ນາຍົກລັດຖະມົນຕີ: Difference between revisions

ຈາກ ວິກິພີເດຍ
Content deleted Content added
ໂຣບົດ ພວມເພີ່ມ: zh-yue:總理
ໂຣບົດ ພວມເພີ່ມ: ht:Jean-Max Bellerive
ແຖວ 117: ແຖວ 117:
[[hi:प्रधानमन्त्री]]
[[hi:प्रधानमन्त्री]]
[[hr:Predsjednik vlade]]
[[hr:Predsjednik vlade]]
[[ht:Jean-Max Bellerive]]
[[hu:Miniszterelnök]]
[[hu:Miniszterelnök]]
[[id:Perdana menteri]]
[[id:Perdana menteri]]

ລຸ້ນແກ້ໄຂເກົ່າເມື່ອ 21:02, 14 ມັງກອນ 2010

ນາຍົກລັດຖະມົນຕີ ແມ່ນ ລັດຖະມົນຕີທີ່ມີຕຳແໜ່ງສູງສຸດ ໃນ ຄະນະລັດຖະບານ ຫຼື ສະພາລັດຖະມົນຕີ. ເປັນ ຫົວໜ້າອົງການບໍລິຫານ ເຊິ່ງແມ່ນ ໜຶ່ງໃນສາມອຳນາດລັດ ຄື ອຳນາດນິຕິບັນຍັດ, ອຳນາດຕຸລາການ ແລະ ອຳນາດບໍລິຫານ.


ຫ້ອງການຂອງນາຍຍົກເອີ້ນວ່າ: ສຳນັກງານນາຍຍົກ



ພາລະບົດບາດ, ສິດ ແລະໜ້າທີ່ຂອງນາ​ຍົກລັດຖະມົນຕີ ຕາມລະບົບຂອງ ສປປລາວ ໃນປັດຈຸບັນ

ມາດຕາ 11( ​ໃໝ່ ). ພາລະບົດບາດຂອງນາຍົກລັດຖະມົນຕີ

ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ, ຊີ້ນຳ ​ແລະອຳນວຍຄວບຄຸມການເຄື່ອນໄຫວວຽກ ງານຂອງລັດຖະບານ ແລະອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ.

ມາດຕາ 12( ​ໃໝ່ ). ສິດ ແລະໜ້າທີ່ຂອງນາຍົກລັດຖະມົນຕີ

ນາຍົກລັດຖະມົນຕີ ມີສິດ ແລະໜ້າທີ່ດັ່ງນີ້ :

1. ຮຽກໂຮມ ແລະເປັນປະທານກອງປະຊຸມລັດຖະບານ;

2. ຊີ້ນຳ ​​ແລະອຳນວຍ​ຄວບ​ຄຸມ​ວຽກ​ງານ​ຂອງລັດຖະບານ, ກວດກາການປະຕິ ບັດມະຕິຂອງ ສະພາ​ແຫ່ງ​ຊາດ, ມະຕິ​ຂອງກອງປະຊຸມລັດຖະບານ ​ແລະການເຄື່ອນໄຫວວຽກງານຂອງ ກະຊວງ, ອົງ​ການທຽບເທົ່າກະຊວງ, ແຂວງ, ນະ ຄອນ ​ແລະອົງການອື່ນໆ ທີ່ຂຶ້ນ​ກັບ​ລັດ ຖະບານ;

3. ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການກະ ຊວງ, ລັດຖະມົນຕີ​ປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນຕີ, ຫົວ ໜ້າອົງ​ການທຽບເທົ່າກະຊວງ ຕໍ່​ສະພາ​ແຫ່ງ​ຊາດ ​​ເພື່ອພິຈາລະນາ​ຮັບຮອງ​ເອົາ;

4. ສະ​ເໜີປະທານ​ປະ​ເທດ​ແຕ່ງ​ຕັ້ງຜູ້​ຕາງໜ້າທີ່​ມີ​ອຳນາດເຕັມຂອງສາທາລະນະ ລັດປະຊາທິ ປະໄຕ ປະຊາຊົນ​ລາວ ໄປປະຈຳ ຢູ່ຕ່າງປະເທດ ຫລືຮຽກ​ຄື​ນ;

5. ສະ​ເໜີ​​ປະທານ​ປະ​ເທດແຕ່ງ​ຕັ້ງ, ຍົກ​ຍ້າຍ ຫລືປົດ​ຕຳ​ແໜ່ງເຈົ້າ​ແຂ​ວງ, ​ເຈົ້າ ຄອງ​ນະ​ຄອນ ແລະສະເໜີເລື່ອນຊັ້ນ ຫລືປົດ​ຊັ້ນນາຍ​ພົນ​ຢູ່​ໃນ​ກຳລັງ​ປ້ອງກັນ​ຊາດOປ້ອງກັນຄວາມສະ ຫງົບ;

6. ແຕ່ງຕັ້ງ, ຍົກຍ້າຍ ຫລືປົດ​ຕຳ​ແໜ່ງລັດຖະມົນຕີ​ຊ່ວຍ​ວ່າ​ການກະຊວງ, ລັດຖະ ມົນຕີ​ຊ່ວຍ ປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນຕີ, ຮອງຫົວໜ້າ​ອົງ​ການ​ທຽບ​ເທົ່າ​ກະຊວງ, ຫົວໜ້າ ​ແລະ ຮອງຫົວໜ້າທະບວງ, ຫົວໜ້າກົມ, ​ຮອງ​ເຈົ້າ​ແຂ​ວງ, ຮອງ​ເຈົ້າ​ຄອງ​ນະຄອນ, ​ເຈົ້າ​ເມືອງ, ຫົວໜ້າ​ເທດສະບານ, ຫົວໜ້າອົງ​ການ​ທີ່​ຂື້ນ​ກັບ​ລັດຖະບານ ແລະຕຳ​ແໜ່ງທຽບ​ເທົ່າ​ອື່ນໆ;

7. ເລື່ອນຊັ້ນ ຫລືປົດຊັ້ນພັນເອກຢູ່ໃນກຳລັງປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ;

8. ອອກດຳລັດ, ຂໍ້​ຕົກລົງ, ຄຳສັ່ງ ແລະຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ນະໂຍບາຍ, ລະບຽບກົດໝາຍ ແລະແຜນການຂອງລັດຖະບານ; ອອກ​ດຳລັດ ກ່ຽວ​ກັບການ​ຈັດຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງກະຊວງ, ອົງ​ການ​ທຽບ​ເທົ່າ​ກະຊວງ, ທະບວງ ​ແລະອົງ​ການ​ປົກ​ຄອງ​ ທ້ອງ​ຖິ່ນ;

9. ລາຍງານປະຈຳປີ ກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານຕໍ່ສະພາແຫ່ງ ຊາດ, ຄະນະ ​ປະຈຳ​ສະພາ​ແຫ່ງ​ຊາດ​ໃນ​ເວລາ​ທີ່​ສະພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີດ​ກອງ​ ປະຊຸມ ແລະລາຍ​ງານ ຕໍ່ປະທານປະເທດ;

10. ມອບສິດ ແລະໜ້າທີ່ໃຫ້ຮອງນາຍົກລັດຖະມົນຕີທ່ານ​ໃດ​ທ່ານໜຶ່ງ​ວ່າ​ການ​ແທນໃນເວລາ ຕິດຂັດ;

11. ລາອອກຈາກຕຳ​ແໜ່ງເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດ ຜົນທາງດ້ານ ສຸຂະພາບ ຫລືດ້ວຍເຫດຜົນອື່ນໆ;

12. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳ​ມະນູນ ແລະ ລະບຽບກົດ ໝາຍ.


ມາດຕາ 13( ​ໃໝ່ ). ການແຕ່ງຕັ້ງນາຍົກລັດຖະມົນຕີ

​ ນາຍົກລັດຖະມົນຕີ ຖືກແຕ່ງຕັ້ງ ຫລືປົດ​ຕຳ​ແໜ່ງ ​ໂດຍປະທານ​ປະ​ເທດ​ພາຍ​ຫລັງ​ທີ່​ສະພາ​ແຫ່ງ ​ຊາດ​ໄດ້ຮັບຮອງ​ເອົາ​ແລ້ວ.


ມາດຕາ 14( ​ໃໝ່ ). ພາລະ​ບົດ​ບາດຂອງຮອງນາຍົກລັດຖະມົນຕີ

ຮອງນາຍົກລັດຖະມົນຕີ ມີ​ພາລະ​ບົດບາດ​ເປັນ​ຜູ້​ຊ່ວຍ​ວຽກນາຍົກລັດຖະມົນຕີ​ໃນ​ການ​ນຳ​ພາ, ອຳນວຍ​ຄວບ​ຄຸມ​ວຽກ​ງານ​ລວມຂອງ​ລັດຖະບານ, ຮັບ​ຜິດ​ຊອບ​ວຽກ​ງານໃດ ໜຶ່ງ ຕາມ​ການ​ມອບໝາຍຂອງ ​ນາຍົກລັດ​ຖະມົນຕີ. ເມື່ອນາຍົກລັດຖະມົນຕີຕິດ​ຂັດ​ແມ່ນ​ຮອງນາຍົກລັດຖະມົນຕີ ຜູ້ທີ່ໄດ້ຮັບມອບໝາຍ​ເປັນ ​ຜູ້ວ່າ​ການ​ແທນ.

ຮອງນາຍົກລັດຖະມົນຕີ ມີສິດລາອອກຈາກຕຳ​ແໜ່ງ ເມື່ອເຫັນວ່າຕົນບໍ່ສາມາດ ປະຕິບັດໜ້າທີ່ ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບ ຫລືດ້ວຍເຫດຜົນອື່ນໆ.


ມາດຕາ 15 ( ​ໃໝ່ ). ການແຕ່ງຕັ້ງ​​ຮອງ​ນາຍົກ​ລັດຖະມົນຕີ

ຮອງ​ນາຍົກ​ລັດຖະມົນຕີຖືກ​ແຕ່ງຕັ້ງ ຫລືປົດຕຳແໜ່ງໂດຍ​ປະທານ​ປະ​ເທດ ພາຍ​ຫລັງ​ທີ່​ສະ​ພາ ​ແຫ່ງ​ຊາດ​​​ໄດ້ຮັບຮອງ​​ເອົາ​ແລ້ວ​.


ນາຍົກລັດຖະມົນຕີຂອງລັດຖະບານຕ່າງໆຢູ່ລາວ ແຕ່ ປີ 1945

ພະຍາ ຄຳມ້າວ ວິໄລ (12 ຕຸລາ 1945) (ລັດຖຸະບານຊົ່ວຄາວ)
ເຈົ້າ ສຸວັນນະລາດ (10 ກໍລະກົດ 1947)
ເຈົ້າ ບຸນອຸ້ມ (4 ມັງກອນ 1948)
ທ່ານ ຜູຍ ຊະນະນິກອນ (28 ກຸມພາ 1950)
ສະເດັດ ເຈົ້າ ສຸພານຸວົງ (13 ສິງຫາ 1950) (ລັດຖະບານລາວອິດສະຫຼະ)
ເຈົ້າ ສຸວັນນະພູມາ (23 ທັນວາ 1950)
ທ່ານ ກະຕ່າຍ ໂດນສະໂສລິດ (27​ ພະຈິກ 1954)
ເຈົ້າ ສຸວັນນະພູມາ (21 ມີນາ 1956)
ທ່ານ ຜູຍ ຊະນະນິກອນ (18 ສິງຫາ 1958)
ທ່ານ ກຸອະໄພ (6 ມີນາ 1960)
ທ່ານ ສົມສະໜິດ (6 ມີນາ 1960)
ເຈົ້າ ສຸວັນນະພູມາ (31 ສິງຫາ 1960)
ເຈົ້າ ບຸນອຸ້ມ (14 ທັນວາ 1960) (ລັດຖະບານຕັ້ງແຍກຢູ່ສະຫວັນນະເຂດ)
ເຈົ້າ ສຸວັນນະພູມາ 23 ມີຖຸນາ 1962
ທ່ານ ໄກສອນ ພົມວິຫານ (2 ທັນວາ 1975)
ທ່ານ ຄຳໄຕ ສີພັນດອນ (1992)
ທ່ານ ສີສະຫວາດ ແກ້ວບຸນພັນ (1998)
ທ່ານ ບຸນຍັງ ວໍລະຈິດ (2001)
ທ່ານ ບົວສອນ ບຸບຜາວັນ (8 ມີຖຸນາ 2006)