ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ
ເຖິງແກ່ກຳ: ໒໕ ພະຈິກ 1925; ບາງກອກ
ປະເທດ: ປະເທດໄທ
ຂໍ້ມູນຢ່າງເປັນທາງການ
ສະມາຄົມ
ຄອບຄົວ
ຄູ່ສົມລົດ: ພະສຸຈະລິດສຸດາ, Laksamilawan, ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ, Suvadhana
ເດັກ: Bejaratana Rajasuda
ນາມສະກຸນ: ລາຊະວົງຈັກກີ
ຄວາມຊງຈຳ
ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ | |
ພະມະຫາກະສັດແຫ່ງສະຫຍາມ | |
---|---|
Reign | 23 ຕຸລາ ຄ.ສ.1910 |
ກ່ອນໜ້າ | ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ |
ປະສູດ | 1 ມັງກອນ ຄ.ສ. 1880 ບາງກອກ ປະເທດສະຫຍາມ |
ສິ້ນພະຊົນ | 26 ພະຈິກ ຄ.ສ. 1925 (45 ປີ) ຈັງຫວັດພະນະຄອນ ປະເທດສະຫຍາມ |
Spouse | ພະນາງເຈົ້າສຸວັດທະນາ ພະວໍລະລາຊະເທວີ ພະນາງເທີລັກສະໝີລາວັນ ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ ພະສຸຈະລິດສຸດາ (ເປື່ອງ ສຸຈະລິດກຸນ) |
House | ລາຊະວົງຈັກກີ |
ພະບາດສົມເດັດພະປໍຣະເມນມະຫາວະຊິລາວຸດຯ ພະມຸງກຸດເກົ້າເຈົ້າຢູ່ຫົວ ຫຼື ພະບາດສົມເດັດພະຣາມາທິບໍດີສີສິນມະຫາວະຊິລາວຸດ ພະມຸງກຸດເກົ້າເຈົ້າຢູ່ຫົວ (ໄທ:พระบาทสมเด็จพระปรเมนทรมหาวชิราวุธฯ พระมงกฎเกล้าเจ้าอยู่หัว หรือ พระบาทสมเด็จรามาธิบดีศรีสินทรมหาวชิราวุธ พระมงกุฎเกล้าเจ้าอยู่หัว) ແມ່ນພະມະຫາກະສັດໃນລາຊະວົງຈັກກີລຳດັບທີ່ 6 ແຫ່ງລາຊະອານາຈັກສະຫຍາມ ພະອົງເກີດເມື່ອວັນທີ່ 1 ມັງກອນ ຄ.ສ.1880 ຊົງເປັນພະລາຊະໂອລົດພະອົງທີ່ 29 ໃນ ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ປະສູດແຕ່ສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງພະອົງສະເດັດຂຶ້ນຄອງລາດເມື່ອວັນເສົາທີ່ 23 ຕຸລາ ຄ.ສ.1910 ແລະສະເດັດສະຫວັນຄົດເມື່ອວັນທີ່ 26 ພຶດສະຈິກາ ຄ.ສ. 1925 ຮວມພະຊົນມະພັນສາ 45 ພັນສາ ສະເດັດດຳລົງສິຣິລາຊະສົມບັດຮວມ 15 ປີ
ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງພະລາຊະອັດສະລິຍະພາບແລະຊົງບຳເພັນພະລາຊະກໍລະນີຍະກິດໃນຫຼາຍສາຂາ ທັງດ້ານການເມືອງການປົກຄອງ ການທະຫານ ການສຶກສາ ການສາທາລະນະສຸກ ການຕ່າງປະເທດ ແລະທີ່ສຳຄັນທີ່ສຸດຄືດ້ານວັນນະກຳແລະອັກສອນສາດ ໄດ້ຊົງພະລາຊະນິພົນບົດຮ້ອຍແກ້ວແລະຮ້ອຍກອງໄວ້ນັບພັນເລື່ອງ ກະທັ່ງຊົງໄດ້ຮັບການຖະຫວາຍພະລາຊະສົມຍານາມເມື່ອສະເດັດສະຫວັນຄົດແລ້ວວ່າ "ສົມເດັດພະມະຫາທີລະລາດເຈົ້າ" ພະອົງແມ່ນພະມະຫາກະສັດໃນພະລາຊະວົງຈັກກີພະອົງທຳອິດທີ່ບໍ່ມີວັດປະຈຳລາຊະການ ແຕ່ໄດ້ຊົງມີການການສະຖາປະນາໂຮງຮຽນມະຫາດເລັກຫຼວງຫຼືວະຊິລາວຸດວິທະຍາໄລໃນປັດຈຸບັນຂຶ້ນແທນ ດ້ວຍຊົງພະລາຊະດຳຣິວ່າພະອາລາມນັ້ນມີຫຼາຍແລ້ວ ແລະການສ້າງອາລາມໃນສະໄໝກ່ອນນັ້ນກໍເພື່ອບຳລຸງການສຶກສາຂອງເຍົາວະຊົນຂອງຊາດ ຈຶງຊົງພະລາຊະດຳຣິໃຫ້ສ້າງໂຮງຮຽນຂຶ້ນແທນ
ພະບໍລົມລາຊານຸສາວະຣີແຫ່ງທຳອິດຂອງພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວສ້າງແລ້ວເສັດເມື່ອ ຄ.ສ. 1942 ປະດິດສະຖານ ນະ ສວນລຸມພິນີ ເຊິ່ງແມ່ນບໍລິເວນທີດິນສ່ວນພະອົງທີ່ພະລາຊະທານໄວ້ເປັນສົມບັດຂອງປະຊາຊົນ ເພື່ອຈັດງານສະຫຍາມລັດພິພິດທະພັນສະແດງສິນຄ້າໄທແກ່ຊາວໂລກເປັນເທື່ອທຳອິດເພື່ອບຳລຸງເສດຖະກິດແລະພານິດຊະຍະກຳຂອງປະເທດ (ແຕ່ບໍ່ໄດ້ທັນຈັດກໍສະເດັດສະຫວັນຄົດເສຍກ່ອນ) ແລະຊົງຕັ້ງພະລາຊະຫະລຶໄທວ່າເມື່ອເສັດງານແລ້ວ ຈະພະລາຊະທານເປັນສວນສາທາລະນະພັກຜ່ອນຫຍ່ອນໃຈແຫ່ງທຳອິດໃນບາງກອກ ທັງນີ້ ໃນວັນຄ້າຍວັນສະຫວັນຄົດຂອງທຸກປີ ວັນທີ 25 ພະຈິກ ພະບາດສົມເດັດພະເຈົ້າຢູ່ຫົວຫຼືຜູ້ແທນພະອົງຈະສະເດັດພະລາຊະດຳເນິນໄປຊົງວາງພວງມາລາ ຖະຫວາຍບັງຄົມພະບໍລົມລາຊານຸສອນ ນະ ສວນລູມພິນີແຫ່ງນີ້ ໃນວັນນັ້ນມີໜ່ວຍລາຊະການ ໜ່ວຍງານເອກະຊົນ ນິສິດນັກສຶກສາ ພໍ່ຄ້າປະຊາຊົນຈຳນວນຫຼາຍໄປວາງພວງມາລາຖະຫວາຍລາຊະສັກກາລະແລະຍັງຊົງພະກະລຸນາໂປດເກົ້າ ໃຫ້ບຳເພັນພະລາຊະກຸສົນອຸທິດຖະຫວາຍ ນະ ວະຊິລາວຸດວິທະຍາໄລ
ໃນ ຄ.ສ. 1981 ອົງການການສຶກສາວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໄດ້ຍົກຍ່ອງພະກຽດຕິຄຸນຂອງພະບາດສົມເດັກພະມຸງກຸດເກົ້າເຈົ້າຢູ່ຫົວວ່າຊົງເປັນບຸກຄົນສຳຄັນຂອງໂລກ ຜູ້ມີຜົນງານດີເດັ່ນດ້ານວັດທະນະທຳ ໃນຖານະທີ່ຊົງເປັນນັກປາດ ນັກປະພັນ ກະວີ ແລະນັກແຕ່ງບົດລະຄອນໄວ້ເປັນຈຳນວນຫຼາຍ
ພະລາຊະປະຫວັດ[ແກ້ໄຂ]
ພະລາຊະສົມພົບ[ແກ້ໄຂ]
ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວແມ່ນພະລາຊະໂອລົດອົງທີ່ 29 ໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວແລະແມ່ນອົງທີ່ 2 ທີ່ປະສູດແຕ່ສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ສະເດັດພະລາຊະສົມພົບເມື່ອວັນເສົາທີ 1 ມັງກອນ ຄ.ສ. 1880 ນະ ພະທີ່ນັ່ງໃນພະບໍລົມມະຫາລາຊະວັງຊັ້ນໃນ[໑] ມີພະເຊດຖະພະຄິນີແລະພະອະນຸຊາຮ່ວມພະຊົນນະນີ 7 ພະອົງ ຄື
(ພ.ສ. 2421-2430)
- ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ
(ພ.ສ. 2423-2468)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຕີເພັດຊະລຸດທຳລົງ (ພ.ສ. 2424-2430)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈັກກະພົງພູວະນາດ ກົມມະຫຼວງພິດສະນຸໂລກປະຊານາດ (ພ.ສ. 2425-2463)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າສິລິລາດກະກຸກະພັນ (ພ.ສ. 2428-2430)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າອັດສະດາງເດຊາວຸດ ກົມມະຫຼວງນະຄອນລາຊະສີມາ (ພ.ສ. 2432-2467)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈຸທາທຸດທາດິຫຼົກ ກົມມະຂຸນເພັດຊະບູນອິນທາໄຊ (ພ.ສ. 2435-2466)
- ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ (ພ.ສ. 2436-2484)
ອ້າງອິງ[ແກ້ໄຂ]
- ↑ พระราชประวัติพระบาทสมเด็จพระศรีสินทรมหามงกุฎเกล้าเจ้ากรุงสยาม (บางตอน) และพระราชนิพนธ์อันเป็นสุดที่รัก เรื่อง พระนล คำหลวง, หน้า 17