກັນເອງ. ແລະ ຕັ້ງແຕ່ປີ 2023 ໄດ້ມີການລວມກຸ່ມທະວີບໂອເຊອາເນຍເຂົ້າກັບກຸ່ມທະວີບເອເຊຍ ເປັນ ເອເຊຍ-ແປຊິຟິກ.
| ປີ | ມິສອິນເຕີເນຊັນແນລ ອາຟຣິກາ | ມິສອິນເຕີເນຊັນແນລ ອາເມຣິກາ | ມິສອິນເຕີເນຊັນແນລ ເອເຊຍ | ມິສອິນເຕີເນຊັນແນລ ໂອເຊອາເນຍ | ມິສອິນເຕີເນຊັນແນລ ຢູໂຣບ |
|---|---|---|---|---|---|
| ມິສອິນເຕີເນຊັນແນລ ເອເຊຍ-ແປຊິຟິກ | |||||
| 2015 | ຢູນິສ ອອນຢັງໂກ |
ລໍຣາ ມາຣ໌ເຊລາ ຣຸຍຊ໌ |
ພັກ ອາ-ຣຶມ |
ບຣິແອນນາ ອະຄອດສະຕາ |
ອິສາເບລ ວີເອຣາ |
| 2016 | ມາເຊເຣ ສະວາເຣ |
ອິວັນນາ ອາບາດ |
ເຄລລີ ເຊັນ |
ກີເນເວຍ ເດເວນພອດ |
ເມລິສຊາ ເຊໂຣບປຸມ |
| 2017 | ດານິເອລລາ ອາຄໍຟາ ອາວູມາ |
ຄາຣ໌ລາ ມັລໂດນາດໂອ |
ນໍາ ຊຶງ-ອູ |
ມິເຊລ ໄອເຊມອງເກີຣ໌ |
ແອຊລີ ພາວເວລລ໌ |
| 2018 | ເຣອາເບັດສະເວ ເຊໂຊອາໂຣ |
ໂຣຊີໂອ ມາການີ ເປເຣຊ |
ອີລີນ ເຟິງ |
ດິລີອານາ ທຸນແຄັບ |
ໂຊອີ ແອມເບີຣ໌ ນີໂວນດ໌ |
| 2019 | ນາໂອມີ ນູເຊຍ ເກລຍ |
ມາຣີອາ ໂຮເຊ ບາຣ໌ບິສ |
ສິລີທອນ ລີອາຣ່າມວັດ |
ຢູນິສ ຣາເຄລ ບາສໂຄ |
ເອລີເຊ ໂຮແອນເນ ເດ ຮອງ |
| 2022 | ສະເຕຟານີ ອາມາໂດ |
ຄໍຣ໌ຣິນ ສະເຕນລາຄິສ |
ຄິໂກະ ມັດສຶໂອະ |
ລີເດຍ ສະມິດ |
ແອນນາ ເມຣິແມ |
| 2023 | ເມີຣ໌ຊີ ເຈນ ອາດໍເກີຣ໌ ພັອບໂພ |
ເຄນຍັດຕາ ບີເຊີຣ໌ |
ເອມິລີ ຢາວ |
ອາລິຊາ ຄາວວີ | |
| 2024 | ອາຄິສຊານນາ ເວຢ໌ກາ |
ເຊລບີ ໄບຣ໌ນສ໌ ກາຣ໌ເຊຍ |
ເມອິ ອູເອດະ |
ຮັນນາ-ແຄທະລີນ ຮອກຊໍ | |
| 2025 | ໂຢລລັນດາ ຊິມບາຣາມີ |
ຟາຣ໌ຣາ ກຣານທ໌ |
ແຄທຣີນາ ວັນ |
ໂຊຟີ ວໍລເລຊ | |
ຕົວແທນປະເທດລາວ
[ດັດແກ້]- ປີ 2018-ປັດຈຸບັນ ສົ່ງຜູ້ຊະນະຈາກເວທີມິສອິນເຕີຣ໌ເນຊັນແນລລາວໄປປະກວດ
- ປີ 2017 ສົ່ງຮອງຈາກເວທີມິສແກຣນລາວໄປປະກວດ
| ປີ | ຜູ້ດຳລົງຕຳແໜ່ງ / ຕົວແທນ | ແຂວງ | ຜົນງານລະດັບຊາດ | ການປະກວດລະດັບນານາຊາດ | |
|---|---|---|---|---|---|
| ຕຳແໜ່ງໃນການປະກວດ | ລາງວັນພິເສດ | ||||
| 2024 | ສະສິກອນ ຊາຊິດ | ແຂວງຈຳປາສັກ | ມິສອິນເຕີຣ໌ເນຊັນແນລລາວ 2024 | ບໍ່ໄດ້ເຂົ້າຮອບ | |
| 2023 | ອາລິຍາ ອິນທະວົງ | ແຂວງວຽງຈັນ | ໄດ້ຮັບການແຕ່ງຕັ້ງ | ບໍ່ໄດ້ເຂົ້າຮອບ | |
| 2022 | ພວງທິບ ມາລີຈັນ ພຸດທະວົງ | ແຂວງຫລວງພະບາງ | ໄດ້ຮັບການແຕ່ງຕັ້ງ | ບໍ່ໄດ້ເຂົ້າຮອບ | |
| 2019 | ໄຜ່ທິດາ ໂພທິສານ | ແຂວງວຽງຈັນ | ຮອງອັນດັບ 1 - ມິສຢູນີເວີຣສລາວ 2019 | ບໍ່ໄດ້ເຂົ້າຮອບ | |
| 2018 | ປີຍະມາດ ພູນປະເສີດ | ແຂວງວຽງຈັນ | ມິສອິນເຕີຣ໌ເນຊັນແນລລາວ 2018 | ບໍ່ໄດ້ເຂົ້າຮອບ | |
| ມະນິກາ ສຸກວົງສາ | ແຂວງເຊກອງ | ຮອງອັນດັບ 1 - ມີສແກຣນລາວ 2018 | ບໍ່ໄດ້ເຂົ້າຮ່ວມການປະກວດ | ||
| 2017 | ພູນຊັບ ພົນໂຍທາ | ແຂວງວຽງຈັນ | ຮອງອັນດັບ 1 - ມີສແກຣນລາວ 2017 | ເຂົ້າຮອບ 8 ຄົນສຸດທ້າຍ | |
ເພີ່ມເຕີມ
[ດັດແກ້]ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).[dead link]
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).ແມ່ແບບ:Cbignore
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). ດຶງຂໍ້ມູນເມື່ອ 11 ເມສາ 2008.
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
ແຫຼ່ງຂໍ້ມູນອື່ນ
[ດັດແກ້]- Pages with script errors
- ບົດຄວາມທີ່ຂາດແຫຼ່ງອ້າງອີງສະເພາະພາກ
- All articles with dead external links
- Articles with dead external links from ກໍລະກົດ 2026
- Articles with invalid date parameter in template
- ບົດຄວາມທີ່ມີແມ່ແບບແຮດໂນ້ດທີ່ກຳນົດເປົ້າໝາຍໄປຍັງໜ້າທີ່ບໍ່ມີຢູ່
- ມິສອິນເຕີຣ໌ເນຊັນແນລ
- ແມ່ແບບການປະກວດນາງງາມ
- ການປະກວດນາງງາມ
- ໂກລໂບ້ວ ບິວຕີ້