ພຣະຣາຊອານາຈັກລາວ
ພຣະຣາຊອານາຈັກຣ໌ລາວ
| |||||||||||||
|---|---|---|---|---|---|---|---|---|---|---|---|---|---|
| 1947–1975 | |||||||||||||
| ສະຖານະ | ອານານິຄົມຝຣັ່ງ(1947–1953) ລະບອບລັດຖະທຳມະນູນ (1953–1975) | ||||||||||||
| ເມືອງຫຼວງ | ວຽງຈັນ (ບໍລິຫານ) ຫຼວງພະບາງ (ລາຊະວົງ) | ||||||||||||
| ເມືອງໃຫຍ່ທີ່ສຸດ | ວຽງຈັນ | ||||||||||||
| ພາສາທົ່ວໄປ | ພາສາລາວ ພາສາຝຣັ່ງ | ||||||||||||
| ການປົກຄອງ | ລັດຖະທຳມະນູນທີ່ເປັນເອກະພາບ | ||||||||||||
| ກະສັດ | |||||||||||||
• 1947–1959 | ເຈົ້າມະຫາຊີວິດສີສະຫວ່າງວົງ | ||||||||||||
• 1959–1975 | ພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ | ||||||||||||
| ນາຍົກລັດຖະມົນຕີ | |||||||||||||
• 1947–1948 (ກ່ອນ) | ເຈ້າສຸວັນນະລາດ | ||||||||||||
• 1962–1975 (ສຸດທ້າຍ) | ເຈົ້າສຸວັນນະພູມາ | ||||||||||||
| ປະຫວັດສາດ | |||||||||||||
• ຄວາມເປັນເອກະລາດ | 11 ພຶດສະພາ 1947 | ||||||||||||
• ເອກະລາດ | 22 ຕຸລາ 1953 | ||||||||||||
• ການຍອມຮັບຂອງສະຫະປະຊາຊາດ | 14 ທັນວາ 1955 | ||||||||||||
• ການປະຕິວັດຂອງພັກປະຕິວັດປະຊາຊົນລາວ | 23 ສິງຫາ 1975 | ||||||||||||
| 2 ທັນວາ 1975 | |||||||||||||
| ປະຊາກອນ | |||||||||||||
• | 3,100,000 | ||||||||||||
| ສະກຸນເງິນ | ກີບ | ||||||||||||
| ຂັບລົດດ້ານ | ຂວາ | ||||||||||||
| ລະຫັດໂທລະສັບ | 856 | ||||||||||||
| ລະຫັດ ISO 3166 | LA | ||||||||||||
| |||||||||||||
| ປັດຈຸບັນເປັນສ່ວນໜຶ່ງຂອງ | ປະເທດລາວ | ||||||||||||
| ປະຫວັດສາດ ລາວ | ||||||||||||||
|---|---|---|---|---|---|---|---|---|---|---|---|---|---|---|
| ຍຸກນະຄອນລັດ | ||||||||||||||
|
||||||||||||||
| ຍຸກລ້ານຊ້າງ | ||||||||||||||
|
||||||||||||||
| ຍຸກແຕກແຍກ | ||||||||||||||
|
||||||||||||||
| ຍຸກເປັນຫົວເມືອງຂຶ້ນ | ||||||||||||||
|
||||||||||||||
| ຍຸກລາວໃໝ່ | ||||||||||||||
|
||||||||||||||
| ເບິ່ງຕື່ມ | ||||||||||||||
ພຣະຣາຊອານາຈັກລາວ (ພະລາຊະອານາຈັກລາວ) ແມ່ນຮູບແບບການປົກຄອງຂອງ ປະເທດລາວ ແຕ່ປີ 1947 ຫາ 1975. ໄດ້ຮັບເອກະລາດຈາກຝຣັ່ງເສດໃນວັນທີ 22 ຕຸລາ 1953 ແລະ ໃຊ້ລະບອບຣາຊາທິປະໄຕ. ມາຮອດວັນທີ 2 ທັນວາ ປີ 1975, ກະສັດອົງສຸດທ້າຍ ຄື ພຣະເຈົ້າສີສະວ່າງ ວັດທະນາ ໄດ້ຍອມຈຳນົນລາຊະບັນລັງ ໃຫ້ແກ່ ກຸ່ມປະເທດລາວ ໃນ ສົງຄາມກາງເມືອງໃນລາວ, ພັກປະຊາຊົນປະຕິວັດລາວໄດ້ ຍົກເລີກລະບອບຣາຊາທິປະໄຕ ແລ້ວມາປ່ຽນເປັນ ລັດທິມາກ-ເລນິນ ເອີ້ນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຊິ່ງໄດ້ຄວບຄຸມປະເທດລາວ ຕັ້ງແຕ່ນັ້ນມາ.
ການປົກຄອງ
[ດັດແກ້]ນັບຕັ້ງແຕ່ການປະກາດເອກະລາດຂອງລາວຕາມສົນທິສັນຍາເຈເນວາໃນປີ ຄ.ສ. 1953 ລັດຖະບານແຫ່ງພະຣາຊອານາຈັກລາວໄດ້ຖືກຍອມຮັບວ່າເປັນລັດຖະບານທີ່ມີອຳນາດປົກຄອງທົ່ວປະເທດລາວ. ຕາມລັດຖະທຳມະນູນແຫ່ງພະຣາຊອານາຈັກລາວໄດ້ກຳນົດໃຫ້ປະເທດຊາດມີລະບອບປົກຄອງແບບປະຊາທິປະໄຕ ແລະ ລະບອບຣາຊາທິປະໄຕພາຍໃຕ້ລັດຖະທຳມະນູນ[1][2].
ລັດຖະບານກາງແມ່ນຕັ້ງຢູ່ນະຄອນຫຼວງວຽງຈັນ ສ່ວນສົມເດັດພະເຈົ້າຊີວິດແມ່ນປະທັບຢູ່ນະຄອນຫຼວງພຣະບາງ. ໃນເວລານັ້ນ, ສົມເດັດພະເຈົ້າຊີວິດສີສະຫວ່າງວົງເປັນພະມະຫາຊີວິດພະອົງທຳອິດ ແລະ ທ່ານເຈົ້າສຸວັນນະພູມາເປັນນາຍົກລັດຖະມົນຕີຄົນທຳອິດຂອງພະຣາຊອານາຈັກລາວ.
ເຈົ້າຊາຍທັງສາມ ແລະ ພຣະເຈົ້າສີສະຫວ່າງວັດທະນາ ໄດ້ພະຍາຍາມຫຼາຍຄັ້ງໃນການສ້າງຕັ້ງລັດຖະບານປະສົມ. ລັດຖະບານປະສົມຄັ້ງທຳອິດໄດ້ຖືກສ້າງຕັ້ງຂຶ້ນໃນປີ 1958 ພາຍໃຕ້ການນຳພາຂອງເຈົ້າສຸວັນນະພູມາ, ແຕ່ລົ້ມລະລາຍລົງຫຼັງຈາກສອງເດືອນ. ນາຍົກລັດຖະມົນຕີຜູ້ທີ່ຢູ່ໃຕ້ລັດຖະທຳມະນູນໄດ້ແຕ່ງຕັ້ງລັດຖະມົນຕີ ແລະ ໄດ້ຮັບຄຳແນະນຳຈາກພຣະມະຫາກະສັດ, ໄດ້ເຮັດຂໍ້ຕົກລົງກັບພຣະອານຸຊາຂອງເພີ່ນຄືເຈົ້າສຸພານຸວົງ.
ເຈົ້າສຸວັນນະພູມາໄດ້ມອບຕຳແໜ່ງໃນຄະນະລັດຖະມົນຕີ 2 ທີ່ນັ່ງໃຫ້ກັບກຸ່ມປະເທດລາວທີ່ເປັນກອມມູນິດ, ແລະ ເປັນການແລກປ່ຽນໃຫ້ສຸພານຸວົງຈະນຳເອົາທະຫານກອມມູນິດຈຳນວນ 1,500 ນາຍຈາກທັງໝົດ 6,000 ນາຍເຂົ້າສູ່ກອງທັບຫຼວງ. ເຈົ້າຊາຍສຸພານຸວົງໄດ້ຮັບຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການວາງແຜນ, ຟື້ນຟູ ແລະ ພັດທະນາເມືອງ, ໃນຂະນະທີ່ສະມາຊິກອີກຄົນໜຶ່ງຂອງພັກກອມມູນິດໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງສາສະໜາ ແລະ ສິລະປະກຳ.
ຕໍ່ມາ, ຄວາມວຸ້ນວາຍທາງການເມືອງພາຍໃນປະເທດທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍາວນານ ໄດ້ນຳໄປສູ່ຄວາມພະຍາຍາມຈັດຕັ້ງລັດຖະບານປະສົມຫຼາຍຄັ້ງ ແລະ ສ່ວນຫຼາຍແມ່ນລັດຖະບານທີ່ມີອາຍຸສັ້ນ ເນື່ອງຈາກຄວາມບໍ່ໝັ້ນຄົງທາງການເມືອງພາຍໃນປະເທດ ແລະ ການແຊກແຊງຈາກມະຫາອຳນາດຢ່າງສະຫະລັດອາເມຣິກາ[1].
ຄວາມສຳພັນກັບຕ່າງປະເທດ
[ດັດແກ້]ລັດຖະບານລາຊະອານາຈັກລາວ ມີສາຍພົວພັນໃກ້ຊິດກັບສະຫະລັດອາເມລິກາ, ເຊິ່ງໃຫ້ຄວາມຊ່ວຍເຫຼືອດ້ານການເງິນ ແລະ ສະໜັບສະໜູນການຕໍ່ສູ້ກັບກຸ່ມປະເທດລາວ ແລະ ກອງກຳລັງຫວຽດນາມເໜືອ. ໃນປີ 1957, ສະຫະລັດໄດ້ໃຊ້ຈ່າຍເງິນຊ່ວຍເຫຼືອຕໍ່ຫົວຄົນສຳລັບຄົນລາວຫຼາຍກວ່າປະເທດໃດໆ ໃນໂລກ, ຄິດໄລ່ເປັນມູນຄ່າ 150 ໂດລາສະຫະລັດຕໍ່ຄົນ, ເຊິ່ງເທົ່າກັບສອງເທົ່າຂອງລາຍໄດ້ສະເລ່ຍຕໍ່ປີຂອງປະຊາຊົນລາວ. ສ່ວນໜຶ່ງຂອງເງິນດັ່ງກ່າວໄດ້ຖືກນຳໃຊ້ເພື່ອສະໜັບສະໜູນຜູ້ສະໝັກເລືອກຕັ້ງທີ່ເປັນຝ່າຍສະຫະລັດ, ໃນຂະນະທີ່ສ່ວນອື່ນໄດ້ຖືກນຳໃຊ້ໃນໂຄງການສະໜັບສະໜູນຄ່າສະກຸນເງິນກີບ.[3]
ພຣະມະຫາກະສັດສີສະຫວ່າງວັດທະນາ ໄດ້ເດີນທາງໄປຢ້ຽມຢາມສະຫະລັດອາເມລິກາໃນປີ 1963 ເພື່ອພົບປະກັບປະທານາທິບໍດີ ຈອນ ເອຟ ເຄນນີດີ.
ນອກຈາກນີ້, ລາວຍັງໄດ້ຮັບການສະໜັບສະໜູນຈາກຝຣັ່ງ, ອົດສະຕາລີ, ພະມ້າ, ໄທ ແລະ ຍີ່ປຸ່ນ.
ຂໍ້ມູນຈາກ
[ດັດແກ້]- ↑ 1.0 1.1 https://thaistudentsoverseas.com/2021/02/12/laos-from-kingdom-to-peoples-republic/
- ↑ "Archive copy" (PDF). ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 2025-06-13. ຄົ້ນຫາເມື່ອ 2025-04-15.
{{cite web}}: CS1 maint: archived copy as title (link) - ↑ John Holt (2009). Page 110. Spirits of the Place: Buddhism and Lao Religious Culture.