Jump to content

ພຸດທະສັກກະຣາດ

ຈາກ ວິກິພີເດຍ

ພຸດທະສັກກະຣາດ (ຫຍໍ້: ພ.ສ) ແມ່ນຊຸດຂອງປະຕິທິນສຸລິຍະຈັນທະຄະຕິທີ່ໃຊ້ໃນ ທິເບດ, ກໍາປູເຈຍ, ລາວ, ມຽນມາ, ບັງກະລາເທດ, ອິນເດຍ, ສີລັງກາ, ໄທ ແລະ ຫວຽດນາມ ລວມທັງໃນ ປະເທດມາເລເຊຍ ແລະ ສິງກະໂປ ແລະໂດຍ ປະຊາກອນຈີນ ສໍາລັບໂອກາດທາງສາສະຫນາຫຼືທາງການ. ​ເຖິງ​ວ່າສັກກະຣາດເຫຼົ່າ​ນີ້​ມີ​ຕົ້ນ​ກຳ​ເນີດ​ທີ່ຄືກັນ, ​ແຕ່​ອາດ​ຈະ​ມີ​ຄວາມ​ແຕກ​ຕ່າງ​ໃນ​ການ​ຈັດ​ປະ​ຕິ​ທິນ, ຊື່​ເດືອນ ​ການ​ໃຊ້ວັດຕະຈັກ, ​ແລະ ອື່ນໆເຊັ້ນ ​ໃນ​ປະ​ເທດ​ໄທ, ພ.ສ ແມ່ນລະບົບການນັບປີທີ່ໃຊ້ໃນປະຕິທິນສຸລິຍະຄະຕິແບບດັ້ງເດີມຂອງໄທ.

ປະຈຸບັນ, ປະຕິທິນທາງຈັນທະຄະຕິຂອງພຸດທະສາສະນິກະຊົນສ່ວນຫຼາຍແມ່ນໃຊ້ໃນງານບຸນຂອງຊາວພຸດເຖວະຣາດ, ໃນຂະນະທີ່ປະຕິທິນພຸດທະສັກກະຣາດຂອງໄທ, ເຊິ່ງເປັນປະຕິທິນເກຣກໍຣີ ແມ່ນປະຕິທິນທີ່ເປັນທາງການໃນປະເທດໄທ.