ພະເຈົ້າເອດູອາກທີ 3 ແຫ່ງອັງກິດ: Difference between revisions

ຈາກ ວິກິພີເດຍ
Content deleted Content added
ໜ້າໃໝ່: '''ພະເຈົ້າເອດູອາກທີ 3 ແຫ່ງອັງກິດ''' ({{lang-en|Edward III of England}}, {{lang-fr|Édouard III d'Angleterre}}; 13 ພະ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 18:37, 24 ສິງຫາ 2013

ພະເຈົ້າເອດູອາກທີ 3 ແຫ່ງອັງກິດ (ອັງກິດ: Edward III of England, ຝຣັ່ງ: Édouard III d'Angleterre; 13 ພະຈິກ ຄ.ສ. 131221 ມິຖຸນາ ຄ.ສ. 1377) ຊົງເປັນກະສັດແຫ່ງລາຊະວົງແພນທາເຈເນັດຂອງລາຊະອານາຈັກອັງກິດລະຫວ່າງປີ ຄ.ສ. 1327 ຫາປີ ຄ.ສ. 1377. ພະອົງນັບເປັນກະສັດອັງກິດຜູ້ປະສົບຄວາມສຳເລັດທີ່ສຸດພະອົງໜຶ່ງໃນຍຸກກາງ ໂດຍຊົງຟື້ນຟູຄວາມໝັ້ນຄົງຂອງລາຊະບັນລັງຫຼັງຈາກທີ່ເສື່ອມໂຊມລົງໄປຫຼາຍໃນລັດຊະສະໄໝຂອງພະລາຊະບິດາ ພະເຈົ້າເອັດເວີດທີ 2 ແລະຊົງເປັນຜູ້ທີ່ເຮັດໃຫ້ລາຊະອານາຈັກອັງກິດເປັນລັດອັນມີອຳນາດທາງທະຫານຫຼາຍທີ່ສຸດໃນເອີລົບ ແລະເປັນລັດຊະສະໄໝທີ່ມີການວິວັດທະນາການທາງການປົກຄອງທາງນິຕິບັນຫຍັດ ໂດຍສະເພາະຢ່າງຍິ່ງ ການວິວັດທະນາການຂອງລະບົບລັດຖະສະພາ. ແຕ່ໃນສະໄໝດຽວກັນນີ້ພະອົງກໍຊົງຕ້ອງຜະເຊີນກັບຄວາມຫາຍະນະຈາກກາລະໂລກລະບາດໃນເອີລົບ. ພະເຈົ້າເອັດເວີດຊົງຄອງລາດເປັນເວລາດົນນານເຖິງ 50 ປີເຊິ່ງບໍ່ມີພະເຈົ້າແຜ່ນດິນອົງໃດທີ່ຄອງລາດດົນນານເຊັ່ນນັ້ນຕັ້ງແຕ່ລັດຊະສະໄໝຂອງພະເຈົ້າເຮນລີ້ທີ 2 ແລະຕໍ່ຈາກນັ້ນກໍບໍ່ມີພະອົງໃດຈົນມາເຖິງລັດຊະສະໄໝຂອງພະເຈົ້າຈອດທີ 3 ໃນຖານະກະສັດແຫ່ງສະຫະລາຊະອານາຈັກ.

ພະເຈົ້າເອັດເວີດສະເດັດຂຶ້ນຄອງລາດເມື່ອພະຊົນມາຍຸໄດ້ພຽງ 14 ພັນສາ ຫຼັງຈາກທີ່ພະເຈົ້າເອັດເວີດທີ 2 ພະລາຊະບິດາ ຊົງຖືກຖອດຈາກການເປັນກະສັດ. ເມື່ອພະຊົນມາຍຸໄດ້ 17 ພັນສາ ພະອົງກໍຊົງເປັນຜູ້ນຳໃນລັດຖະປະຫານໂຄ່ນລົ້ມໂລເຈີ້ ມໍຕິເມີ້ ເອີນແຫ່ງມາດທີ 1 ຜູ້ເປັນຜູ້ສຳເລັດລາຊະການແທນພະອົງ ແລະຊົງເລີ່ມຄອງລາດດ້ວຍພະອົງຜູ້ດຽວ. ຫຼັງຈາກທີ່ຊົງໄດ້ຮັບໄຊຊະນະຕໍ່ລາຊະອານາຈັກສະກັອດແລນ ກໍຊົງປ່າວປະກາດອ້າງສິດຂອງພະອົງວ່າເປັນຜູ້ສືບທອດອັນຊອບທຳຕໍ່ລາຊະບັນລັງຝະລັ່ງເສດໃນປີ ຄ.ສ. 1340 ອັນເປັນຈຸດເລີ່ມຕົ້ນຂອງສົງຄາມເຊິ່ງເອີ້ນກັນວ່າ ສົງຄາມຮ້ອຍປີ. ຫຼັງຈາກທີ່ພ່ຽງພ້ຳໃນໄລຍະທຳອິດຂອງສົງຄາມ ສະຖານະການກໍດີຂຶ້ນຫຼາຍສຳລັບຝ່າຢອັງກິດ. ໄຊຊະນະທີ່ເຄຊີແລະປົວຕິເຢເຮັດໃຫ້ອັງກິດໄດ້ຮັບຜົນປະໂຫຍດເປັນຢ່າງຫຼາຍຈາກສົນທິສັນຍາເບທິຍີ (Treaty of Brétigny) ແຕ່ຕອນປາຍລັດຊະສະໄໝ ກໍຊົງປະສົບກັບຄວາມລົ້ມເຫຼວໃນກິຈະການລະຫວ່າງປະເທດແລະການເມືອງພາຍໃນ ເຊິ່ງສ່ວນໃຫຍ່ແມ່ນຍ້ອນຄວາມເສື່ອຍຊາແລະພະສຸຂະພາບພານາໄມອັນຊຸດໂຊມລົງຢ່າງຫຼາຍ.

ພະເຈົ້າເອັດເວີດມີພະອາລົມຮ້າຍແຕ່ກໍຊົງເປັນຜູ້ມີຄວາມກະລຸນາເປັນອັນຫຼາຍເຊັ່ນກັນ. ຊົງເປັນກະສັດຕາມສະໄໝແມ່ນຊົງມີຄວາມສົນພະໄທທາງທະຫານແລະຊົງເປັນກະສັດທີ່ເປັນທີ່ຍົກຍ້ອງເປັນເວລາຫຼາຍຮ້ອຍປີຕໍ່ມາ ແມ້ນວ່າຕໍ່ມາຈະຊົງຖືກປະນາມວ່າເປັນນັກຜະຈົນໄພຜູ້ໄຮັຄວາມຮັບຜິດຊອບໂດຍນັກປະວັດຕິສາດວິກ ແຕ່ພາບພົດຂອງພະອົງກໍປ່ຽນແປງໄປໃນທາງດີອີກເທື່ອໃນປັດຈຸບັນ.[1]

ອ້າງອີງ

  1. Mortimer, The Perfect King - The Life of Edward III, Father of the English Nation, 1.