ວັດແສນສຸກຂາຣາມ: Difference between revisions

ຈາກ ວິກິພີເດຍ
Content deleted Content added
ໜ້າໃໝ່: ສ້າງຂຶ້ນ ໃນຄິດສະຕະວັດທີ 15 ກົງກັບລາຊະສະໄໝ ຂອງພະເຈົ້າກິ່ງກິດວະລາ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 09:04, 26 ມິຖຸນາ 2011

ສ້າງຂຶ້ນ ໃນຄິດສະຕະວັດທີ 15 ກົງກັບລາຊະສະໄໝ ຂອງພະເຈົ້າກິ່ງກິດວະລາດ ຕາມປະຫວັດສາດເລົ່າກັນວ່າຊື່ຂອງວັດມາຈາກເງີນຈຳນວນ 100,000ກີບ ທີ່ມີຜູ້ບໍລິຈາກໃຫ້ເປັນທຸນໃນການກໍ່ສ້າງ ເປັນວັດເກົ່າແກ່ທີ່ຖືກສ້າງຂຶ້ນພາຍຫລັງ ນະຄອນຫລວງພະບາງແຍກອອກ ຈາກນະຄອນວຽງຈັນ ເປັນອີກອານາຈັກໜຶ່ງ ກ່ອນໜ້ານັ້ນບໍລິເວນທີ່ສ້າງວັດແສນມີວັດເກົ່າຢູ່ກ່ອນ ສິ່ງທຳອິດເມື່ອມາເຖິງ ຄືການໄປຊົມພຣະພຸດທະຮູບຍືນອົງໃຫຍ່ ຊຶ່ງຖືວ່າເປັນພະພຸດທະຮູບຍືນອົງດຽວ ໃນຫລວງພະບາງ ມີໜ້າຕາທີ່ງົດງາມຜ່ອງແຜ້ວ ຂ້າງຫໍພະຍືນມີຫໍຮອຍພະພຸດທະບາດຈຳລອງ ສ່ວນພຣະອຸໂປສົດເບິ່ງວິຈິດຕະການຕາເຕັມໄປດ້ວຍການຂຽນພາບສີທອງລົງເທິງພື້ນສີແດງພາຍໃນ ຕົບແຕ່ງປະດັບປະດາຢ່າງງົດງາມ ພະປະທານຂອງວັດມີຊື່ວ່າ “ພະອົງຫລວງ” ມີລັກສະນະງົດງາມອ່ອນຊ້ອຍ ວັດແສນໄດ້ຮັບການບູລະນະ 2 ຄັ້ງ ເທື່ອທຳອິດເມື່ອ ປີ ຄ.ສ.1932 ເທື່ອທີ່ສອງເມື່ອ ປີ ຄ.ສ 1957 ສ່ວນການປະດັບລວດລາຍປິດທອງທີ່ສວຍງາມນັ້ນ ບູລະນະເມື່ອຄິດສະຕະວັດທີ 20 ໂດຍຊ່າງໃນວັງຫລວງຂອງຫລວງພະບາງ.