Jump to content

ພະຍາງ

ຈາກ ວິກິພີເດຍ

ພະຍາງ ແມ່ນຫົວໜ່ວຍພື້ນຖານຂອງການຈັດລຽງພາຍໃນລຳດັບສຽງເວົ້າ, ເຊັ່ນພາຍໃນຄຳສັບ ໂດຍອາດຈະມີຄວາມໝາຍ ຫຼື ບໍ່ມີຄວາມໝາຍກໍໄດ້.[1] ໃນທາງສັດທະສາດ ໃນໄວຍາກອນລາວ ຫຼື ພາສາອື່ນໆ, ພະຍາງຖືເປັນໂຄງສ້າງສຽງທີ່ນ້ອຍທີ່ສຸດ ທີ່ສາມາດຢືນຢົງຢູ່ໄດ້ດ້ວຍຕົວມັນເອງໃນການອອກສຽງ ແລະ ເປັນສ່ວນປະກອບພື້ນຖານໃນການສ້າງ "ຄຳ"

ຫຼັກພາສາສາດໄດ້ແຍກສອງຄຳນີ້ອອກຈາກກັນຢ່າງຈະແຈ້ງ ໂດຍພະຍາງຈະເນັ້ນໃສ່ການເປັ່ງສຽງເປັນຫຼັກ ເຊິ່ງການເປັ່ງສຽງອອກມາໜຶ່ງຄັ້ງ ເທົ່າກັບໜຶ່ງພະຍາງ. ສ່ວນຄຳຈະເນັ້ນໃສ່ຄວາມໝາຍເປັນຫຼັກ ໂດຍຄຳໜຶ່ງອາດມີພະຍາງດຽວ ຫຼື ມີຫຼາຍພະຍາງຮ່ວມກັນ ເພື່ອໃຫ້ເກີດຄວາມໝາຍໃດໜຶ່ງ. ຕົວຢ່າງເຊັ່ນ ຄຳວ່າ "ຕາ" ເປັ່ງສຽງໜຶ່ງຄັ້ງແລະມີຄວາມໝາຍໃນຕົວ ຖືເປັນທັງໜຶ່ງພະຍາງ ແລະ ໜຶ່ງຄຳ. ໃນຂະນະທີ່ຄຳວ່າ "ສະໜາມບິນ" ເປັ່ງສຽງສາມຄັ້ງ ແຕ່ມີຄວາມໝາຍຮວມກັນເປັນໜຶ່ງດຽວ ບົ່ງບອກເຖິງສະຖານທີ່ ຈຶ່ງຖືວ່າຄຳນີ້ມີສາມພະຍາງ ແຕ່ຮວມເປັນໜຶ່ງຄຳ. ບາງພະຍາງກໍບໍ່ມີຄວາມໝາຍໃນຕົວມັນເອງ ເຊັ່ນພະຍາງວ່າ "ກະ" ໃນຄຳວ່າ "ກະດູກ" ເປັນຕົ້ນ.

ເຖິງວ່າຈະມີຢູ່ໃນເກືອບທຸກພາສາຂອງມະນຸດ, ແຕ່ພະຍາງຍັງບໍ່ມີຄຳນິຍາມທີ່ແນ່ນອນທີ່ຖືກຕ້ອງສຳລັບທຸກພາສາທີ່ຮູ້ຈັກ. ເງື່ອນໄຂທົ່ວໄປສຳລັບການຊອກຫາຂອບເຂດຂອງພະຍາງແມ່ນສະຕິປັນຍາຂອງຜູ້ເວົ້າພາສາແມ່, ແຕ່ບາງຄັ້ງບຸກຄົນກໍ່ບໍ່ເຫັນດີນຳໃນເລື່ອງນີ້.

ອ້າງອີງ

[ດັດແກ້]
  1. Phonetic Interpretation: Papers in Laboratory Phonology VI.