ມະຫາວິຫານແຊັງໂປນ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ມະຫາວິຫານເຊັ້ນພອນ)
ບົດຄວາມນີ້ອາດຕ້ອງການພິສູດອັກສອນ ໃນດ້ານໄວຍາກອນ ຮູບແບບຂີດຂຽນ ການຮິບໂຮມ ການລຽນ ຄຸນະພາບ ຫຼືການສະກົດ. ທ່ານສາມາດຊ່ອຍພັດທະນາບົດຄວາມໄດ້.
ມະຫາວິຫານເຊັ້ນພອນ ເບິ່ງຈາກສະພານມິນເລນນຽມ
“ມະຫາວິຫານເຊັ້ນພອນ” ກ່ອນປີ 1561 ທີ່ຍັງມີມົນດົບ
ອີກພາບໜຶ່ງຂອງຕົວມະຫາວິຫານ

ມະຫາວິຫານເຊັ້ນພອນ (ອັງກິດ: St Paul's Cathedral)  ຫຼື ມະຫາວິຫານແຊັງໂປນ (ຝະລັ່ງ: Cathédrale de Saint-Paul) ແມ່ນມະຫາວິຫານນິກາຍອັງກິກັງ ຕັ້ງຢູ່ລອນດອນ ປະເທດອັງກິດ ມະຫາວິຫານທີ່ເຫັນໃນປັດຈຸບັນສ້າງເມື່ອຄິດຕະສະຕະວັດທີ 17 ແລະເຊື່ອກັນວ່າເປັນມະຫາວິຫານທີ 5 ຕັ້ງແຕ່ການສ້າງສາມະຫາວິຫານກັນມາ.

ມະຫາວິຫານເກົ່າ[ແກ້ໄຂ]

ສະໄໝກ່ອນນອກມັງ[ແກ້ໄຂ]

(ໝາຍເຫດ: ສະໄໝກ່ອນນອກມັງ ແມ່ນສະໄໝກ່ອນທີ່ປະເທດອັງກິດຖຶກຮຸກຮານໂດຍວິນລຽມດະຍຸກແຫ່ງນອກມັງດີເມື່ອປີ 1066 - ແມ່ນກ່ອນປີ 1066.)

ສະໄໝໂລມັງຕອນປາຍ ລອນດອນມີຖານະເປັນສັງຄະມົນທົນ ແຕ່ມະຫາວິຫານແຊກຊອນທີ່ສ້າງເປັນວັດໄມ້ ເຊິ່ງອາດສ້າງໂດຍເມນລິທຸດ (Mellitus) ຫຼື ນັກບຸນອໍກັດຕິນແຫ່ງແຄນເຕີບຣີ ຢູ່ໂນນພູລັດເກດ (Ludgate Hill) ຂອງສັງຄະມົນທົນທີ່ກໍ່ຕັ້ງໃໝ່ໃນປີ 604 ເຊິ່ງຢູ່ທາງຕະເວັນຕົກຂອງລອນດອນ ແລະທາງຕາເວັນຕົກຂອງລັນເດນວິກ (Lundenwic) ການສ້າງມະຫາວິຫານພາຍໃນກຳແພງເມືອງໂລມັງເປັນປະເພນີທີ່ນັກສອນສາສະໜາເຮັດມາຕັ້ງແຕ່ແຜ່ນດິນໃຫຍ່ເອີລົບ.

ບ່ອນຕັ້ງຂອງມະຫາວິຫານ ປັດຈຸບັນກ່າວກັນວ່າເຄີຍເປັນບ່ອນຕັ້ງຂອງວັດຫິນບຸຮານ (stone circle) ແລະເປັນວັດທີ່ອຸທິດໃຫ້ເທພີໄດແອນນ້າ ເຊິ່ງກົງກັບວັດອະພອນໂລທີ່ປັດຈຸບັນເປັນບ່ອນຕັ້ງຂອງ ເວັດມິນສະເຕີແອບບີ ແຕ່ ເຊີຄິດໂຕເຟີ ເຣັນ (Christopher Wren) ຜູ້ເປັນສະຖາປະນິກບໍ່ພົບສິ່ງໃດເປັນຫຼັກຖານຢ່າງທີ່ກ່າວ[໑] ແຕ່ອາດຈະເປັນໄປໄດ້ວ່າວັດເດີມແມ່ນພຽງຊາເປນນ້ອຍ ໆ ແລະອາດຖືກທຳລາຍຫຼັງຈາກເມນລິທຸດຖືກໄລ່ອອກຈາກເມືອງໄປຊົ່ວຄາວໂດຍພວກນອກສາສະໜາທີ່ສືບເຊື້ອສາຍມາຈາກແຊເບີດ (Saeberht) ແລະ ວັດຖືກເຜົາໃນປີ 675. ວັດທີ່ສ້າງແທນເປັນວັດທີ່ສ້າງດ້ວຍຫິນ (ປີ 685) ພາຍໃນວັດເປັນບ່ອນຝັງພະເຈົ້າ/ນັກບຸນເຊບບີແຫ່ງເອັດເຊັກ. ຕໍ່ມາວັດນີ້ຖືກປຸ້ນທຳລາຍໂດຍໄວກິ້ງເມື່ອປີ 961 ຕາມທີ່ກ່າວໃນ “ຈົດໝາຍເຫດແອງໂກລ-ແຊັກຊອນ” (Anglo-Saxon chronicle).

ມະຫາວິຫານທີສາມ ແມ່ນສ້າງດ້ວຍຫີນເມື່ອປີ 962 ແລະ ໃຊ້ເປັນບ່ອນຝັງພະສົບຂອງ ພະເຈົ້າເອເທເຣັດທີ 2 (Ethelred the Unready) ແຕ່ຕໍ່ມາຖືກເຜົາໃນປີ 1087 ຕາມທີ່ກ່າວໄວ້ໃນ “ຈົດໝາຍເຫດແອງໂກລ-ແຊັກຊອນ”.

ມະຫາວິຫານເຊັ້ນພອນເກົ່າ[ແກ້ໄຂ]

ມະຫາວິຫານເຊັ້ນພອນທີ 4 ເອີ້ນວ່າ “ມະຫາວິຫານເຊົ້ນພອນເກົ່າ” ຫຼື “ມະຫາວິຫານເຊັ້ນພອນກ່ອນໄຟໄໝ້” (ກ່ອນໄຟໄໝ້ຄັ້ງໃຫຍ່ໃນລອນດອນໃນປີ 1666) ສ້າງໂດຍຊາວນອກມັງ ຫຼັງຈາກໄຟໄໝ້ເມື່ອປີ 1087 ໄລຍະເວລາທີ່ໃຊ້ໃນການກໍ່ສ້າງລວມ 200 ປີ ຈຶ່ງແລ້ວ ແຕ່ກໍ່ມາເສຍຫາຍຈາກໄຟໄໝ້ໄປມາກເມື່ອປີ 1136 ຫຼັງຄາທີ່ສ້າງຕາງກໍຍັງເປັນໄມ້ທີ່ສາມາດຕິດໄຟໄດ້ຢ່າງດີ. ເມື່ອປີ 1240 ວັດໄດ້ຮັບການສະຖາປະນາຢ່າງເປັນທາງການ.

ແຕ່ຫຼັງຈາກການສະຖາປະນາໄດ້ພຽງ 16 ປີ ວັດກໍ່ມີໂຄງການຂະຫຍາຍເພີ່ມອີກເມື່ອປີ 1256 “ວຽກໃໝ່” ຄັ້ງນີ້ແລ້ວເມື່ອປີ 1314 ແຕ່ວັດໄດ້ຮັບການສະຖາປະນາອີກເທື່ອເມື່ອປີ 1300 -- 14 ປີກ່ອນການຂະຫຍາຍເພີ່ມຕື່ມຈະແລ້ວ. ມະຫາວິຫານເຊົ້ນພອນໃນຂະນະນັ້ນແມ່ນມະຫາວິຫານທີ່ເລີກເປັນທີສາມຊອງເອີລົບ ເມື່ອມີການຂຸດຄົ້ນທາງບູຮານຄະດີ ກໍພົບວ່າໂຕມະຫາວິຫານເຊັ້ນພອນເກົ່າເລິກ 585 ຟຸດ ກວ້າງ 100 ຟຸດ ຈາກແຂນກາງເຂນເໜືອເຖິງໃຕ້ກວ້າງ 290 ຟຸດ ແລະມີມົນທົບທີ່ສູງທີ່ສຸດໃນເອີລົບ ສູງປະມານ 489 ຟຸດ.

ພໍມາຮອດຊຸມປີ 1600 ມະຫາວິຫານຕົກຢູ່ໃນສະພາບເສື່ອມໂຊມຫຼາຍ ໃນສະໄໝສມເດັດພະເຈົ້າເຮນລີທີ 8 ແລະ ພະເຈົ້າເອັດເວີດທີ 6 ວັດກໍໄດ້ຮັບຄວາມເສຍຫາຍຢ່າງໜັກຈາກຜົນຂອງພະລາຊະກິຊະດີກາຍຸບອາຮາມ ແລະ ພະລາຊະກິຊະດີກາເວນຄືນຊັບຂອງອາຮາມເປັນຂອງຫຼວງ (Chantries Act) ໂດຍມີການທຳລາຍເຄື່ອງຕົກແຕ່ງພາຍໃນຂອງວັດ ລະບຽງຄົດ ຫ້ອງໃຕ້ດິນພາຍໃນວັດ ຄູຫາສວດມົນ ແລະ ບໍລິເວນທີ່ເຮັດພິທີ ລວມທັງສິ່ງກໍ່ສ້າງອື່ນ ໆ ຂອງວັດ ອະສັງຫາລິມະຊັບບາງສ່ວນຂອງມະຫາວິຫານທີ່ບໍ່ຖືກທຳລາຍ ກໍຖືກຍຶດເປັນຂອງຫຼວງ ຫຼືບໍ່ກໍຖືກຂາຍ ຫຼືຖືກບັງຄັບໃຫ້ເຊົ່າ ໂດຍສະເພາະໃຫ້ກັບໂຮງພິມແລະຮ້ານປຶ້ມຜູ້ເປັນນິກາຍປະໂລເຕສະຕັງ. ວັດສະດຸຈາກສິ່ງກໍ່ສ້າງທີ່ຖືກທຳລາຍກໍກາຍເປັນວັດສະດຸກໍ່ສ້າງສຳລັບສິ່ງກໍ່ສ້າງໃໝ່ ເຊັ່ນ ວັງຊອມເມີເຊ້ດ (Somerset House) ຂອງ ລອຣ໌ດຜູ້ພິທັກໂອລິເວອຣ໌ ຄຣອມເວລລ໌ (Lord Protector Oliver Cromwell).

ທາງຕະເວົນອອກສຽງເໜືອຂອງມະຫາວິຫານເອີ້ນວ່າ “St Paul's Cross” ກາຍມາເປັນບ່ອນເທສະໜາກາງແຈ້ງ ເມື່ອປີ 1561 ມົນດົບຂອງມະຫາວິຫານກໍຖືກຟ້າຜ່າແລະບໍ່ມີການສ້າງຕາງ. ເຫດການຄັ້ງນີ້ ເຮັດໃຫ້ຜູ້ນັບຖື ນິກາຍໂລມັງກາໂຕລິກ ແລະ ປະໂລເຕສະຕັງ ຖືກັນວ່າເປັນສັນຍານຈາກພະເຈົ້າທີ່ສະແດງຄວາມບໍ່ພໍໃຈໃນຄວາມແຕກແຍກຂອງນິກາຍທັງສອງ.

ມາຮອດປີ 1630 ອິນິໂກ ໂຈນສ໌ (Inigo Jones) ສະຖາປະນິກແບບກະລາສິກກໍສ້າງສາດ້ານໃໝ່. ແຕ່ມາຖືກທຳລາຍເສຍຫາຍໄປຫຼາຍລະຫວ່າງສົງຄາມກາງເມືອງອັງກິດ ພ້ອມເອກະສານຂອງວັດອີກນຳ [໒]. “ມະຫາວິຫານເຊັ້ນພອນເກົ່າ” ມາຖືກທຳລາຍໝົດລະຫວ່າງໄຟໄໝ້ຄັ້ງໃຫຍ່ໃນລອນດອນໃນປີ 1666 ເຖິງແມ່ນຈະເປັນໄປໄດ້ທີ່ຈະສ້ອມແປງຈາກສິ່ງທີ່ຫຼົງເຫຼືອຈາກໄຟໄໝ້ ແຕ່ກໍມີການຕັດສິນໃຈໃຫ້ກໍ່ສ້າງວັດໃໝ່ທັງໝົດເປັນຕາມສະຖາປັດຕະຍະກຳຮ່ວມສະໄໝຂອງສະໄໝນັ້ນ ເຊິ່ງໃນປັດຈຸບັນເອີ້ນວ່າ ສະຖາປັດຕະຍະກຳແບບບາໂລກ. ອັນທີ່ຈິງແລ້ວ ຄວາມຄຶດທີ່ຈະສ້າງມະຫາວິຫານໃໝ່ກໍມີມາຕັ້ງແຕ່ກ່ອນທີ່ໄຟຈະໄໝ້ແລ້ວ.

“ມະຫາວິຫານເຊັ້ນພອນເຣັນ”[ແກ້ໄຂ]

ການອອກແບບແລະການກໍ່ສ້າງ[ແກ້ໄຂ]

ກະລິສະໂຕເຟີ ເຣັນ (Christopher Wren) ເປັນສະຖາປະນິກທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ອອກແບບມະຫາວິຫານເຊັ້ນປອນໃໝ່ ພ້ອມກັບວັດອື່ນໃນລອນດອນອີກປະມານ 50 ແຫ່ງໃນຂະນະດຽວກັນເມື່ອປີ 1668 ແບບແລກທີ່ເຣັນອອກແບບເປັນການສ້າງມະຫາວິຫານໃໝ່ເທິງຖານເດີມ ແຕ່ແຜນນີ້ບໍ່ໄດ້ຮັບອະນຸຍາດໃນປີ 1669 ຜັງທີສອງແມ່ນຮູບກາກະບາດ (Greek cross) ອອກແບບໃນຊ່ວງປີ 1670-1672 ແຕ່ບໍ່ໄດ້ຮັບອະນຸຍາດອີກ ຍ້ອນຮູບທັນສະໄໝເກີນໄປ ເຊັ່ນດຽວກັບຜັງທີ່ເອົາມາດັດແກ້ທີ່ສ້າງຮູບຫຍໍ້ສ່ວນ 1:24 “Great Model” ທີ່ຕັ້ງສະແດງຢູ່ໃນຫ້ອງໃຕ້ດິນຂອງມະຫາວິຫານໃນປັດຈຸບັນ [໓] ຜັງທີ່ໃນທີ່ສຸດກໍໄດ້ຮັບການຍອມຮັບເປັນຜັງທີ່ອອກແບບເມື່ອປີ 1675 ແບບທີ່ຍອມຮັບປະກອບດ້ວຍໂດມນ້ອຍມີຍອດແຫຼມທາງເທິງ ແຕ່ສົມເດັດພະເຈົ້າຊານທີ 2 ແຫ່ງອັງກິດ ຊົງອະນຸຍາດໃຫ້ເຣັນແກ້ໄຂສິ່ງຕົກແຕ່ງຂອງຜັງທີ່ “ຍອມຮັບ” ໄດ້ ເຣັນຈຶ່ງດັດແກ້ປ່ຽນແປງຈາກເດີມຫຼວງຫຼາຍ ລວມທັງຂະຫຍາຍຂະໜາດໃຫ້ໂດມໃຫຍ່ຂຶ້ນ ແລະເພີ່ມຫໍສອງຫໍທາງດ້ານຕະເວັນຕົກ ໂຕອາຄານເລີ່ມກໍ່ສ້າງເມື່ອເດືອນມິຖຸນາ ໂດຍມີທໍມັດ ສະຕະລອງ ຜູ້ເປັນຫົວໜ້ານາຍຊ່າງຫີນຂອງເຣັນ ເປັນຜູ້ວາງສິລາເລິກ ເມື່ອປີ 1677[໔].

ອ້າງອີງ[ແກ້ໄຂ]

  1. ຄູເກີ (Kruger) , ປີ 1943
  2. Kelly 2004 (ເຄນລີ ປີ 2004)
  3. pages 12 to 26, Sir Christopher Wren: The Design of St Paul's Cathedral, Kerry Downes Trefoil Press 1988 (ການອອກແບບມະຫາວິຫານເຊັ້ນພອນ ໂດຍ ເຄີຣີ ດາວນສ)
  4. The Worshipful Company of Masons: Company History

ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]

Commons:Category
Commons ມີພາບກ່ຽວກັບ:
ມະຫາວິຫານເຊັ້ນພອນ