ຜູ້ໃຊ້:Maysan
1-. ຄວາມເປັນມາຂອງ Business Incubator Business Incubator ເປັນອົງກອນໜຶ່ງທີ່ສຳຄັນຫລາຍສຳລັບການພັດທະນາເສດຖະກິດປະທດໂດຍສະເພາະແມ່ນການສ້າງຄວາມສຳພັນກັບທຸລະກິດຂະໜາດນ້ອຍ ແລະ ກາງ. Business Incubator ໄດ້ເກີດຂຶ້ນທຳອິດໃນທະວີບອາເມ ລິກາເໜືອ ຕໍ່ມາກໍ່ໄດ້ມີການແຜ່ຂະຫຍາຍຢ່າງໄວວາໃນທົ່ວໂລກ, ໂດຍມີຫລາຍຮູບແບບອົງກອນເຊັ່ນວ່າ: ສູນນະວັດຕະກໍາ ໃໝ່ (Innovation Center), ສູນວິທະຍາສາດ ແລະ ເທັກໂນໂລຊີ (Technologies and Science park) ແລະ ອື່ນໆ. ຈົນໄດ້ມີການຈັດຕັ້ງເປັນສະມາຄົມໜຶ່ງເອີ້ນວ່າ: ສະມາຄົມ Business Incubator ແຫ່ງຊາດ ໃນປະເທດອາເມລິກາ (The National Business Incubation Association). Business Incubator ຈະເນັ້ນໃຫ້ຄວາມຊ່ວຍເຫລືອກິດຈະການທີ່ເກີດຂຶ້ນໃຫມ່ ໂດຍການໃຫ້ບໍລິການ, ສະໜັບສະໜູນ ແລະ ຊ່ວຍເຫລືອໃນດ້ານການພັດທະນາທຸລະກິດ. ສະນັ້ນ ເພິ່ນຈິ່ງແບ່ງທຸລະກິດ Incubator ອອກເປັນ 4 ໝວດຄື: 1. ສູນນະວັດຕະກຳທາງທຸລະກິດ (Business Innovation Centers (BICs)) 2. Business Incubator ໃນມະຫາວິທະຍາໄລ (University Business Incubators (UBIs)) 3. Business Incubator ແບບອິດສະຫລະ (Independent Private Incubators (IPIs)) 4. Business Incubator ແບບປະສົມລະຫວ່າງພາກລັດແລະເອກະຊົນ(Corporate Private Incubators (CPIs))
ເປັນຫຍັງຈິ່ງມີ Business Incubator ໃນມະຫາວິທະຍາໄລ (University Business Incubators (UBIs))? ເຫດຜົນ ແລະ ປັດໃຈທີ່ສ້າງ University Business Incubators ແມ່ນມີຫລາຍຢ່າງເຊັ່ນວ່າ: • ເຫດຜົນຫລັກກໍ່ແມ່ນເລື່ອງການຄົ້ນຄິດ ແລະ ງານວິໄຈຕ່າງໆທີ່ເຮັດໃຫ້ເກີດສິ່ງໃໝ່ໆຂຶ້ນມາ ເຊິ່ງວິທະຍາການໃໝ່ໆນັ້ນຖືວ່າເປັນປັດໃຈສຳຄັນອັນໜຶ່ງທີ່ພັກດັນໃຫ້ປະເທດຊາດມີການພັດທະນາຢ່າງເຂັ້ມແຂງ ແລະ ມີປະສິດທິພາບ. • ຄວາມຄິດສ້າງສັນຂອງຄົນໃນຊາດຖືວ່າເປັນຊັບພະຍາກອນອັນລ້ຳຄ່າ. ງານວິໄຈ ແລະ ການຄົ້ນພົບເຫລົ່ານັ້ນປຽບເຫມືອນດັ່ງ “ເມັດພັນແຫ່ງປັນຍາຂອງຄົນໃນຊາດ” • ການເຮັດງານວິໄຈເທັກໂນໂລຊີຕ່າງໆລ້ວນຕ້ອງການນຳໃຊ້ຫ້ອງທົດລອງເຊິ່ງແນ່ນອນຫ້ອງທົດລອງທີ່ດີ ແລະ ມີຜູ້ຊ່ຽວຊານລວມທັງຄ່າໃຊ້ຈ່າຍລາຄາຖືກກໍ່ຕ້ອງແມ່ນຢູ່ໃນມະຫາວິທະຍາໄລ • ມະຫາວິທະຍາໄລເປັນແຫຼ່ງທີ່ມີແນວໂນ້ມເຮັດໃຫ້ໂຄງການງານວິໄຈໜຶ່ງໆສາມາດເຕີບໃຫຍ່ຂະຫຍາຍຕົວໄດ້. ສະນັ້ນ ຈິ່ງເກີດຄວາມຄິດສ້າງຕັ້ງ Business Incubator ຂຶ້ນໃນມະຫາວິທະຍາໄລ ເພື່ອການຊຸກຍູ້, ຊ່ວຍເຫລືອນັກສຶກສາ, ນັກວິຊາການ, ສິດເກົ່າ, ຄູ-ອາຈານຕະຫລອດຮອດຜູ້ປະກອບການທຸລະກິດສ່ວນຕົວໃຫ້ນຳເອົາຄວາມຮູ້ ແລະ ຄວາມຄິດສ້າງສັນມາແປງເປັນຊັບພະຍາກອນການຜະລິດໃນການສ້າງນະວັດຕະກຳໃໝ່ໆສູ່ວິສາຫະກິດ. ພ້ອມດຽວກັນນັ້ນກໍ່ເປັນການພັດທະນາສັກກາຍະພາບໃນການບໍລິຫານງານ ແລະ ການປະກອບກິດຈະການໂດຍໄດ້ມາຈາກພູມປັນຍາຂອງຕົນເອງໃຫ້ປະສົບຜົນສໍາເລັດ ແລະ ຍືນຍົງໄປພ້ອມໆກັນ.--