ຜູ້ໃຊ້:Night.dpf
ປະຫວັດ ທ່ານ ລາຕີ ສີຣາຊາ
[ດັດແກ້]
ຊື່ ລາຕີ ນາມສະກຸນ ສີຣາຊາ ເກີດເມື່ອວັນທີ 20/04/1985 ທີ່ບ້ານຝັງຖານນ້ອຍ ເມືອງຄົງເຊໂດນ ແຂວງສາລະວັນ. ມີເອື້ອຍອ້າຍຄົງ 2 ຄົນ ຄື ທ. ບຸນມີ ແລະ ນ. ສິມມະລີ ຜູ້ກ່ຽວເປັນລູກຊາຍຫຼ້າ (ມູນເບິດປະ...ອິອິ) ນັບແຕ່ປີ 1985-95 ໄດ້ອາໃສຢູ່ນໍາພໍ່ ແລະ ເອື້ອຍ(ເນື່ອງຈາກເກີດມາໄດ້ 3 ປີ ມານດາ ກໍ່ໄດ້ລາຈາກ ສ່ວນອ້າຍກໍ່ໄປຢູ່ນໍາຄອບຄົວທີ່ເມືອງເລົ່າງາມ ແຂວງສາລະວັນ ແລະ 3 ປີຕໍ່ມາພໍ່ກໍ່ໄດ້ເອົາແມ່ໃໝ່ເພື່ອມາຊ່ວຍເບີ່ງແຍງ ແຕ່ຢູ່ມາບໍ່ດົນພໍ່ກໍໄດ້ເສຍຊີວິດ) ນັບແຕ່ປີ 1995-96 ຈຶ່ງໄດ້ອາໃສຢູ່ນໍາເອື້ອຍ ແລະ ອ້າຍເພືອສືບຕໍ່ຮຽນຊັ້ນປະຖົມທີ່ໂຮງຮຽນປະຖົມສົມບູນ ບ້ານແກ້ງຕະຫວັງ ມ. ຄົງເຊໂດນ ຂ. ສາລະວັນ. ໃນປີ 1996-97 ແມ່ລ້ຽງກໍ່ໄດ້ເສຍຊີວິດ ຈຶ່ງໄດ້ບວດຈູງສົບແມ່ລ້ຽງ ໃນລະຫວ່າງທີ່ບວດຈູງເປັນເວລາ 3 ມື້ກໍ່ໄດ້ມີໂອກາດສຶກສາຮໍ່າຮຽນບົດສູດບົດເທດ ແລະ ໄດ້ຟັງຄໍາໂອວາດຈາກພະອາຈານທອງໃສ ແລະ ພຣະອາຈານສູນທອນ ເຮັດໃຫ້ມີຄວາມເຫຼື້ມໃສສັດທາໃນຫຼັກທຳຄໍາສອນຂອງພະພຸດທະເຈົ້າ ຈຶ່ງຕ້ອງການບວດຕໍ່ທີ່ວັດຝັງຖານໃຫຍ່ແລ້ວຍ້າຍໄປຢູ່ວັດບຶງມານ ເມືອງຄົງເຊໂດນ ແຂວງສາລະວັນ ເນື່ອງຈາກທາງວັດບຶງມານ ຕ້ອງການສາມະເນນມາຊ່ວຍວຽກ ເພາະມີແຕ່ຍາປູ່ແລະຄູບາ. ນັບແຕ່ປີ 1997-2001 ໄດ້ຍົກຍ້າຍໄປຮໍ່າຮຽນຕໍ່ຊັ້ນປະຖົມປີທີ 5 ແລະ ມັດທະຍົມປີທີ 1-3 ທີ່ໂຮງຮຽນມັດທະຍົມຕອນຕົ້ນສົງ ວັດໃຫຍ່ໄຕຣພູມ ເມືອງຄົງເຊໂດນ ຢູ່ນໍາພຣະອາຈານໃຫຍ່ສົມມັກ ວົງພະຈັນ ປະທານ ອພສ ເມືອງຄົງເຊໂດນ. ມາຮອດປີ 2001-2003 ໄດ້ຍົກຍ້າຍໄປຮຽນຕໍ່ຊັ້ນມັດທະຍົມຕອນປາຍປີທີ 4-5 ທີ່ວັດໃຫຍ່ໄຊຍະພູມ ເມືອງໄກສອນ ແຂວງສະຫວັນນະເຂດ. ໃນປີ 2003-2004 ໄດ້ຍົກຍ້າຍໄປຮຽນຕໍ່ຊັ້ນ ມ.6 ທີ່ໂຮງຮຽນມັດທະຍົມສົມບູນສົງວັດຫຼວງ ເມືອງປາກເຊ ແຂວງຈໍາປາສັກ. ຕໍ່ມາປີ 2004-2008 ຍົກຍ້າຍໄປຮຽນຕໍ່ປະລິນຍາຕີ ທີ່ວິທະຍາໄລສົງນະຄອນພະນົມ ເມືອງທາດພະນົມ ແຂວງນະຄອນພະນົມ (ປະເທດໄທ). ນັບແຕ່ປີ 2208-2010 ຍົກຍ້າຍໄປຮຽນຕໍ່ລະດັບປະລິນຍາໂທ ທີ່ມະຫາວິທະຍາໄລມະຫາຈຸລາລົງກອນ ເມືອງບາງກອກ ປະເທດໄທ. ໃນປີ 2011 ໄດ້ກັບມາສິດສອນໜັງສືຢູ່ບ້ານເກີດ ແລະ ໄດ້ນໍາພາຍາດໂຍມສ້າງກຸຕິ ແລະ ສາລາໂຮງທໍາ ຈົນສໍາເລັດ ຈົນມາຮອດວັນທີ 7 ເດືອນ 11 ປີ 2011 ໄດ້ລາຈາກຄອງຜ້າກະສາວະພັດແລ້ວພັກລໍຖ້າຊັບຊ້ອນວຽກຢູ່ທີ່ບ້ານ ແຕ່ເຫັນວ່າບໍ່ມີວີ່ແວວທີ່ຈະມີວຽກເຮັດງານທໍາ ຈຶ່ງໄດ້ຕັດສິນໃຈເດີນໄປຕາຍດາບໜ້າ ມາຊອກຫາວຽກທີ່ ນະຄອນຫຼວງວຽງຈັນ ໃນປີ 2012 ໄດ້ເຮັດວຽກຢູ່ຮ້ານອັດຮູບດາລາລັດ ທີ່ບ. ທາດຫຼວງ ມ. ໄຊເສດຖາ ແລະ ຕໍ່ມາ ກໍ່ໄດ້ເຮັດວຽກຢູ່ຮ້ານ 3 ເອັສຄອມພິວເຕີ ບ. ທົ່ງພານທອງ ມ. ສີສັດຕະນາກ ນວຈ. ຮອດເດືອນ 4/2012 ໄດ້ເຮັດວຽກຢູ່ທະນາຄານເອຊີລີດາລາວ ຈໍາກັດ ສັງກັດຢູ່ໜ່ວຍງານກອງທຶນການຄ້າ (Trade Finance) ພະແນກສິນເຊື່ອ ສໍານັກງານໃຫຍ່ ບ. ດົງປ່າລານ ມ. ສີສັດຕະນາກ ເປັນເວລາ 8 ເດືອນ. ນັບແຕ່ປີ 2013-ປະຈຸບັນ ເຮັດວຽກຢູ່ກອງທຶນປົກປ້ອງຜູ້ຝາກເງິນ ທະນາຄານແຫ່ງ ສປປ ລາວ.