Jump to content

ຟອນແຕກ

ຈາກ ວິກິພີເດຍ
ຕົວຢ່າງໜັງສືລາວທີ່ພິມໂດຍໃຊ້ລະບົບ Unicode ປັດຈຸບັນ (ເທິງ) ແລະ ໜັງສືລາວທີ່ຟອນແຕກ (ລຸ່ມ) ທີ່ບໍ່ໄດ້ໃຊ້ຟອນ ASCII ຂອງໂປຣແກມ LaoScript ເຮັດໃຫ້ເກີດຟອນແຕກ ມັກເກີດໃນເອກະສານເກົ່າທີ່ພິມຊ່ວງປີ 1990-2010

ຟອນແຕກ (ຫຼື ໃນພາສາຍີ່ປຸ່ນ: 文字化け, "ໂມຈິບາເກະ") ແມ່ນອາການໃນລະບົບຄອມພິວເຕີທີ່ໂຕໜັງສືສະແດງຜົນເປັນໂຕຫຼ່ຽມ (□), ເປັນເຄື່ອງໝາຍຄຳຖາມ (�), ເປັນພາສາຕ່າງດາວທີ່ອ່ານບໍ່ຮູ້ເລື່ອງ ຫຼື ວັນນະຍຸດຊ້ອນກັນ.

ປາກົດການນີ້ເກີດຂຶ້ນເມື່ອຊອບແວ ຫຼື ລະບົບປະຕິບັດການ ຖອດລະຫັດຕົວອັກສອນ ໂດຍໃຊ້ຕາຕະລາງລະຫັດທີ່ບໍ່ຖືກຕ້ອງ ຫຼື ບໍ່ກົງກັນກັບຕາຕະລາງທີ່ໃຊ້ໃນຕອນບັນທຶກຂໍ້ມູນ (Encoding). ໃນປັດຈຸບັນ ບັນຫາຟອນທ໌ແຕກໄດ້ຫຼຸດລົງຢ່າງຫຼວງຫຼາຍ ຍ້ອນການເຂົ້າມາມີບົດບາດຂອງ Unicode ແຕ່ກໍຍັງສາມາດພົບໄດ້ໃນລະບົບຖານຂໍ້ມູນເກົ່າ.

ກ່ອນທີ່ລະບົບ Unicode ຈະຖືກກຳນົດໃຫ້ເປັນມາດຕະຖານສາກົນ ແລະ ເຂົ້າມາມີບົດບາດຢ່າງເປັນທາງການໃນຄອມພິວເຕີ, ການພິມພາສາລາວໃນຊ່ວງປີ 1990 ຫາ ຕົ້ນປີ 2000 ແມ່ນມີຄວາມຍາກລຳບາກ ແລະ ຊັບຊ້ອນຫຼາຍ. ໃນຍຸກນັ້ນລະບົບປະຕິບັດການເກົ່າ (ເຊັ່ນ Windows 95/98) ບໍ່ຮູ້ຈັກພາສາລາວເລີຍ ສິ່ງທີ່ນັກພັດທະນາຟອນລາວ (ຟອນຕະກູນ Saysettha Lao, Alice, Bubble Lao...) ໃນຍຸກນັ້ນຈຶ່ງໄດ້ໃຊ້ວິທີເອົາຮູບຮ່າງ (Glyph) ຂອງຕົວອັກສອນລາວ ໄປຝັງທັບໄວ້ໃນຕຳແໜ່ງຂອງຕົວອັກສອນພາສາອັງກິດ ຫຼື ສັນຍາລັກພິເສດ ທີ່ບໍ່ຄ່ອຍໄດ້ໃຊ້ໃນຕາຕະລາງ ASCII.

ຕົວຢ່າງຟອນແຕກ

[ດັດແກ້]

ເຊິ່ງຕົວຢ່າງແຟ້ມອັກສອນ ຄຳວ່າ "ລາວ" ທີ່ເຂົ້າລະຫັດໂດຍໃຊ້ລະບົບ Unicode UTF-8. ລະບົບຈະແປງຄຳນີ້ໃຫ້ກາຍເປັນກຸ່ມລະຫັດຕົວເລກຖານສິບຫົກ ຄື:

E0 BB 82 = (ລ)

E0 BB B2 = (າ)

E0 BB 80 = (ວ)

ເມື່ອນຳໄປສະແດງໃນລະບົບຊັອບແວທີ່ບໍ່ຮອງຮັບພາສາລາວ ຫຼື ພາສາທີ່ມີອັກສອນຂຽນເປັນຂອງໂຕເອງ (ທີ່ບໍ່ແມ່ນອັກສອນໂຣມັນ) ລະບົບນັ້ນຈະບໍ່ຮູ້ວ່າຂໍ້ມູນນີ້ແມ່ນ UTF-8 ແຕ່ພະຍາຍາມອ່ານໂດຍໃຊ້ຕາຕະລາງ ISO-8859-1 ລະບົບປາຍທາງຈະເອົາເລກ E0 BB 82 ໄປທຽບໃສ່ຕາຕະລາງພາສາເອີຣົບ ຕົວອັກສອນຈຶ່ງພ້ຽນ ແລະ ສະແດງຜົນອອກມາເປັນ "ໂ໲ເ" ແທນ.