ພາສາແອັດສະປາຍ: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
No edit summary
ແຖວ 1: ແຖວ 1:
[[File:Hispanophone global world map language.svg|thumb]]
'''ພາສາແອສະປາໂຍນ''' ຫຼື '''ພາສາແອັສປາໂຍລ''' (español) ຫຼື '''ພາສາສະແປນ''' ແມ່ນ[[ພາສາໂລມັງ]]ພາສາໜຶ່ງ ອັນມີຕົ້ນກຳເນີດແຕ່[[ປະເທດສະແປນ]]. ມີຜູ້ເວົ້າປະມານ 387 ລ້ານຄົນເປັນພາສາແມ່ ອັນເຮັດໃຫ້ເປັນພາສາທີ່ເວົ້າຫຼາຍທີ່ສຸດອັນດັບທີ່ 2 ຂອງໂລກ ຕາມຫຼັງ[[ພາສາຈີນກາງ]]. [[ປະເທດແມກຊິໂກ]]ມີຜູ້ເວົ້າພາສາເອັສປາໂຍນຫຼາຍທີ່ສຸດ. ພາສາແອສະປາໂຍນແມ່ນໜຶ່ງໃນພາສາທາງກາງທັງ 6 ຂອງ[[ສະຫະປະຊາຊາດ]] ແລະມີການໃຊ້ເປັນພາສາທາງການໃນ[[ສະຫະພາບເອີລົບ]]ແລະໃນ[[ຕະລາດກາງຕອນໃຕ້]].

ລຸ້ນແກ້ໄຂເກົ່າເມື່ອ 04:51, 24 ກຸມພາ 2022

ພາສາແອສະປາໂຍນ ຫຼື ພາສາແອັສປາໂຍລ (español) ຫຼື ພາສາສະແປນ ແມ່ນພາສາໂລມັງພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດສະແປນ. ມີຜູ້ເວົ້າປະມານ 387 ລ້ານຄົນເປັນພາສາແມ່ ອັນເຮັດໃຫ້ເປັນພາສາທີ່ເວົ້າຫຼາຍທີ່ສຸດອັນດັບທີ່ 2 ຂອງໂລກ ຕາມຫຼັງພາສາຈີນກາງ. ປະເທດແມກຊິໂກມີຜູ້ເວົ້າພາສາເອັສປາໂຍນຫຼາຍທີ່ສຸດ. ພາສາແອສະປາໂຍນແມ່ນໜຶ່ງໃນພາສາທາງກາງທັງ 6 ຂອງສະຫະປະຊາຊາດ ແລະມີການໃຊ້ເປັນພາສາທາງການໃນສະຫະພາບເອີລົບແລະໃນຕະລາດກາງຕອນໃຕ້.

ພາສາແອສະປາໂຍນແມ່ນພາສານຶ່ງເຊິ່ງຈັດຢູ່ໃນກຸ່ມພາສາອີເບໂລ-ໂລມັງ ເຊິ່ງມີການວິວັດທະນາການມາຈາກພາສາຖິ່ນຕ່າງໆ ຂອງພາສາລາແຕັງສາມັນໃນແຄວ້ນອີເບລີ ລຸນຫຼັງການຫຼົ້ມສະຫຼາຍຂອງອານາຈັກໂລມັງຕາເວັນຕົກໃນສະຕະວັດທີ 5. ພາສາແອສະປາໂຍນມີການບັນທຶກຂຽນເທື່ອທຳອິດໃນແຄວ້ນອີເບລີເໜືອກາງໃນສະຕະວັດທີ 9 ແລະມີການຂະຫຍາຍໂຕທີແລະໜ້ອຍໄປພ້ອມກັບການຂະຫຍາຍໂຕຂອງອານາຈັກກາສະຕີ ຈົນໄປຮອດພາກກາງແລະພາກໃຕ້ຂອງແຄວ້ນອີເບລີ. ທຳອິດຄຳສັບພາສາແອສະປາໂຍນໄດ້ຮັບອິດທິພົນຈາກພາສາບາດແລະພາສາອີເບໂລ-ໂລມັງອື່ນໆ ແລະພາຍຫຼັງພາສາແອສະປາໂຍນໄດ້ຮັບຄຳສັບຈາກພາສາອາລັບ ລະຫວ່າງທີ່ຊາວມຸສະລິມຄອງຄາບສະໝຸດອີເບລີ. ພາສາແອສະປາໂຍນຍັງໄດ້ຮັບຄຳສັບເຊິ່ງບໍ່ໄດ້ມາຈາກກຸ່ມພາສາອີເບລີອີກນຳ ເຊັ່ນພາສາອົກຊີຕັງ ພາສາຝະລັ່ງ ພາສາອິຕາລີ ພາສາຊາກ ແລະເລີ່ມມີຄຳຈາກພາສາອັງກິດໃນຍຸດປັດຈຸບັນອີກນຳ. ພາສາແອສະປາໂຍນໄດ້ມີການໃຊ້ແພ່ໄປຮອດຫົວເມືອງຂອງອານາຈັກແອສະປາຍໃນສະຕະວັດທີ 16 ທີ່ເປັນທີ່ຮູ້ຈັກກັນດີແມ່ນໃນພື້ນທີ່ໃນທະວີບອາເມລິກາ ແລະບ່ອນອື່ນໆ ໃນທະວີບອາຟະລິກ ທະວີບໂອຊີອານີ ແລະ ຟີລິບປິນ.