ພູມີ ວົງວິຈິດ
Phoumi Vongvichit | |
|---|---|
ພູມີ ວົງວິຈິດ | |
| ປະທານປະເທດລາວ ວ່າການແທນ | |
| ດຳລົງຕຳແໜ່ງ 29 ຕລ 1986 – 15 ສຫ 1991 | |
| ນາຍົກລັດຖະມົນຕີ | ຄຳໄຕ ສີພັນດອນ |
| ກ່ອນໜ້າ | ສຸພານຸວົງ |
| ຖັດໄປ | ໄກສອນ ພົມວິຫານ |
| ຮອງນາຍົກລັດຖະມົນຕີ | |
| ດຳລົງຕຳແໜ່ງ 2 ທວ 1975 – 1 ມຖນ 1989 | |
| ນາຍົກລັດຖະມົນຕີ | ໄກສອນ ພົມວິຫານ |
| ກ່ອນໜ້າ | ເພີ່ນເອງ ແລະ ແພງ ພົງສະຫວັນ |
| ຖັດໄປ | Phoun Sipraseuth ແລະ Khamphouy Keoboualapha |
| ດຳລົງຕຳແໜ່ງ 5 ເມສາ 1974 – 1 ທວ 1975 Serving with Pheng Phongsavanh | |
| ນາຍົກລັດຖະມົນຕີ | ສຸວັນນະ ພຸມມາ |
| ຖັດໄປ | ເພິ່ນເອງ, ໜູຮັກ ພູມສະຫວັນ, Phoun Sipraseuth ແລະ ຄຳໄຕ ສີພັນດອນ (ລັດຖະບານສ ປປ. ລາວ) |
| ລັດຖະມົນຕີສຶກສາ, ກິລາ ແລະ ສາສະໜາ | |
| ດຳລົງຕຳແໜ່ງ 2 ທວ 1975 – ມກ 1982 | |
| ນາຍົກລັດຖະມົນຕີ | ໄກສອນ ພົມວິຫານ |
| ກ່ອນໜ້າ | Office established |
| ຖັດໄປ | Bountiam Pitsamai |
| ລັດຖະມົນຕີວ່າການກະຊວງການຕ່າງປະເທດ | |
| ດຳລົງຕຳແໜ່ງ 5 ມສ 1975 – 1 ທວ 1975 | |
| ນາຍົກລັດຖະມົນຕີ | Souvanna Phouma |
| ຖັດໄປ | Phoun Sipraseuth (ລັດຖະບານ ສປປ ລາວ) |
| ຂໍ້ມູນສ່ວນບຸກຄົນ | |
| ເກີດ | 6 ເມສາ ຄ.ສ. 1909 ຊຽງຂວາງ, Laos, ອິນດູຈີນຝຣັ່ງ |
| ເສຍຊີວິດ | 7 ມັງກອນ ຄ.ສ. 1994 (84 ປີ) ນະຄອນຫລວງວຽງຈັນ, Laos |
| ເຊື້ອຊາດ | ລາວ |
| ພັກການເມືອງ | ພັກປະຊາຊົນປະຕິວັດລາວ |
| ຄູ່ສົມລົດ | Khamsouk Vongvichitr |
| ອາຊີບ | ນັກການເມືອງ |
'
ທ່ານ ພູມີ ວົງວິຈິດ (6 ເມສາ ຄ.ສ. 1909 - 7 ມັງກອນ ຄ.ສ. 1994) ອະດີດເປັນວ່າການແທນປະທານປະເທດແຫ່ງສປປ ລາວ, ແລະ ເປັນນັກຮົບລັດທະບຸລຸດອາວຸໂສຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.[1]
ພູມີ ວົງວິຈິດ ເກີດເມື່ອວັນທີ 6 ເມສາ ຄ.ສ. 1909 ທີ່່ ບ້ານນາຄາຍ, ຕາແສງນາຄາຍ, ເມືອງແປກ, ແຂວງຊຽງຂວາງ, ພຣະຣາຊອານາຈັກລາວ. ທ່ານເປັນລູກຂອງພະນັກງານລັດຖະກອນສຳນັກງານທຳມະດາ. ທ່ານໄດ້ຮັບການສຶກສາຢູ່ນະຄອນວຽງຈັນ, ຫຼັງຈາກຈົບການສຶກສາ, ທ່ານໄດ້ດຳລົງຕຳແໜ່ງເຈົ້າເມືອງຊຽງຂວາງ, ແລະ ໄດ້ເຂົ້າຮ່ວມກັບຂະບວນການລາວອິດສະຫຼະ ຈົນລາວໄດ້ຮັບເອກະລາດຈາກຝຣັ່ງ[2].
ຫຼັງຈາກການລົບລ້າງລະບອບຣາຊະອານາຈັກລາວ, ເຈົ້າສຸພານຸວົງ ໄດ້ຂຶ້ນດຳລົງຕຳແໜ່ງປະທານປະເທດລາວ. ທ່ານພູມີໄດ້ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາຂອງລາວ[1]. ເມື່ອເຈົ້າສຸພານຸວົງ ຖືກກົດດັນໃຫ້ລາອອກຈາກຕຳແໜ່ງ, ທ່ານພູມີ ຈຶ່ງໄດ້ຂຶ້ນດຳລົງຕຳແໜ່ງປະທານປະເທດ, ແຕ່ຕໍ່ມາໄດ້ລາອອກເພື່ອໃຫ້ ທ່ານໄກສອນ ພົມວິຫານ ດຳລົງຕຳແໜ່ງປະທານປະເທດລາວແທນ.
ປະຫວັດໂດຍຫຍໍ້
[ດັດແກ້]
- ປີ 1950: ເປັນກໍາມະການສູນກາງແນວລາວອິດສະຫຼະ, ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງພາຍໃນ.
- ປີ 1957: ເປັນລັດຖະມົນຕີກະຊວງທຳມະການ ແລະ ສີລະປະກຳ.
- ປີ 1974: ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາກິລາ ແລະ ທຳມະການ.
- ປີ 1982 ຮັບໜ້າທີ່ຊີ້ນຳ 4 ກະຊວງ: ກະຊວງສຶກສາ, ກະຊວງວັດທະນະທຳ, ກະຊວງສາທາລະນະສຸກ ແລະ ຄະນະກຳມະການສະຫວັດດີການສັງຄົມ ແລະ ນັກຮົບເກົ່າ.
- ປີ 1986-1991: ວ່າການແທນປະທານປະເທດ ແຫ່ງ ສປປ ລາວ.
- ເສຍຊີວິດວັນທີ 07 ມັງກອນ 1994.[3]