'''ນາຍົກລັດຖະມົນຕີ'''{{spaces}}(ຄຳເຄົ້າ: ນາຍົກຣັຖມົນຕຣີ<ref>ສົມຈິຕ ພັນລັກ. (2012) ''ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ''. ສົມມະນາ ການພິມ ສປປ ລາວ.</ref>) ແມ່ນ ລັດຖະມົນຕີທີ່ມີຕຳແໜ່ງສູງສຸດ ໃນ [[ຄະນະລັດຖະບານ]] ຫຼື [[ສະພາລັດຖະມົນຕີ]]. ເປັນ ຫົວໜ້າ[[ອົງການບໍລິຫານ]] ເຊິ່ງແມ່ນ ໜຶ່ງໃນ[[ສາມອຳນາດລັດ]] ຄື [[ອຳນາດນິຕິບັນຍັດ]], [[ອຳນາດຕຸລາການ]] ແລະ [[ອຳນາດບໍລິຫານ]].
ຫ້ອງການຂອງນາຍຍົກເອີ້ນວ່າ: [[ສຳນັກງານນາຍຍົກ]]
==ອ້າງອີງ==
<references/>
== ພາລະບົດບາດ, ສິດ ແລະໜ້າທີ່ຂອງນາຍົກລັດຖະມົນຕີ ຕາມລະບົບຂອງ ສປປລາວ ໃນປັດຈຸບັນ ==
'''ພາລະບົດບາດຂອງນາຍົກລັດຖະມົນຕີ'''
ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ, ຊີ້ນຳ ແລະອຳນວຍຄວບຄຸມການເຄື່ອນໄຫວວຽກ ງານຂອງລັດຖະບານ ແລະອົງການປົກຄອງທ້ອງຖິ່ນ.
'''ສິດ ແລະໜ້າທີ່ຂອງນາຍົກລັດຖະມົນຕີ'''
ນາຍົກລັດຖະມົນຕີ ມີສິດ ແລະໜ້າທີ່ດັ່ງນີ້ :
1. ຮຽກໂຮມ ແລະເປັນປະທານກອງປະຊຸມລັດຖະບານ;
2. ຊີ້ນຳ ແລະອຳນວຍຄວບຄຸມວຽກງານຂອງລັດຖະບານ, ກວດກາການປະຕິ ບັດມະຕິຂອງ ສະພາແຫ່ງຊາດ, ມະຕິຂອງກອງປະຊຸມລັດຖະບານ ແລະການເຄື່ອນໄຫວວຽກງານຂອງ ກະຊວງ, ອົງການທຽບເທົ່າກະຊວງ, ແຂວງ, ນະ ຄອນ ແລະອົງການອື່ນໆ ທີ່ຂຶ້ນກັບລັດ ຖະບານ;
3. ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວ ໜ້າອົງການທຽບເທົ່າກະຊວງ ຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ;
4. ສະເໜີປະທານປະເທດແຕ່ງຕັ້ງຜູ້ຕາງໜ້າທີ່ມີອຳນາດເຕັມຂອງສາທາລະນະ ລັດປະຊາທິ ປະໄຕ ປະຊາຊົນລາວ ໄປປະຈຳ ຢູ່ຕ່າງປະເທດ ຫລືຮຽກຄືນ;
5. ສະເໜີປະທານປະເທດແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງເຈົ້າແຂວງ, ເຈົ້າ ຄອງນະຄອນ ແລະສະເໜີເລື່ອນຊັ້ນ ຫລືປົດຊັ້ນນາຍພົນຢູ່ໃນກຳລັງປ້ອງກັນຊາດOປ້ອງກັນຄວາມສະ ຫງົບ;
6. ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງລັດຖະມົນຕີຊ່ວຍວ່າການກະຊວງ, ລັດຖະ ມົນຕີຊ່ວຍ ປະຈຳສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຫົວໜ້າ ແລະ ຮອງຫົວໜ້າທະບວງ, ຫົວໜ້າກົມ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນ, ເຈົ້າເມືອງ, ຫົວໜ້າເທດສະບານ, ຫົວໜ້າອົງການທີ່ຂື້ນກັບລັດຖະບານ ແລະຕຳແໜ່ງທຽບເທົ່າອື່ນໆ;
7. ເລື່ອນຊັ້ນ ຫລືປົດຊັ້ນພັນເອກຢູ່ໃນກຳລັງປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ;
8. ອອກດຳລັດ, ຂໍ້ຕົກລົງ, ຄຳສັ່ງ ແລະຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ນະໂຍບາຍ, ລະບຽບກົດໝາຍ ແລະແຜນການຂອງລັດຖະບານ; ອອກດຳລັດ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ, ອົງການທຽບເທົ່າກະຊວງ, ທະບວງ ແລະອົງການປົກຄອງ ທ້ອງຖິ່ນ;
9. ລາຍງານປະຈຳປີ ກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານຕໍ່ສະພາແຫ່ງ ຊາດ, ຄະນະ ປະຈຳສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງ ປະຊຸມ ແລະລາຍງານ ຕໍ່ປະທານປະເທດ;
10. ມອບສິດ ແລະໜ້າທີ່ໃຫ້ຮອງນາຍົກລັດຖະມົນຕີທ່ານໃດທ່ານໜຶ່ງວ່າການແທນໃນເວລາ ຕິດຂັດ;
11. ລາອອກຈາກຕຳແໜ່ງເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດ ຜົນທາງດ້ານ ສຸຂະພາບ ຫລືດ້ວຍເຫດຜົນອື່ນໆ;
12. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ລະບຽບກົດ ໝາຍ.
'''ການແຕ່ງຕັ້ງນາຍົກລັດຖະມົນຕີ'''
ນາຍົກລັດຖະມົນຕີ ຖືກແຕ່ງຕັ້ງ ຫລືປົດຕຳແໜ່ງ ໂດຍປະທານປະເທດພາຍຫລັງທີ່ສະພາແຫ່ງ ຊາດໄດ້ຮັບຮອງເອົາແລ້ວ.
'''ພາລະບົດບາດຂອງຮອງນາຍົກລັດຖະມົນຕີ'''
ຮອງນາຍົກລັດຖະມົນຕີ ມີພາລະບົດບາດເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີໃນການນຳພາ, ອຳນວຍຄວບຄຸມວຽກງານລວມຂອງລັດຖະບານ, ຮັບຜິດຊອບວຽກງານໃດ ໜຶ່ງ ຕາມການມອບໝາຍຂອງ ນາຍົກລັດຖະມົນຕີ. ເມື່ອນາຍົກລັດຖະມົນຕີຕິດຂັດແມ່ນຮອງນາຍົກລັດຖະມົນຕີ ຜູ້ທີ່ໄດ້ຮັບມອບໝາຍເປັນ ຜູ້ວ່າການແທນ.
ຮອງນາຍົກລັດຖະມົນຕີ ມີສິດລາອອກຈາກຕຳແໜ່ງ ເມື່ອເຫັນວ່າຕົນບໍ່ສາມາດ ປະຕິບັດໜ້າທີ່ ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບ ຫລືດ້ວຍເຫດຜົນອື່ນໆ.
'''ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ'''
ຮອງນາຍົກລັດຖະມົນຕີຖືກແຕ່ງຕັ້ງ ຫລືປົດຕຳແໜ່ງໂດຍປະທານປະເທດ ພາຍຫລັງທີ່ສະພາ ແຫ່ງຊາດໄດ້ຮັບຮອງເອົາແລ້ວ.
== ນາຍົກລັດຖະມົນຕີຂອງລັດຖະບານຕ່າງໆຢູ່ລາວ ແຕ່ ປີ 1945 ==
:[[ພະຍາ ຄຳມ້າວ ວິໄລ]] (12 ຕຸລາ 1945) (ລັດຖຸະບານຊົ່ວຄາວ)
:[[ເຈົ້າ ສຸວັນນະລາດ]] (10 ກໍລະກົດ 1947)
:[[ເຈົ້າ ບຸນອຸ້ມ]] (4 ມັງກອນ 1948)
:[[ທ່ານ ຜູຍ ຊະນະນິກອນ]] (28 ກຸມພາ 1950)
:[[ສະເດັດ ເຈົ້າ ສຸພານຸວົງ]] (13 ສິງຫາ 1950) (ລັດຖະບານລາວອິດສະຫຼະ)
:[[ເຈົ້າ ສຸວັນນະພູມາ]] (23 ທັນວາ 1950)
:[[ທ່ານ ກະຕ່າຍ ໂດນສະໂສລິດ]] (27 ພະຈິກ 1954)
:[[ເຈົ້າ ສຸວັນນະພູມາ]] (21 ມີນາ 1956)
:[[ທ່ານ ຜູຍ ຊະນະນິກອນ]] (18 ສິງຫາ 1958)
:[[ທ່ານ ກຸອະໄພ]] (6 ມີນາ 1960)
:[[ທ່ານ ສົມສະໜິດ]] (6 ມີນາ 1960)
:[[ເຈົ້າ ສຸວັນນະພູມາ]] (31 ສິງຫາ 1960)
:[[ເຈົ້າ ບຸນອຸ້ມ]] (14 ທັນວາ 1960) (ລັດຖະບານຕັ້ງແຍກຢູ່ສະຫວັນນະເຂດ)
:[[ເຈົ້າ ສຸວັນນະພູມາ]] 23 ມີຖຸນາ 1962
:[[ທ່ານ ໄກສອນ ພົມວິຫານ]] (2 ທັນວາ 1975)
:[[ທ່ານ ຄຳໄຕ ສີພັນດອນ]] (1992)
:[[ທ່ານ ສີສະຫວາດ ແກ້ວບຸນພັນ]] (1998)
:[[ທ່ານ ບຸນຍັງ ວໍລະຈິດ]] (2001)
:[[ທ່ານ ບົວສອນ ບຸບຜາວັນ]] (8 ມີຖຸນາ 2006)
:[[ທ່ານ ທອງສິງ ທຳມະວົງ]] ( ມີນາ 2011)
[[ໝວດ:ການປົກຄອງ]]
[[ໝວດ:ການເມືອງ]]
|