ເຄື່ອງໝາຍວັກ: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
Tags: ດັດແກ້ຈາກອຸປະກອນມືຖື ດັດແກ້ຈາກເວັບສໍາລັບອຸ​ປະ​ກອນ​ມື​ຖື
ແຖວ 66: ແຖວ 66:
| ໃຊ້ໝາຍຄວາມເວົ້າຊີ້ແຈງເພີ່ມ ໃສ່ຄວາມເວົ້າທີ່ຢູ່ກ່ອນວົງເລັບ.
| ໃຊ້ໝາຍຄວາມເວົ້າຊີ້ແຈງເພີ່ມ ໃສ່ຄວາມເວົ້າທີ່ຢູ່ກ່ອນວົງເລັບ.
|-
|-
| ,,
| ” 〃
| [[ໝາຍລື້ມ]]
| [[ໝາຍລື້ມ]]
| ditto mark
| double commas
| ໃຊ້ຂີດໝາຍລົງກ້ອງຄວາມເວົ້າທີ່ຕ້ອງການເວົ້າລື້ມຄືນແຕ່ບໍ່ຢາກຂຽນຄວາມເກົ່າອີກ.
| ໃຊ້ຂີດໝາຍລົງກ້ອງຄວາມເວົ້າທີ່ຕ້ອງການເວົ້າລື້ມຄືນແຕ່ບໍ່ຢາກຂຽນຄວາມເກົ່າອີກ.
|-
|-
ແຖວ 81: ແຖວ 81:
| ໃຊ້ໝາຍໃຫ້ຮູ້ວ່າ ຄວາມເວົ້າກ່ອນນີ້ຕ້ອງເວົ້າອີກເທື່ອນຶ່ງ.
| ໃຊ້ໝາຍໃຫ້ຮູ້ວ່າ ຄວາມເວົ້າກ່ອນນີ້ຕ້ອງເວົ້າອີກເທື່ອນຶ່ງ.
|}
|}

==ອ້າງອີງ==
==ອ້າງອີງ==
* ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
* ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.

ລຸ້ນແກ້ໄຂເກົ່າເມື່ອ 08:29, 8 ກັນຍາ 2022

ເຄື່ອງໝາຍວັກ (ຂຽນຕາມເຄົ້າເດີມ: ເຄື່ອງໝາຍວັຄ) ແມ່ນເຄື່ອງໝາຍ ຫຼື ສັນຍະລັກທີ່ຂີດຂຽນຂຶ້ນເພື່ອໃຊ້ປະກອບການຂຽນອັກສອນໃນພາສາໜຶ່ງໆ ເພື່ອປະໂຫຍດໃນການແບ່ງວັກ. ມັກຈະບໍ່ກ່ວກັບລະບົບສຽງໃດ ໆ ທັງສິ້ນ.

ໃນແຕ່ລະພາສາຈະມີເຄື່ອງໝາຍວັກຕ່າງໆ ກັນ ແລະມີກົດເກນການໃຊ້ຕ່າງໆ ກັນ ເຊິ່ງຜູ້ໃຊ້ພາສານັ້ນໆ ຈະຕ້ອງຮູ້ ແລະໃຊ້ຕາມກົດທີ່ປະຕິບັດກັນມາ ເພື່ອໃຫ້ມີຄວາມເຂົ້າໃຈໃນພາສາໄປໃນທາງດຽວກັນ.

ໃນພາສາລາວ

ໃນພາສາລາວ ເຄື່ອງໝາຍວັກມີການໃຊ້ເພື່ອຊ່ວຍໃຫ້ການອ່ານແຕ່ລະປະໂຫຍກ, ແຕ່ລະວັກ, ແຕ່ລະຕອນເປັນການສະດວກ ແລະຖືກຈັງວະເຄື່ອງໝາຍວັກທີ່ໃຊ້ໃນພາສາລາວມີດັ່ງນີ້:

ເຄື່ອງໝາຍ ຊື່ໃນພາສາລາວ ຊື່ໃນພາສາອັງກິດ ວິທີໃຊ້
. ຈ້ຳເມັດ full stop ຫຼື period ໃຊ້ໝາຍບ່ອນໝົດປະໂຫຍກ ຫຼື ໝົດວັກ.
, ຈຸດ comma ໃຊ້ຂັ້ນຄວາມເພື່ອໃຫ້ຜູ້ອ່ານຢຸດພັກໜ້ອຍນຶ່ງແລ້ວຈຶ່ງອ່ານຕໍ່. (ຄັນຈະໃຫ້ຜູ້ອ່ານຢຸດພັກຊົ່ວສັ້ນກວ່ານັ້ນອີກ ກໍບໍ່ຕ້ອງໃຊ້ເຄື່ອງໝາຍຈຸດ ແຕ່ໃຫ້ຂຽນຍະວ່າງແທນກໍໄດ້) ດຽວນີ້ນິຍົມການຂຽນໃຊ້ຍະວ່າງຫຼາຍກວ່າ.
; ຈ້ຳຈຸດ semicolon ໃຊ້ໝາຍບ່ອນຢຸດຕອນ ແຕ່ບໍ່ທັນໝົດເລື່ອງ ຫຼືບໍ່ທັນໝົດວັກ.
: ສອງຈ້ຳ colon ໃຊ້ໝາຍບອກໃຫ້ຮຸ້ວ່າ ຈະມີແນວອ່ານຕໍ່ໄປອີກ. (ເຄື່ອງໝາຍນີ້ໃຊ້ໝາຍເລກຫານກໍໄດ້).
- ຂີດຕໍ່ hyphen ໃຊ້ຂີດຂັ້ນຄຳໃດຄຳນຶ່ງໃນປະໂຫຍກ ຫຼື ຂີດຕໍ່ສອງຄຳໃສ່ກັນ. (ອາດໃຊ້ຂີດຫົວແຖວ ຫຼື ໃຊ້ໝາຍເລກລົບກໍໄດ້).
_ ຂີດກ້ອງ underline ໃຊ້ໝາຍຄວາມເວົ້າທີ່ຕ້ອງການເນັ້ນ.
ສາມຈ້ຳ triple dots ໃຊ້ໝາຍໃຫ້ຮູ້ວ່າມີອັນຂຽນລົງບ່ອນນີ້ແຕ່ບໍ່ຂຽນ. (ຈ້ຳນີ້ໃຫ້ຂຽນພຽງສາມຈ້ຳກໍພໍ).
? ໝາຍຖາມ question mark ໃຊ້ໝາຍໃຫ້ຮູ້ວ່າຄວາມເວົ້າທີ່ມີເຄື່ອງໝາຍນີ້ແມ່ນຄຳຖາມ.
! ໝາຍທ້ວງ exclamation mark ໃຊ້ໝາຍໃຫ້ຮູ້ວ່າຄວາມເວົ້ານັ້ນແມ່ນຄວາມແຜດຮ້ອນ, ຄວາມອັດສະຈັນ, ຄວາມຕື່ນເຕັ້ນ, ຄວາມຕື່ນທ້ວງ, ຄວາມເຈັບໃຈ ຯລຯ.
“ ” ວົງຢືມ quotation marks ໃຊ້ໝາຍໃຫ້ຮູ້ວ່າຄວາມເວົ້າທີ່ຢູ່ໃນລະຫວ່າງສອງວົງນີ້ ແມ່ນຢືມເອົາຄວາມເວົ້າຂອງຜູ້ໃດຜູ້ນຶ່ງມາເວົ້າ.
( ) ວົງເລັບ parentheses ໃຊ້ໝາຍຄວາມເວົ້າຊີ້ແຈງເພີ່ມ ໃສ່ຄວາມເວົ້າທີ່ຢູ່ກ່ອນວົງເລັບ.
” 〃 ໝາຍລື້ມ ditto mark ໃຊ້ຂີດໝາຍລົງກ້ອງຄວາມເວົ້າທີ່ຕ້ອງການເວົ້າລື້ມຄືນແຕ່ບໍ່ຢາກຂຽນຄວາມເກົ່າອີກ.
ຯລຯ ແລະອື່ນໆ et cetera ໃຊ້ໝາຍໃຫ້ຮູ້ວ່າຍັງມີອັນອື່ນເວົ້າອີກ ແຕ່ຫາກບໍ່ຂຽນລົງໃນບ່ອນນີ້.
ໝາຍຊ້ຳ repeat ໃຊ້ໝາຍໃຫ້ຮູ້ວ່າ ຄວາມເວົ້າກ່ອນນີ້ຕ້ອງເວົ້າອີກເທື່ອນຶ່ງ.

ອ້າງອີງ

  • ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.