ມິສຢູນີເວີຣ໌ສ 2022
| ມິສຢູນິເວີຣສ 2022 | |
|---|---|
| ວັນທີ | 14 ມັງກອນ 2023 |
| ຜູ້ດຳເນີນລາຍການ |
|
| ການສະແດງພິເສດ |
|
| ສະຖານທີ່ຈັດການປະກວດ | ນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ, ນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ |
| ຊ່ອງຖ່າຍທອດສົດ |
|
| ຜູ້ເຂົ້າປະກວດ | 84[1] |
| ການຈັດອັນດັບ | 16 |
| ເຂົ້າຮ່ວມຄັ້ງທຳອິດ | |
| ຖອນຕົວ | |
| ກັບມາເຂົ້າຮ່ວມ | |
| ຜູ້ຊະນະ | ອາຣ໌ ບອນນີ ເກບຣຽລ |
| ນາງງາມມິດຕະພາບ | |
ມິສຢູນິເວີຣສ 2022 ຫຼື ນາງງາມຈັກກະວານ 2022 (ອັງກິດ: Miss Universe 2022) ເປັນການຈັດປະກວດມິສຢູນິເວີຣສ ຄັ້ງທີ 71 ແລະ ເປັນການຈັດການປະກວດມິສຢູນິເວີຣສຄັ້ງທຳອິດຂອງບໍລິສັດ ເຈເຄເອັນ ໂກລບອລ ກຣຸ໊ບ ຈຳກັດ (ມະຫາຊົນ) ຈາກປະເທດໄທ ຫຼັງຈາກເຂົ້າຊື້ທຸລະກິດທັງໝົດຂອງອົງກອນມິສຢູນິເວີຣສ (MUO) ມາຈາກເອັນເດຟເວີຂອງສະຫະລັດອາເມຣິກາ[2][3] ກຳນົດຈັດຂຶ້ນໃນວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນໃນ ນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ ໃນ ນະຄອນນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ ໂດຍ ຫາຣນາສ ສັນດຸ ມິສຢູນິເວີຣສ 2021 ຈາກປະເທດອິນເດຍ ໄດ້ສົ່ງມົງກຸດໃຫ້ແກ່ ອາຣ໌ ບອນນີ ເກບຣຽລ ຈາກສະຫະລັດອາເມຣິກາ ເປັນມິສຢູນິເວີຣສຄົນທີ 71 ຂອງໂລກ ແລະ ເປັນນາງງາມຄົນທີ 9 ຈາກສະຫະລັດອາເມຣິກາທີ່ໄດ້ຮັບຕຳແໜ່ງນີ້
ເຈົ້າພາບ
[ດັດແກ້]
ໃນເດືອນກັນຍາ ປີ 2022 ໜັງສືພິມ El Vocero ຂອງປວຍໂຕຣີໂກລາຍງານວ່າອົງກອນມິສຢູນິເວີຣສ (MUO; ໃນຂະນະນັ້ນເອນເດຟເວີຂອງສະຫະລັດອາເມຣິກາຍັງເປັນເຈົ້າຂອງ) ໄດ້ສົ່ງອີເມລສົ່ງຜູ້ອຳນວຍການລະດັບປະເທດ ໂດຍລະບຸວ່າ ມິສຢູນິເວີຣສ 2022 ຈະຈັດຂຶ້ນໃນຊ່ວງໄຕມາດທໍາອິດຂອງປີ 2023 ເນື່ອງຈາກມີການແຂ່ງຂັນບານໂລກ 2022 ໃນເດືອນພະຈິກ ແລະ ເດືອນທັນວາ ເພື່ອບໍ່ໃຫ້ເກີດການຕຳກັນຂອງກິດຈະກຳ ແລະ ຖ່າຍທອດສົດ[4][5] El Vocero ຍັງຄາດການນຳວ່າ ລອນແອນເຈິລີສ, ໄມແອມີ, ນິວອໍລີນ ສະຫະລັດອາເມຣິກາ ແລະ ເມືອງຍາຈາງ ແຂວງແຄງຮ່ວາ ປະເທດຫວຽດນາມ ເປັນໜຶ່ງໃນເມືອງທີ່ຈະເປັນເຈົ້າພາບຈັດການປະກວດ[6][7][8] ຕໍ່ມາບໍ່ດົນ ພອລລາ ຊູກຣາດ ປະທານ MUO ໃຫ້ສຳພາດກັບ ABS-CBN News and Current Affairs ວ່າການປະກວດຈະຈັດຂຶ້ນໃນເດືອນມັງກອນ 2023 ໂດຍຢືນຢັນວ່າສາເຫດຂອງການເລື່ອນຄືເພື່ອຫຼີກລ້ຽງບານໂລກ 2022 ຕໍ່ມາເມື່ອວັນທີ 19 ກັນຍາ MUO ປະກາດວ່າການປະກວດຈະຈັດຂຶ້ນໃນວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນໃນນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ ໃນນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ[9]
ທັງນີ້ ຄັ້ງນີ້ຈະເປັນຄັ້ງທີ 4 ໃນປະຫວັດສາດຂອງການປະກວດທີ່ຈັດຫຼັງຈາກສິ້ນສຸດປິປະຕິທິນ ຕັ້ງແຕ່ມິສຢູນິເວີຣສ 2014, ມິສຢູນິເວີຣສ 2016 ແລະ ມິສຢູນິເວີຣສ 2020 ເຊິ່ງຈັດການປະກວດຂຶ້ນໃນປີຖັດຈາກນັ້ນ
ຜົນການປະກວດ
[ດັດແກ້]
| ຜົນການປະກວດ | ຜູ້ເຂົ້າປະກວດ |
|---|---|
| ມິສຢູນິເວີຣສ 2022 | |
| ຮອງອັນດັບ 1 |
|
| ຮອງອັນດັບ 2 |
|
| 3 ຄົນສຸດທ້າຍ |
|
| 5 ຄົນສຸດທ້າຍ |
|
| 16 ຄົນສຸດທ້າຍ |
|
- § – ຜ່ານເຂົ້າຮອບ 16 ຄົນສຸດທ້າຍຈາກການໂຫວດອອນລາຍ
ລຳດັບການປະກວດຊື່
[ດັດແກ້]
|
|
|
ລາງວັນພິເສດ
[ດັດແກ້]| ລາງວັນ | ຜູ້ເຂົ້າປະກວດ |
|---|---|
| Impact Wayv Award ຜູ້ສ້າງອິນແພັກໃຫ້ກັບສັງຄົມ |
|
| ນາງງາມມິດຕະພາບ |
ກຳມະການ
[ດັດແກ້]ເມື່ອວັນທີ 10 ມັງກອນ ປີ 2023 ອົງກອນໄດ້ປະກາດຄະນະກຳມະການຄັດເລືອກ:[10]
- ຈິເບນາ ນາບາເຣເຕ – ນັກສະແດງ ນາງແບບ ພິທີກອນ ລາຍການໂທລະພາບຊາວເມັກຊິໂກ ແລະ ມິສຢູນີເວີຣສ 2010
- ບິກ ຟຣີເດຍ – ແຣັບເປີ ແລະ ນັກສະແດງຊາວອາເມລິກາ
- ມາຣາ ມາຕິນ – ນາງແບບ ແລະ ຜູ້ຮ່ວມກໍ່ຕັ້ງ ໄວຣັລ ມີເດຍ ພີອາຣ໌
- ເວນດີ ຟີດຊ໌ວິລລຽມ – ນັກສະແດງຍິງ ນາງແບບ ທະນາຍຄວາມຊາວຕຣີນີດັດ ແລະມິສຢູນີເວີຣສ 1998
- ເອມິລີ ອອສຕິນ – ນັກສະແດງຍິງ ນັກຂ່າວກິລາ ນາງແບບຊາວອາເມລິກາ ແລະ ຜູ້ມີອິດທິພົນໂຊຊຽວມີເດຍ
- ໂອລິເວຍ ຄິໂດ – ຊີອີໂອ ແລະ ຜູ້ກໍ່ຕັ້ງ ໂອສກິນ ເມດ ສະປາ
- ເມຍກາ ເດລລາໂນສ – ພິທີກອນລາຍການໂທລະພາບ ແລະ ວິທະຍຸ ນັກຂ່າວ ນັກຂຽນ ແລະ ນັກສັງຄົມສົງເຄາະຊາບອາເມລິກາ
- ສະເວຕາ ພາເທລ – ນັກຂຽນ ສະມາຊິກສະພາຟອບສ໌ ແລະ ຜູ້ກໍ່ຕັ້ງ ຮີລເວດາ
- ໂອລິເວຍ ຈໍແດນ – ນັກສະແດງ ນາງແບບ ພິທີກອນລາຍການໂທລະພາບຊາວອາເມລິກາ ແລະ ມິສຢູເອສເອ 2015 (ກຳມະການສະເພາະຮອບພຣີລີມມິເນຣີ)
- ແຄທລີນ ເວເທຣລລາ – ປະທານເຈົ້າໜ້າທີ່ຝ່າຍການຕະຫຼາດຂອງອິມແພັດທ໌ ເວຍ໌ ວີ(ກຳມະການສະເພາະຮອບພຣີລີມມິເນຣີ)
ຜູ້ເຂົ້າປະກວດ
[ດັດແກ້]ໝາຍເຫດ
[ດັດແກ້]
ການເຂົ້າຮ່ວມປະກວດລະດັບນານາຊາດໃນເວທີອື່ນ
[ດັດແກ້]ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).