ພິພິທະພັນວຽງຈັນສິນລະປະຮ່ວມສະໄໝ
ພິພິທະພັນວຽງຈັນສິນລະປະຮ່ວມສະໄໝ (ອັງກິດ: Vientiane Museum of Contemporary Arts) ເປັນຫໍພິພິທະພັນສິລະປະສ່ວນຕົວ ຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ປະເທດລາວ[1]
ສະຖານທີ່ນີ້ແມ່ນພິພິທະພັນສິນລະປະຮ່ວມສະໄໝ ພິພິທະພັນແຫ່ງນີ້ ນຳເອົາເສດໄມ້, ຊາກຕໍໄມ້, ຮາກເຫງົ້າຂອງຕົ້ນໄມ້ໃຫຍ່ ທີ່ບໍ່ທັນມີມູນຄ່າ ນຳມາຂວັດແກະສະຫຼັກ ແລະ ປຸງແຕ່ງຄືນໃໝ່ ໃຫ້ມີຮູບຊົງ, ມີລວດລາຍ ແລະ ສີສັນ ທີ່ງົດງາມ ຕາມຈິນຕະນາການຂອງຊ່າງແກະສະຫຼັກ ແລະ ຜູ້ຂວັດລາຍ ແຕ່ກໍຄົງໄວ້ມູນເຄົ້າເດີມຂອງຮາກໄມ້ແຕ່ລະຊະນິດທີ່ນຳມາປະດິດ. ນອກນີ້ພາຍໃນພິພິທະພັນ ຍັງມີຮູບພາບປະຫວັດສາດ, ວິຖີການດຳລົງຊີວິດ ແລະ ລວດລາຍອື່ນໆ ທີ່ນາຍຊ່າງ, ນັກຈິດຕະກອນໄດ້ວາດແຕ້ມລວດລາຍລົງແຜ່ນໄມ້ຂະໜາດໃຫຍ່ ເພື່ອຊົງຈຳໄວ້ໃຫ້ເປັນງານສິລະປະເທິງແຜ່ນໄມ້ ເກີດເປັນມູນຄ່າ ແລະ ເປັນເອກະລັກສະເພາະຂອງລາວ[2]
ຫໍວາງສະແດງໄດ້ສະແດງຜົນງານຂອງນັກສິລະປິນໃນພາກພື້ນເປັນປະຈຳ ສະແດງໃຫ້ເຫັນຮີດຄອງປະເພນີ ການປ່ຽນແປງຂອງສັງຄົມ ແລະ ການປະດິດສ້າງດ້ານສິລະປະຂອງສັງຄົມລາວ
ຫໍພິພິທະພັນໄດ້ເກັບຮັກສາຊຸດສິລະປະການຕ່ຳແຜ່ນແພພື້ນເມືອງທີ່ສະແດງໃຫ້ເຫັນເຖິງເຕັກນິກການຖັກແສ່ວອັນຊັບຊ້ອນທີ່ສືບທອດກັນມາແຕ່ລຸ້ນຄົນໃນລາວ
ພິພິທະພັນຕັ້ງຢູ່ໃກ້ກັບສະຖານີລົດເມໃຕ້ ເປີດວັນຈັນເຖິງວັນເສົາຈາກ 9 ໂມງເຊົ້າຫາ 5 ໂມງແລງ ແລະມີການບໍລິການນໍາທ່ຽວ[3]
ເບິ່ງຕື່ມ
[ດັດແກ້]ອ້າງອີງ
[ດັດແກ້]- ↑ "Vientiane Museum of Contemporary Art". tourismlao.com (ພາສາອັງກິດ).[dead link]
- ↑ "ຄະນະຜູ້ແທນຂັ້ນສູງຢ້ຽມຊົມ ພິພິທະພັນວຽງຈັນສິນລະປະຮ່ວມສະໄໝ ຫຼື Vientiane Museum of Contemporary Art". ສະຫະພັນແມ່ຍິງລາວ. 26 ພຶດສະພາ 2023.
- ↑ "Vientiane Art Museum, Musée d'art à Vientiane, Laos". around.us (ພາສາຝຣັ່ງ). 6 ກຸມພາ 2025.
ແຫຼ່ງຂໍ້ມູນອື່ນ
[ດັດແກ້]ພິກັດພູມສາດ: 18°01′41″N 102°39′04″E / 18.0280894°N 102.6511882°E