Externality: Difference between revisions

ຈາກ ວິກິພີເດຍ
Content deleted Content added
ຜົນກະທົບພາຍນອກ ຫລື Externality
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 10:15, 13 ພຶດສະພາ 2012

ຜົນກະທົບພາຍນອກ (ຂຽນເປັນພາສາອັງກິດວ່າ: Externality ຫລື spillover) ສາຂາເສດຖະສາດ ອະທິບາຍວ່າ: ຜົນກະທົບພາຍນອກ ແມ່ນຜົນກະທົບຕໍ່ບຸກຄົນ ຫລື ນິຕິບຸກຄົນ ທີ່ບ່ໍມີສ່ວນກ່ຽວຂ້ອງໂດຍກົງ ກັບວຽກງານທາງດ້ານເສດຖະກິດ.

ຜົນກະທົບພາຍໃນ ທີ່ກໍ່ໃຫ້ເກີດປະໂຫຍດ ເອີ້ນວ່າ ຜົນກະທົບພາຍນອກດ້ານບວກ (Positive Externality ຫລື External Benefit) ຕົວຢ່າງ: ການສ້າງອ່າງເກັບນ້ຳເປື້ອນນ ຈະກໍ່ໃຫ້ເກີດຜົນກະທົບດ້ານບວກແກ່ບ້ານອ້ອມຂ້າງ

ສ່ວນຜົນກະທົບພາຍໃນ ທີ່ກໍ່ໃຫ້ເກີດຜົນເສຍຫາຍນັ້ນ ເອ້ີນວ່າ ຜົນກະທົບພາຍນອກດ້ານລົບ (Negative Externality ຫລື External Cost) ຕົວຢ່າງ: ໂຮງງານ(ພາຍໃນ)ສ້າງກໍ່ໃຫ້ເກີດມົນພະລິດຕໍ່ຊຸມຊົນ (ທີ່ຢູນອກໂຮງງານ)

ຕົ້ນທຶນ ຫລື ປະໂຫຍດຕໍ່ສັງຄົມ ທີ່ເກີດຈາກຜົນກະທົບພາຍນອກ ບໍ່ຄ່ອຍຖືກຄຳນວນເປັນຕົ້ນທຶນສິນຄ້າ ຫລື ການບໍລິການ ຈຶ່ງເຮັດໃຫ້ລາຄາສິນຄ້າ ແລະ ການບໍລິການ ມີຄ່າສູງ ຫລື ຕ່ຳຫລາຍເກີນໄປ ສົ່ງຜົນໃຫ້ກົນໄກ ຕະຫລາດໃນປັດຈຸບັນ ຍັງບໍ່ສະທ້ອນເຖິງຜົນກະທົບຕໍ່ສັງຄົມ ຫລື ສິ່ງແວດລ້ອມທົ່ວໄປ.

ແປ ແລະ ຮຽບຮຽງໂດຍ: ທ. ທອງສັມລິດ ອ່ອນມະນີສອນ