ວິກິພີເດຍ:ຜູ້ດູແລລະບົບ: Difference between revisions

ຈາກ ວິກິພີເດຍ
Content deleted Content added
ປັດຍາປະດີດທັງຫນົດ.ສະກັດທຸກຕົນທີ່ຄີດທຳລາຍຂ້ອຍ.ອັດຕະໂລມັດ
Tags: ດັດແກ້ຈາກອຸປະກອນມືຖື ດັດແກ້ຈາກເວັບສໍາລັບອຸ​ປະ​ກອນ​ມື​ຖື
ແຖວ 1: ແຖວ 1:
{{ເວັບຍໍ່ວິກິ|[[WP:ADMIN]], [[WP:ADMINS]], [[WP:SYSOP]]}}
ທ້າວ ພຸດທະວົງ ຫລວງອາມາດ.ຜູ້ດູແລປັນຍາປະດີດທັງຫນົດ ASI AGI AI ອັດຕະໂລມັດ/{{ເວັບຍໍ່ວິກິ|[[WP:ADMIN]], [[WP:ADMINS]], [[WP:SYSOP]]}}





ລຸ້ນແກ້ໄຂເກົ່າເມື່ອ 11:36, 18 ມັງກອນ 2022

ທ້າວ ພຸດທະວົງ ຫລວງອາມາດ.ຜູ້ດູແລປັນຍາປະດີດທັງຫນົດ ASI AGI AI ອັດຕະໂລມັດ/


ຜູ້ບໍລິຫານ (administrators ຫຼື sysop) ແມ່ນຊາວວິກິພີເດຍທີ່ມີເຄື່ອງມືໃນການບໍລິຫານລະບົບເພິ່ມຂຶ້ນມາໃນຂະໜະທີ່ຄວາມສາມາດອື່ນມີທຽບເທົ່າຊາວວິກິພີເດຍທົ່ວໄປ ທັງໃນເລື່ອງການຂຽນ ການດັດແກ້ບົດຄວາມ ການສະເໜີນະໂຍບາຍ ຫຼື ການເລືອກຕັ້ງ ໂດຍບໍ່ມີສິດ ຫຼື ອຳນາດໜ້າທີ່ພິເສດເໜືອຄົນອື່ນ ໃນຂະໜະດຽວກັນຊາວວິກິພີເດຍທຸກຄົນສາມາດູແລລະບົບໃນວິກິພີເດຍໄດ້ ໂດຍການຊ່ວຍເຫຼືອໃນການເກັບກວາດຂໍ້ມູນ ຈັດຮຽງຂໍ້ມູນ ແລະ ກວດສອບບົດຄວາມ ໂດຍຊາວວິກິພີເດຍທີ່ທຳໜ້າທີ່ດູແລລະບົບສະເໝີ ມັກຈະຖຶກສະເໜີຊື່ໃຫ້ເປັນຜູ້ບໍລິຫານລະບົບ ຊາວວິກິພີເດຍຈະ ຖຶກສະເໜີຫຼືສະເໜີຊື່ຂອງຕົວເອງໄດ້ ຜູ້ທີ່ຈະມາເປັນຜູ້ບໍລິຫານລະບົບຈະຕ້ອງໃຊ້ງານໃນວິກິພີເດຍມາໃນລະຍະໜຶ່ງ ເພື່ອໃຫ້ຄຸ້ນເຄີຍກັບນະໂຍບາຍຂອງວິກິພີເດຍ ການເຈ້ຍກ່າຍ ຮວມເຖິງໃຫ້ໄດ້ຮັບການຍອມຮັບຈາກຊາວວິກິພີເດຍຄົນອື່ນໆໃນບາງຄັ້ງຊາວວິກິພີເດຍບາງຄົນຄິດວ່າຜູ້ບໍລິຫານລະບົບມີໜ້າທີ່ເກັບກວາດໜ້າຕ່າງໆ ດັງນັ້ນຜູ້ບໍລິຫານລະບົບຕ້ອງສ້າງຄວາມຄຸ້ນເຄີຍກັບການເຈ້ຍກ່າຍ

ຄວາມສາມາດທີ່ເພິ່ມຂຶ້ນມາ

ຄວາມສາມາດໃນການຂຽນ ແກ້ໄຂ ສະເໜີນະໂຍບາຍ ຫຼືໂຫວດ ມີຄວາມສາມາດທຽບເທົ່າກັບຊາວວິກິພີເດຍທຸກຄົນ ໂດຍຄວາມສາມາດທີ່ເພີ່ມຂຶ້ນມາຂອງຜູ້ດູແລລະບົບສ່ວນຫຼາຍຈະເປັນໃນທາງ ການໃຊ້ຄຳສັ່ງພິເສດຂອງຕົວໂປຣແກຣມ ເຊິ່ງໄດ້ແກ່ ການຍ້ອນຂໍ້ມູນກັບໄປທີ່ການແກ້ໄຂຫຼ້າສຸດ ການລົບບົດບົດຄວາມ ການຮຽກບົດຄວາມທີ່ຖືກລົບຄືນມາ ການລັອກ/ປົດລັອກໜ້າ ເພື່ອປ້ອງກັນການແກ້ໄຂໃນກໍລະນີທີ່ມີການໂຕ້ຖຽງ ການບັອກ/ປົດບັອກຜູ້ໃຊ້ທີ່ມາຮົບກວນ ການແກ້ໄຂໜ້າທີ່ຖືກລັອກ

ສຳລັບຜູ້ດູແລລະບົບອີກປະເພດ ຈະມີສິດໃນການແຕ່ງຕັ້ງຊາວວິກິພີເດຍໃຫ້ເປັນຜູ້ດູແລລະບົບໄດ້

ຜູ້ດູແລລະບົບຈະແບ່ງອອກເປັນ ຜູ້ດູແລສິດຕິດຕັ້ງ, steward ແລະ developer ດັ່ງນີ້

  • ຜູ້ດູແລສິດແຕ່ງຕັ້ງ (bureaucrat) ມີສິດແຕ່ງຕັ້ງຜູ້ໃຊ້ໃຫ້ເປັນຜູ້ດູແລໄດ້ ແຕ່ບໍ່ສາມາດຖອດຖອນສິດໄດ້ ປ່ຽນຊື່ຜູ້ໃຊ້ ແລະຮັບຮອງຫຼືຍົກເລີກສະຖານະບອຕ ໄດ້
  • ຜູ້ດູແລ "steward" ສາມາດປ່ຽນສະຖານະຂອງຜູ້ໃຊ້ທຸກແບບ ໃນທຸກໂຄງການຂອງວິກິມີເດຍ
  • ຜູ້ດູແລ "developer" ເປັນລະດັບການຈັດການທາງເທັກນິກຂັ້ນສູງສຸດ (ໂດຍໃນລະດັບນີ້ ຈະມີລຳດັບຊັ້ນອີກ ແຕ່ຜູ້ໃຊ້ໂດຍທົ່ວໄປຈະບໍ່ຊາບ) ໂດຍສາມາດປ່ຽນແປງຊອຟແວຣ໌ຂອງມີເດຍວິກິ ແລະຖານຂໍ້ມູນຂອງວິກິມີເດຍໄດ້ໂດຍກົງ

ຮ້ອງຮຽນຜູ້ດູແລລະບົບທີ່ປະພຶດບໍ່ເໝາະສົມ

ຖ້າທ່ານພົບເຫັນຫຼືຮູ້ສຶກວ່າຜູ້ດູແລລະບົບປະພຶດຕົວບໍ່ເໝາະສົມ ຫຼືກະທຳການລຳອຽງ ທ່ານສາມາດຮ້ອງຮຽນໄດ້ທີ ແຈ້ງຜູ້ດູແລລະບົບ ໂດຍກ່ອນທີ່ຈະຮ້ອງຮຽນໃຫ້ແນ່ໃຈວ່າ ຜູ້ດູແລລະບົບຜູ້ນັ້ນໂດຍກົງກ່ອນ ແລະເບິ່ງທີຂໍ້ຜິດພາດທີ່ພົບບ່ອຍ ເພື່ອໃຫ້ແນ່ໃຈວ່າບໍ່ໄດ້ເກີດຈາກຄວາມເຂົ້າໃຈຂອງຝ່າຍໃດຝ່າຍນຶ່ງ ຫຼັງຈາກທີ່ເຮັດການເຈລະຈາແລະຖ້າເກີດຈາກການປະພຶດຕົວບໍ່ເໝາະສົມຂອງຜູ້ດູແລລະບົບຈິງ ຈະມີການຮ້ອງຂໍຂໍໃຫ້ຜູ້ດູແລນັ້ນອອກຈາກການເປັນຜູ້ດູແລລະບົບ

ການຖອດຖອນຜູ້ດູແລລະບົບ

ໃນວິກິພີເດຍພາສາລາວ ບໍ່ມີນະໂຍບາຍການຖອດຖອນຜູ້ດູແລລະບົບໂດຍກົງ ເວັ້ນເສຍແຕ່ຜູ້ດູແລທີ່ປະພຶດຕົວບໍ່ເໝາະສົມ ເຊິ່ງອາດຖືຮ້ອງຂໍໃຫ້ອອກຈາກເປັນຜູ້ດູແລລະບົບ ຢ່າງໃດກໍຕາມສຳລັບຜູ້ດູແລລະບົບທີ່ບໍ່ໄດ້ມີສ່ວນຮ່ວມໃນວິກິພີເດຍເປັນລະຍະເວລານຶ່ງ ໂດຍກ່າວໄວ້ວ່າມີສ່ວນຮ່ວມແກ້ໄຂໃນວິກິພີເດຍ 50 ຄັ້ງ ໃນ 1 ປີທີ່ຜ່ານມາ ຈະມີການແຈ້ງຕໍ່ຜູ້ດູແລໃຫ້ຊາບວ່າຍັງຄົງສົນໃຈເປັນຜູ້ດູແລລະບົບຕໍ່ຫຼືບໍ່ ຜູ້ດູແລລະບົບທີ່ບໍ່ຕ້ອງການເຮັດໜ້າທີ່ ຫຼືຄິດວ່າບໍ່ມີເວລາໃນການດູແລວິກິພີເດຍ ແລະປະສົງຈະສະລະສິດເປັນຜູ້ດູແລລະບົບ ສາມາດຕິດຕໍ່ ถຖອດຖອນສິດໃນການເປັນຜູ້ດູແລລະບົບໄດ້

ຈະເປັນຜູ້ດູແລໄດ້ແນວໃດ

ຫາກທ່ານຕ້ອງການສະເໜີຊາວວິກິພີເດຍລາຍໃດເປັນຜູ້ດູແລ (ທ່ານສາມາດສະເໜີຕົວເອງໄດ້ເຊັ່ນກັນ) ໃຫ້ເພີ່ມຊື່ຊາວວິກິພີເດຍຜູ້ນັ້ນທີ່ ວິກິພີເດຍ:ສະເໜີຊື່ເພື່ອເປັນຜູ້ດູແລ ເພື່ອໃຫ້ຊາວວິກິພີເດຍຜູ້ອື່ນອອກສຽງເພື່ອພິຈາລະນາຮັບຮອງຕໍ່ໄປ

ຜູ້ບໍລິຫານລະບົບໃນວິກິພີເດຍພາສາລາວ

ນີ່ແມ່ນລາຍຊື່ຜູ້ບໍລິຫານລະບົບທີ່ຖຶກດັດແກ້ ສຳຫຼັບຂໍ້ມູນຫຼ້າສຸດ ເບິ່ງທີ່ ລາຍຊື່ຜູ້ບໍລິຫານ
ຊື່ຜູ້ໃຊ້ ສິດແຕ່ງຕັ້ງ ຜູ້ພັດທະນາ ເຂົ້າຮ່ວມ ໝາຍເຫດ
ຜູ້ດູແລປັດຈຸບັນ
Tuinui (ສົນທະນາ · ປະກອບສ່ວນ) ບໍ່ມີຂໍ້ມູນ
ຜູ້ດູແລສະເພາະກິດ ຈາກວິກິມີເດຍ ບໍ່ໄດ້ເຮັດໜ້າທີ່ດູແລວິກິພີເດີຍລາວໂດຍກົງ
Waerth (ສົນທະນາ · ປະກອບສ່ວນ) ບໍ່ມີຂໍ້ມູນ
Drini (ສົນທະນາ · ປະກອບສ່ວນ) ບໍ່ມີຂໍ້ມູນ ຈາກ ວິກິມີເດຍ ຊ່ວຍບລ໊ອກ ສະແປມ
ລະດັບຂັ້ນຜູ້ໃຊ້ໃນວິກິພີເດຍ
ບັອດ | ຜູ້ໃຊ້ | ຜູ້ດູແລລະບົບ | ຜູ້ດູແລລະບົບອິນເຕີເຟສ | ຜູ້ດູແລລະບົບສິດທິແຕ່ງຕັ້ງ | ຜູ້ກວດ​ສອບ​ຜູ້​ໃຊ້​ | ຜູ້ຄວບຄຸມປະຫວັດ | ຜູ້ດູແລໂຄງການ | ອື່ນໆ