Jump to content

ມະຫາວິທະຍາໄລວິທະຍາສາດສຸຂະພາບ

ຈາກ ວິກິພີເດຍ


ມະຫາວິທະຍາໄລວິທະຍາສາດສຸຂະພາບ
University of Health Sciences

ວັນສ້າງຕັ້ງ:{{{established}}}
ປະເພດ:ມະຫາວິທະຍາໄລລັດ
ອະທິການບໍດີ:ທ່ານ ສຈ.ປອ.ດຣ. ມາຍຟອງ ມາຍຊາຍ
ຄະນະວິຊາ:6
ພະນັກງານ:491
ນັກສຶກສາ:3383
ສະຖານທີ່:ນະຄອນຫຼວງວຽງຈັນ, ປະເທດລາວ
ວິທະຍາເຂດ:4
ຊື່ເຫລັ້ນ:ມ.ວ.ສ. ຫຼື UHS
ເວັບໄຊຕ໌:uhs.edu.la

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ອັງກິດ: University of Health Sciences; ອັກສອນຫຍໍ້ ມ.ວ.ສ. ຫຼື UHS) ແມ່ນມະຫາວິທະຍາໄລແຫ່ງໜຶ່ງໃນປະເທດລາວ.

ມະຫາວິທະຍາໄລວິທະຍາສາດ ສຸຂະພາບ (ມວສ) ແມ່ນສະຖາບັນການສຶກສາຊັ້ນສູງແຫ່ງດຽວໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຄວາມຊ່ຽວຊານສະເພາະດ້ານວິທະຍາສາດ ສຸຂະພາບ. ມະຫາວິທະຍາໄລແຫ່ງນີ້ມີພາລະບົດບາດຫຼັກໃນການສ້າງບຸກຄະລາກອນດ້ານສາທາລະນະສຸກທີ່ມີຄຸນນະພາບດີເລີດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ເພື່ອເຊື່ອມສານມາດຕະຖານການສຶກສາເຂົ້າກັບພາກພື້ນອາຊີ ແລະ ສາກົນ.

ປະຫວັດ

[ດັດແກ້]

ປະຫວັດຂອງ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ແມ່ນມີຄວາມສືບຕໍ່ມາຈາກສະຖາບັນການສຶກສາທາງດ້ານການແພດແຫ່ງທຳອິດໃນ ສປປ ລາວ ທີ່ໄດ້ມີການພັດທະນາແລະປ່ຽນແປງມາຫຼາຍຊ່ວງໄລຍະ.[1]

ໄລຍະເລີ່ມຕົ້ນ (ປີ 1958 - 1987)

[ດັດແກ້]
  • ປີ 1958: ໄດ້ມີການສ້າງຕັ້ງ ໂຮງຮຽນແພດ ຂຶ້ນທີ່ນະຄອນຫຼວງວຽງຈັນ. ໃນໄລຍະທຳອິດ, ໂຮງຮຽນແຫ່ງນີ້ແມ່ນຂຶ້ນກັບກະຊວງສຶກສາກິລາ ແລະ ທຳມະການ, ໂດຍມີຈຸດປະສົງເພື່ອຝຶກອົບຮົມ ແພດຊ່ວຍ ດ້ວຍຫຼັກສູດອະນຸປະລິນຍາ 4 ປີ.
  • ການຮຽນ-ການສອນໃນໄລຍະນີ້ແມ່ນໃຊ້ຫຼັກສູດຂອງປະເທດຝຣັ່ງ, ໂດຍມີອາຈານສອນສ່ວນໃຫຍ່ເປັນຄົນຝຣັ່ງ ແລະ ໃຊ້ພາສາຝຣັ່ງເປັນພາສາຫຼັກ.

ໄລຍະການຍົກລະດັບ (ປີ 1988 - 2006)

[ດັດແກ້]
  • ໂຮງຮຽນແພດໄດ້ມີການຍົກລະດັບຂຶ້ນເປັນ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ແຕ່ຍັງຄົງເປັນພາກວິຊາໜຶ່ງ.
  • ໃນປີ 1996, ພາກວິຊາດັ່ງກ່າວໄດ້ຖືກຍົກຍ້າຍໄປສັງກັດຢູ່ພາຍໃຕ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ໄດ້ປ່ຽນຊື່ເປັນ ຄະນະວິທະຍາສາດການແພດ. ໃນຊ່ວງນີ້, ຫຼັກສູດການສອນໄດ້ມີການປັບປຸງໃຫ້ສອດຄ່ອງກັບມາດຕະຖານການສຶກສາຂອງຊາດ ແລະ ພາກພື້ນສາກົນ.

ໄລຍະການສ້າງຕັ້ງເປັນມະຫາວິທະຍາໄລ (ປີ 2007 - ປັດຈຸບັນ)[2]

[ດັດແກ້]
  • ໃນປີ 2007, ລັດຖະບານໄດ້ອອກດຳລັດສ້າງຕັ້ງ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ (ມວສ) ຂຶ້ນໃໝ່ຢ່າງເປັນທາງການ ໂດຍແຍກຕົວອອກຈາກ ມະຫາວິທະຍາໄລແຫ່ງຊາດ. ການສ້າງຕັ້ງໃໝ່ຄັ້ງນີ້ມີຈຸດປະສົງເພື່ອໃຫ້ ມວສ ເປັນສູນກາງການສຶກສາຊັ້ນສູງດ້ານວິທະຍາສາດ ສຸຂະພາບຢ່າງຄົບວົງຈອນ ແລະ ມີຄວາມເປັນເອກະລາດໃນການພັດທະນາຫຼັກສູດ ແລະ ການຄົ້ນຄວ້າ.
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ ສະບັບເລກທີ 349/ນຍ, ລົງວັນທີ 16 ພະຈິກ 2017[3]; ມະຫາວິທະຍາໄລວິທະຍາສາດສຸຂະພາບ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍການເພີ່ມຄະນະວິຊາ ແລະ ຫຼັກສູດຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາບຸກຄະລາກອນທາງການແພດຂອງ ສປປ ລາວ. ປັດຈຸບັນ, ມວສ ປະກອບດ້ວຍ 6 ຄະນະວິຊາ, 2 ຫ້ອງການ ແລະ 1 ສະຖາບັນ.

ວິທະຍາເຂດ

[ດັດແກ້]

ມະຫາວິທະຍາໄລວິທະຍາສາດ ສຸຂະພາບ (ມວສ) ມີວິທະຍາເຂດຫຼັກ ແລະ ວິທະຍາເຂດຍ່ອຍເພື່ອຈັດການຮຽນ-ການສອນຂອງແຕ່ລະຄະນະວິຊາ. ການແບ່ງປັນວິທະຍາເຂດນີ້ແມ່ນເພື່ອສ້າງຄວາມສະດວກໃນການຮຽນຮູ້ສະເພາະດ້ານ ແລະ ພັດທະນາພື້ນທີ່ຢ່າງມີປະສິດທິພາບ.

1. ວິທະຍາເຂດເພຍວັດ

[ດັດແກ້]
  • ທີ່ຕັ້ງ: ຖະໜົນສາມແສນໄທ, ບ້ານເພຍວັດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
  • ຂໍ້ມູນປະກອບ: ວິທະຍາເຂດນີ້ຖືວ່າເປັນວິທະຍາເຂດທີ່ເກົ່າທີ່ສຸດ, ເນື່ອງຈາກເຄີຍເປັນທີ່ຕັ້ງຂອງ ໂຮງຮຽນແພດ ເກົ່າ. ປັດຈຸບັນ, ວິທະຍາເຂດເພຍວັດແມ່ນເປັນທີ່ຕັ້ງຂອງຫ້ອງການ ແລະ ຄະນະວິຊາທີ່ສຳຄັນຕ່າງໆ ເຊັ່ນ: ຄະນະແພດສາດ, ຄະນະເພສັຊສາດ, ຄະນະທັນຕະແພດສາດ, ຄະນະສາທາລະນະສຸກສາດ Archived 2024-07-22 at the Wayback Machine, ຫ້ອງການບໍລິຫານ, ຫ້ອງການວິຊາການ, ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ. ນອກນີ້, ຍັງມີຫ້ອງທົດລອງ, ຫໍສະໝຸດ, ຫໍປະຊຸມ, ຫໍພິພິທະພັນ ແລະ ສະຖານທີ່ສຳລັບການຝຶກປະຕິບັດຕົວຈິງຂອງນັກສຶກສາແຕ່ລະຄະນະ.

2. ວິທະຍາເຂດດົງໂພສີ

[ດັດແກ້]
  • ທີ່ຕັ້ງ: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
  • ຂໍ້ມູນປະກອບ: ວິທະຍາເຂດດົງໂພສີແມ່ນທີ່ຕັ້ງຂອງ ຄະນະເຕັກນິກການແພດ, ຕຶກອາຄານສຳລັບຫ້ອງການຕ່າງໆ, ຫ້ອງຮຽນ, ແລະ ສະຖານທີ່ສຳລັບກິດຈະກຳຂອງນັກສຶກສາ. ວິທະຍາເຂດນີ້ມີການຈັດພິທີສຳຄັນຕ່າງໆ ເຊັ່ນ: ພິທີຈົບການສຶກສາ ແລະ ກິດຈະກຳກິລາປະຈຳປີ.

3. ວິທະຍາເຂດດອນກອຍ

[ດັດແກ້]
  • ທີ່ຕັ້ງ: ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
  • ຂໍ້ມູນປະກອບ: ວິທະຍາເຂດດອນກອຍແມ່ນບ່ອນຕັ້ງຂອງ ຄະນະພະຍາບານສາດ, ຕຶກອາຄານສຳລັບຫ້ອງການຕ່າງໆ, ຫ້ອງຮຽນ, ແລະ ຫ້ອງສຳລັບຝູກປະຕິບັດການພະຍາບານໃຫ້ແກ່ນັກສຶກສາ.

4. ວິທະຍາເຂດໂຮງໝໍມິດຕະພາບ

[ດັດແກ້]
  • ທີ່ຕັ້ງ: ບ້ານໂພນສະຫວ່າງ, ເມືອງຈັນທະບຸລີ, ນະຄອນຫຼວງວຽງຈັນ.
  • ຂໍ້ມູນປະກອບ: ວິທະຍາເຂດມິດຕະພາບເປັນທີ່ຕັ້ງຂອງ ຄະນະແພດສາດ, ເຊິ່ງເປັນວິທະຍາເຂດຍ່ອຍ, ໂດຍມີອາຄານໃຊ້ສອຍສຳລັບການຮຽນ-ການສອນໃຫ້ແກ່ນັກສຶກສາ.

ຄະນະວິຊາ

[ດັດແກ້]

ລິ້ງພາຍນອກ

[ດັດແກ້]

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ)

  1. "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2025-07-12. ຄົ້ນຫາເມື່ອ 2025-10-01.{{cite web}}: CS1 maint: archived copy as title (link)
  2. "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2025-07-12. ຄົ້ນຫາເມື່ອ 2025-10-01.{{cite web}}: CS1 maint: archived copy as title (link)
  3. https://drive.google.com/file/d/1JgPBOkxddhmrF_JYALK6X2fst77Gl-Db/view