Jump to content

ຜູ້ໃຊ້:Soumethin

ຈາກ ວິກິພີເດຍ

ແຫຼ່ງທ່ອງທ່ຽວທາງທຳມະຊາດຢູ່ທີ່ ເມືອງບໍ່ແຕນ ແມ່ນມີຫຼາຍບ່ອນທີ່ໜ້າສົນໃຈຫຼາຍ ເປັນຕົ້ນແມ່ນ ນ້ຳຕົກຕາດທີ່ມີຄວາມສວຍສົດງົດງາມເຊັ່ນ: ນ້ຳຕົກຕາດຮຳ, ຕາດສະແນນ, ຕາດພາຍ, ຕາດມາລູ, ຕາດເຫືອງ... ນອກນີ້ ຍັງມີແກ້ງທຽນ ເຊິ່ງເປັນແກ້ງທີ່ສວຍງາມຫຼາຍ, ຜາເລກ 5 (ຫຼື ປະຊາຊົນມັກເອີ້ນກັນວ່າ: ຫຼັງຜາແດງນັ້ນເອງ) ເປັນຜາທີ່ສູງ, ສວຍງາມ ແລະ ເປັນໜ້າອັດສະຈັນຫຼາຍ ເພາະວ່າ ຢູ່ທີ່ໜ້າຜານີ້ປະກົດມີໝາຍເລກ 5 ເປັນສີແດງສະຫຼັກຢູ່ຢ່າງເຫັນໄດ້ຊັດ ຖ້າຫາກວ່າທ່ານໄດຂຶ້ນໄປທີ່ຫຼັງຜາເລກ 5 ແລ້ວທ່ານກໍຈະໄດ້ສຳຜັດກັບອາກາດບໍລິສຸດ, ເຢັນສະບາຍ, ໄດ້ເຫັນທິວທັດທີ່ງົດງາມຕະການຕາເປັນຢ່າງຍິ່ງ ແລະ ທ່ານກໍຍັງຈະໄດ້ເຫັນ ເຂດເທດສະບານຂອງ ເມືອງບໍ່ແຕນທັງໝົດ. ທັງນີ້ ເມືອງບໍ່ແຕນຍັງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ໂດຍສະເພາະແມ່ນ ປ່າໄມ້ ແລະບໍ່ແຮ່ຕ່າງໆ, ມີສາຍພູສຳຄັນຫຼາຍສາຍເຊັ່ນ: ພູເຂົ້າໝ້ຽງ (ມີຄວາມສູງເຖິງ 2007 ມ), ພູຜາເງິນ, ພູຈັນສີ, ພູສາມແຫຼມ, ພູຜາຂາວ, ພິເສດເຂດພູດົ້ງ ມີແຜນທີ່ຈະປູກຊາ, ກາເຟ ແລະ ອື່ນໆ. ສິ່ງສຳຄັນ ຖ້າທ່ານມາທີ່ເມືອງບໍ່ແຕນແລ້ວ ບໍ່ໄດ້ກິນໝາກພ້າວອ່ອນທີ່ທັງແຊບ ແລະ ຫອມຫວານ ກໍສ່ຳກັບວ່າທ່ານບໍ່ໄດ້ມາຮອດເມືອງບໍ່ແຕນຢ່າງແທ້ຈິງ. ສຸດທ້າຍນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ຊາວເມືອງບໍ່ແຕນທຸກຄົນ ຂໍເຊີນທຸກທ່ານ ທີ່ຢູ່ໃນ ຫຼື ນອກປະເທດກໍດີ ມາທ່ອງທ່ຽວທີ່ເມືອງບໍ່ແຕນ ແດນວິລະຊົນແຫ່ງນີ້ ແລ້ວທ່ານຈະຕິດໃຈ.