Jump to content

ມາໂຄໂຕະ ຊິນໄຄ

ຈາກ ວິກິພີເດຍ
ມາໂຄໂຕະ ຊິນໄຄ
ມາໂຄໂຕະ ຊິນໄຄ ໃນເທດສະການຮູບເງົານານາຊາດເບີລິນ ເມື່ອປີ ຄ.ສ. 2023
ເກີດມາໂຄໂຕະ ນີຕສຶ
(1973-02-09) 9 ກຸມພາ ຄ.ສ. 1973 (52 ປີ)
ຈັງຫວັດນາກາໂນະ, ຍີ່ປຸ່ນ
ສັນຊາດຍີ່ປຸ່ນ
ການສຶກສາມະຫາວິທະຍາໄລຊູໂອ
ອາຊີບແອນິເມເຕີ, ຜູ້ສ້າງຮູບເງົາ, ນັກວາດພາບກາຕູນ
ເປັນທີ່ຮູ້ຈັກຈາກ5 Centimeters Per Second: a chain of short stories
Children Who Chase Lost Voices
The Garden of Words
ຫຼັບຕາຝັນ ເຖິງຊື່ເຈົ້າ
ລະດູຝັນ ຂ້ອຍມີນາງ
ຄູ່ສົມລົດຈິເອໂກະ ມິຊາກະ
ລາຍມືຊື່
ເວັບໄຊ
shinkaimakoto.jp

ມາໂຄໂຕະ ນີຕສຶ (ຍີ່ປຸ່ນ: 新津 誠; ໂຣມາຈິ: Niitsu Makoto) ຫຼືຮູ້ຈັກກັນໃນຊື່ ມາໂຄໂຕະ ຊິນໄຄ (ຍີ່ປຸ່ນ: 新海 誠; ໂຣມາຈິ: Shinkai Makoto) ເກີດເມື່ອວັນທີ 9ກຸມພາ ປີ ຄ.ສ 1973 ເປັນແອນິເມເຕີ, ຜູ້ສ້າງຮູບເງົາແລະນັກວາດພາບກາຕູນຊາວຍີ່ປຸ່ນ ມິຜົນງານການກຳກັບຮູບເງົາເລື່ອງ ຫຼັບຕາຝັນ ເຖິງຊື່ເຈົ້າ ເຊິ່ງເປັນໜຶ່ງໃນຮູບເງົາທີ່ສ້າງລາຍຮັບສູງສຸດ[1] ແລະ ລະດູຝັນ ຂ້ອຍມີນາງ ເມື່ອປີ ຄ.ສ 2019 ນອກຈາກນີ້ຍັງມີຜົນງານອື່ນໆ ເຊັ່ນ The Garden of Words, Children Who Chase Lost Voices ແລະ 5 Centimeters Per Second: a chain of short stories about their distance ລາວມີຊື່ໃນວາລະສານ ວາໄຣຕີ ວ່າເປັນໜຶ່ງໃນສິບແອນິເມເຕີທີ່ໜ້າຈັບຕາເບິ່ງໃນປີ ຄ.ສ 2016[2]

ປະຫວັດ

[ດັດແກ້]

ລາວເກີດທີ່ເມືອງໂຄອຸມິ ເມືອງມິນາມິຊາກຸ ຈັງຫວັດນາກາໂນະ ແລະເຂົ້າສຶກສາວັນນະກຳຍີ່ປຸ່ນທີ່ມະຫາວິທະຍາໄລຊູໂອ ບ່ອນທີ່ລາວສະມາຊິກວັນນະກຳຊາວໜຸ່ມ ໃນສະໄໝທີ່ລາວຮຽນໃນຊັ້ນມັດທະຍົມປາຍ ລາວຫຼົງໄຫຼໃນມັງງະ ອະນິເມະແລະນິຍາຍ - ໄລທ໌ໂນເວລ ເຊິ່ງໃນນັ້ນເຮັດໃຫ້ລາວໄດ້ແຮງບັນດານໃຈແກ່ລາວ ໂດຍສະເພາະຮູບເງົາກາຕູນທີ່ລາວມັກທີ່່ສຸດໃນໄວນັ້ນ ຄື Laputa: Castle in the Sky ຂອງຮາຢາໂອະ ມິຢາຊາກິ

ຊີວະປະຫວັດສ່ວນຕົວ

[ດັດແກ້]

ມາໂຄໂຕະ ຊິນໄຄ ຖືກເອີ້ນວ່າ"ມິຢາຊາກິຄົນໃໝ່" ໃນຫຼາຍສຳນັກ[3][4] ລວມທັງ Anime Advocates ແລະ ActiveAnime - ມາໂຄໂຕະໄດ້ກ່າວໄວ້ວ່າ "ຂ້ອຍຄິດວ່າແບບນີ້ເປັນການປຽບທຽບສູງເກີນໄປ"[5]

ລາວແຕ່ງງານກັບອະດີດນັກສະແດງແລະຜູ້ກຳກັບຈິເອໂກະ ມິຊາກະ ເຊິ່ງເປັນດາລາຮູບເງົາ Versus ໂດຍ ຣິວເຮອິ ຄິຕາມຸຣະ ລາວມີລູກສາວ ແລະລູກຊາຍທີ່ເຄີຍສະແດງເປັນຊິເສະ ນິອິສຶ (ເກີດປີ ຄ.ສ. 2010)[6][7]

ນອກຈາກນີ້ຍັງມີດາວເຄາະນ້ອຍທີ່ຕັ້ງຊື່ຂອງລາວນັ້ນຄື "55222 Makotoshinkai"ອີກດ້ວຍ

ຜົນງານ

[ດັດແກ້]

ຮູບເງົາ

[ດັດແກ້]
ຊື່ເລື່ອງ ປີ ຕຳແໜ່ງ ບົດບາດ ເພີ່ມເຕີມ
ຜູ້ກຳກັບຮູບເງົາ ຜູ້ຂຽນບົດ ຜູ້ອຳນວຍການສ້າງຮູບເງົາ ອື່ນໆ ນັກສະແດງ
ຄາໂກມາເຣຕະ ເຊໄກ(囲まれた世界 Kakomareta Sekai) ຄ.ສ.

1998

ແມ່ນ ແອນິເມເຕີ ຮູບເງົາສັ້ນ
ໂທອິ ເຊໄກ (遠い世界 Tōi Sekai) ຄ.ສ.

1998

ແມ່ນ ແອນິເມເຕີ ຮູບເງົາສັ້ນ
ຄະໂນໂຈະ ໂຕະ ຄະໂນໂຈະ ເນະໂກະ (彼女と彼女の猫 Kanojo to Kanojo no Neko) ຄ.ສ.

1999

ແມ່ນ ແມ່ນ ແອນິເມເຕີ ແມ່ນ ແມວ(ແມວພາກສຽງ) ຮູບເງົາສັ້ນ
ໂຮຊິ ໂນະ ໂຄະເອະ (ほしのこえ Hoshi no Koe) ຄ.ສ.

2002

ແມ່ນ ແມ່ນ ແມ່ນ ແອນິເມເຕີ ແມ່ນ ໂນໂບຣຸ ເທຣາໂອະ(ພາກສຽງ) ຮູບເງົາສັ້ນ
ມິນນະ ໂນະ ອຸຕະ "ເອງາໂອະ" (みんなのうた「笑顔」 Minna no Uta "egao") ຄ.ສ.

2003

ແມ່ນ ຮູບເງົາສັ້ນ
ຄຸໂມະ ໂນະ ມູໂກ ຢາຄຸຫນຄຸ ໂນະ ບະໂສະ (雲のむこう、約束の場所 Kumo no Mukō, Yakusoku no Basho) ຄ.ສ.

2004

ແມ່ນ ແມ່ນ ແມ່ນ
  • ວາງໂຄງເລື່ອງ
  • ອອກແບບພາບພື້ນຫຼັງ
  • ຝ່າຍອອກແບບ
  • ອອກແບບເພງປະກອບ
ບິໂຢໂຊຄຸ ໂກ ເຊນຈິເມໂທຣຸ (秒速5センチメートル Byōsoku Go-Senchimētoru) ຄ.ສ.

2007

ແມ່ນ ແມ່ນ ແມ່ນ *ວາງໂຄງເລື່ອງ
  • ກຳກັບງານພາບ
  • ອອກແບບການລົງສີ
Children Who Chase Lost Voices (星を追う子ども Hoshi o Ou Kodomo) ຄ.ສ.

2011

ແມ່ນ ແມ່ນ ແມ່ນ
  • ຖ່າຍຮູບເງົາ
  • ຕັດຕໍ່
ດາເຣກະ ໂນະ ມານາຊາຊິ (だれかのまなざし Dareka no Manazashi) ຄ.ສ.

2013

ແມ່ນ ແມ່ນ ຮູບເງົາສັ້ນ
The Garden of Words (言の葉の庭 Kotonoha no Niwa) ຄ.ສ.

2013

ແມ່ນ ແມ່ນ
  • ຊ່າງພາບ
  • ອອກແບບການລົງສີ
  • ຕັດຕໍ່
ຫຼັບຕາຝັນ ເຖິງຊື່ເຈົ້າ (君の名は。 Kimi no Na wa) ຄ.ສ.

2016

ແມ່ນ ແມ່ນ
  • ຖ່າຍຮູບເງົາ
  • ອອກແບບການລົງສີ
  • ຕັດຕໍ່
ລະດູຝັນ ຂ້ອຍມີນາງ (天気の子 Tenki no Ko) ຄ.ສ.

2019

ແມ່ນ ແມ່ນ
  • ຖ່າຍຮູບເງົາ
  • ອອກແບບການລົງສີ
  • ຕັດຕໍ່
Suzume - ປະຕູເຫງົາ ເຈົ້າກັບຂ້ອຍ (すずめの戸締まり Suzume no Tojimari) ຄ.ສ.

2022

ແມ່ນ ແມ່ນ

ອ້າງອີງ

[ດັດແກ້]
  1. Shepherd, Jack (2017-01-17). "'Your Name' beats 'Spirited Away' to become highest-grossing anime ever". The Independent. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2017-12-10. ຄົ້ນຫາເມື່ອ 2017-05-10.
  2. "Makoto Shinkai – 'Distant Star' creator now in view". Variety. 2016-05-05. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2016-05-13. ຄົ້ນຫາເມື່ອ 2016-05-10.
  3. "Makoto Shinkai: could the anime director be cinema's 'new Miyazaki'?". the Guardian (ພາສາອັງກິດ). 2016-11-09.
  4. Rich, Motoko (2016-12-04). "The Anime Master of Missed Connections Makes Strong Contact in Japan". The New York Times (ພາສາອັງກິດ (ອາເມລິກັນ)). ISSN 0362-4331. ຄົ້ນຫາເມື່ອ 2022-07-15.
  5. "Makoto Shinkai - 'The Place Promised in Our Early Days' Director". Active Anime. 27 กันยายน 2548 สืบค้นเมื่อ 19 ธันวาคม 2554
  6. "「君の名は。」新海誠監督の妻は女優・三坂知絵子だった|日刊ゲンダイDIGITAL". 日刊ゲンダイDIGITAL.
  7. "Anime Director Makoto Shinkai's Daughter Chise Niitsu Gets 1st Starring Film Role". Anime News Network (ພາສາອັງກິດ).